ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລີເບຍປະຕິເສດ ການກ່າວອ້າງຂອງຝ່າຍຄ້ານ


ທະຫານ​ກຸ່ມ​ກະບົດ​ກໍາ​ລັງ​ຕໍ່ສູ້​ກັບ​ຝ່າຍ​​ລັດຖະບານ
ທະຫານ​ກຸ່ມ​ກະບົດ​ກໍາ​ລັງ​ຕໍ່ສູ້​ກັບ​ຝ່າຍ​​ລັດຖະບານ

ລັດຖະບານລີເບຍປະຕິເສດ ຕໍ່ການກ່າວ​ອ້າງ​ຂອງພວກກະບົດທີ່ວ່າ ພວກນັກລົບຝ່າຍ
ຄ້ານໄດ້ຍຶດຄອງເມືອງ Zlitan ທາງພາກຕາເວັນຕົກ ຂອງປະເທດໄດ້ແລ້ວນັ້ນ.

ໂຄສົກຄົນນຶ່ງຂອງຜູ້​ນໍາ​ລີ​ເບຍ ມວມມາ ກາດດາຟີ ກ່າວເມື່ອວັນພຸດວານນີ້ວ່າ ເມືອງ
Zlitan ຍັງຢູ່ໃນການຄອບຄອງໂດຍເຕັມຂອງລັດຖະບານນັ້ນຢູ່

ກໍາລັງສະໜັບສະໜຸນລັດຖະບານ ແລະກໍາລັງພວກກະບົດໄດ້ສູ້ລົບກັນ ຫລາຍໆບັ້ນ
ໃກ້ເມືອງ Zlitan ໃນບໍ່ເທົ່າໃດມື້ຜ່ານມານີ້. ພວກກະບົດ ໄດ້ພະຍາຍາມຕີ​ເອົາ​ພື້ນ​ທີ່
ເພີ່ມ​ຕື່ມ ຈາກ​ບໍລິ​ເວນ​ອ້ອມ​ແອ້ມຕົວເມືອງດັ່ງກ່າວ ທີ່​ພວກ​ເຂົາ​ເຈົ້າ​ຕີ​ໄດ້​ເມື່ອ​ໄວໆ​ມາ​ນີ້.

ເມື່ອວັນອັງຄານທີ່ຜ່ານມານີ້ ພວກກະລົດ ແລະພວກເຈົ້າໜ້າທີ່ການແພດ ກ່າວວ່າ
ການໂຈມຕີ​ໂຕ້​ຕອບ​ຄືນໂດຍກໍາລັງຂອງກາດດາຟີ ໄດ້ສັງຫານ ພວກນັກລົບຝ່າຍ
ຄ້ານຢ່າງໜ້ອຍເຈັດຄົນ ແລະໄດ້ຮັບບາດເຈັບອີກ ຢ່າງໜ້ອຍ 30 ຄົນ.

ໃນຂະນະ​ດຽວ​ກັນ ກຸ່ມສື່ມວນຊົນຂອງລະຫວ່າງຊາດໄດ້ປະນາມການ ໂຈມຕີທາງ
ອາກາດຂອງກຸ່ມເນໂຕ້ ຕໍ່ສະຖານີໂທລະພາບລີເບຍແຫ່ງນຶ່ງ. ໃນຖະແຫລງການ
ສະບັບນຶ່ງເມື່ອວັນພຸດວານນີ້ ສະຫະພັນພວກນັກຂ່າວ ນາໆຊາດກ່າວວ່າ ການຖິ້ມ
ລະເບີດຂອງຝ່າຍພັນທະມິດ ຖືວ່າເປັນການຝ່າຝືນກົດໝາຍສາກົນ ​ເພາະ​ເປັນ​ໄພ
ຂົ່ມຂູ່ຕໍ່ຊີວິດຂອງພວກນັກຂ່າວ.

ເມື່ອວັນເສົາຜ່ານມານີ້ ລັດຖະບານລີເບຍກ່າວວ່າ ນັກຂ່າວສາມຄົນເສຍຊີວິດ ຍ້ອນ
ການໂຈມຕີທາງອາກາດຂອງກຸ່ມເນໂຕ້ ຕໍ່ສະຖານີໂທລະພາບຂອງລັດ ໃນນະຄອນ
ຫລວງ Tripoli. ຝ່າຍເນໂຕ້ກ່າວວ່າ ຕົນໄດ້ຖິ້ມລະເບີດໃສ່ຈານດາວທຽມສາມແຫ່ງ
ໃນນະຄອນຫລວງທຣິໂປລີ ເພື່ອພະຍາຍາມຂັດຂວາງ​ບໍ່​ໃຫ້ ທ່ານກາດດາຟີ ​ໄດ້ໃຊ້
ການ​ສື່ສານທາງໂທລະພາບ ເພື່ອປາບປາມ​ແລະນາບຂູ່ປະຊາຊົນລີເບຍນັ້ນ.

XS
SM
MD
LG