ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

40 ຄົນ​ເສຍຊີວິດ ໃນ​ກາ​ນ ສູ້ລົບກັນ ຢູ່ລີເບຍ


ກຸ່ມກະບົດໄດ້ບຸກຄືບໜ້າໄປຖິງ 40 km ໃນພາກຄະເວັນຕົກຂອງ ເມືອງ Ajdabiyah
ກຸ່ມກະບົດໄດ້ບຸກຄືບໜ້າໄປຖິງ 40 km ໃນພາກຄະເວັນຕົກຂອງ ເມືອງ Ajdabiyah

ໃນ​ຂະນະ​ດຽວ​ກັນ​ນັ້ນ ກອງ​ກໍ​າລັງຂອງ​ຝ່າຍ​ກະບົດກ່າວວ່າ ມີລະເບີດຝັງດິນຝັງຢູ່ຕາມ ຖະໜົນຫົນທາງສາຍຕ່າງໆໃນເມືອງທ່າ​ນໍ້າມັນ ​Brega ແລະໄດ້ປະສົບກັບຄວາມຍຸ່ງ ຍາກທີ່ຈະເຂົ້າຄວບຄຸມຫົວເມືອງດັ່ງກ່າວທັງໝົດ ລຸນຫຼັງທີ່ໄດ້ມີການສູ້ລົບກັນເປັນເວລາ ຫຼາຍໆມື້ກັບກໍາລັງທີ່ຈົງຮັກພັກດີຕໍ່ຜູ້ນຳລີເບຍ ທ່ານ Moammar Gadhafi ນັ້ນ.

ຜູ້ບັນຊາ​ການ​ຂອງ​ກຸ່ມ​ກະບົດໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ພວກ​ເຂົາເຈົ້າໄດ້ບຸກຜ່ານແນວ ປ້ອງກັນຂອງລັດຖະບານ ແລະໄດ້ເອົາຊະນະທະຫານສ່ວນໃຫຍ່ຂອງ Gadhafi ແລ້ວ.

ໄດ້​ມີ​ຫຼາຍ​ກວ່າ 40 ຄົນ​ຈາກ​ທັງ 2 ຝ່າ​ຍຖື​ກສັງຫານໃນ​ກາ​ນສູ້ລົບກັນທີ່ເລີ່ມມາແຕ່​ໃນ​ອາທິດ​ແລ້ວ​ນີ້. ແຫຼ່ງຂ່າວທາງດ້ານການແພດຂອງ​ທາງພວກ​ກະບົດ​ລາຍ​ງານ​ວ່າ 24 ຄົນ ໄດ້​ເສຍຊີວິດ​ແລະ​ອີກຈໍ​ານວນ​ນຶ່ງ​ບາດ​ເຈັບ​. ​ແຕ່​ທາງໂຄສົກ​ທາງ​ລັດ​ຖະບານ​ ທ່ານ Moussa Ibrahim ​ໄດ້​ກ່າວ​ວ່າ​ ທາງ​ຝ່າຍ​ກົງກັນຂ້າມ​ຄື​ຝ່າຍ​ກະບົດ​ນັ້ນ ​ແມ່ນ​ໄດ້​ຮັບຄວາມເສຍຫາຍຫຼາຍໆເທົ່າ​ກວ່າຕົນ. ທ່ານ​ຍັງ​ເວົ້າວ່າ ພວກ​ທີ່​ຈົງ​ຮັກ​ພັກດີຕໍ່​ທ່ານ Gadhafi ​ສາມາດຂັບ​ໄລ່​ການບຸກໂຈມຕີຂອງພວກ​ກະບົດ​ໃຫ້ລ່າຖອຍໄປ.

XS
SM
MD
LG