ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ICC ອອກ​ໝາຍ​ຈັບ Gadhafi ແລະພັກພວກ


ຄະນະກໍາມະການສານສາກົນ
ຄະນະກໍາມະການສານສາກົນ

ພວກ​ຜູ້ພິພາກສາສານ​ອາຊະ​ຍາ​ກໍາສາກົນ ຫລື ICC ​ໄດ້ອອກ​ໝາຍ​ຈັບຜູ້​ນໍາ​ ລີ​ເບຍ
Moammar Gadhafi ​ໃນ​ວັນ​ຈັນ​ມື້​ນີ້ ​ແລະຜູ້ຮອງທີ່​ຜູ້ກ່ຽວ​ໄວ້​ວາງ​ໃຈ​ທີ່​ສຸດ 2 ຄົນ
ໃນ​ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກໍາ​ສົງຄາມ.

ການ​ຕັດ​ສິນ​ໃຈ​ດັ່ງກ່າວ​ໄດ້​ມີ​ຂຶ້ນ ຫລັງ​ຈາກ​ທີ່ໄອ​ຍະ​ການສານ​ ICC ທ່ານ Lui Moreno-
Ocampo ​ໄດ້​ຮ້ອງຂໍໃຫ້​ສານ​ອອກ​ໝາຍ​ຈັບ​ທ່ານ Gadhafi,​ ລູກ​ຊາຍທ້າວ Seif al-
Islam ​ແລະ​ຫົວໜ້າ​ສືບ​ລັບ​ຂອງລີ​ເບຍ ທ່ານ Abdullah al-Senussi.

ທ່ານ Moreno-Ocampo ກ່າວ​ວ່າ ທ່ານ Gadhafi ​ແລະ​ລັດ​ຖະບານ​ຂອງ​ຜູ້ກ່ຽວ​
ໄດ້​ທໍາ​ການ​ໂຈມ​ຕີ​ຕໍ່​ພວກ​ປະ​ທ້ວງ​ ​ແລະ​ໄດ້​ສັ່ງ​ໃຫ້​ພວກມື​ສັງຫານ​ທໍາ​ການລອບຍິງ
ພວກ​ພົນລະ​ເຮືອນ​ທີ່ກໍາລັງ​ເດີນອອກ​ຈາກ​ໂບດອິສະ​ລາມ​ ມາ ໃນລະຫວ່າງ​ການ
ກວາດ​ລ້າງ​ປາບ​ປາມພວກ​ກະບົດ ທີ່​ພະຍາຍາມ​ຈະ​ໂຄ່ນ​ລົ້ມ​ທ່ານ​ນັ້ນ​.

ໃນ​ຂະນະ​ດຽວ​ກັນ ພວກ​ເຫັນ​ເຫດການໃນ​ນະຄອນຫລວງ​ຕຣີ​ໂປ​ລີ​ກ່າວ​ວ່າ ​ເຂົາ​ເຈົ້າ
ໄດ້​ຍິນ​ສຽງ​ລະ​ເບີດແຮງໆ ດັງ​ຂຶ້ນ​ສອງຄັ້ງ ​ແລະ​ສາມ​າ​ດ​ແລ​ເຫັນ​ຄວັນ​ໄຟ​ພຸ່ງ​ຂຶ້ນ​ມາ
ຈາກ​ບໍລິ​ເວນ​ໃກ້ໆ​ກັບ​ເຂດ​ຄຸ້ມ​ Bab al-Aziziya ບ່ອນຢູ່​ອາ​ໃສ​ຂອງທ່ານ​ກາດ​ດາ​ຟີ​ນັ້ນ.

XS
SM
MD
LG