ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມເນໂຕ້ ບໍ່ໄດ້ດໍາເນີນການພຽງພໍ ໃນລີເບຍ


ທ່ານ Alain Juppe ລັດຖະມົນຕີການຕ່າງປະເທດຝຣັ່ງ
ວັນທີ 12 ເມສາ 2011
ທ່ານ Alain Juppe ລັດຖະມົນຕີການຕ່າງປະເທດຝຣັ່ງ ວັນທີ 12 ເມສາ 2011

ຝຣັ່ງ​ໄດ້​ຕໍາ​ໜິຕິຕຽນ​ກຸ່ມ​ເນ​ໂຕ້​ວ່າ​ບໍ່​ໄດ້​ດໍາ​ເນີນ​ການ​ພຽງພໍ
ເພື່ອ​ປົກ​ປ້ອງພວກ​ພົນລະ​ເຮືອນ​ໃນ​ລີ​ເບຍ​ນັ້ນ.ທ່ານ Alain
Juppe ລັດຖະມົນຕີການ​ຕ່າງປະ​ເທດ​ຝຣັ່ງກ່າວ​ຕໍ່​ວິທະຍຸ
ຝຣັ່ງວ່າ ກຸ່ມ​ເນ​ໂຕ້​ຈະ​ຕ້ອງຫລິ້ນ​ບົດບາດ​ຂອງ​ຕົນ​ຢ່າງ​ເຕັມ
ສ່ວນ​ແລະ​ດໍາ​ເນີນ​ການ​ຫລາຍ​ຂຶ້ນ​ເພື່ອທໍາລາຍ​ພວກ​ອາວຸດ
ຍຸດ​ໂທ​ປະກອນ​ຂະໜາດ​ໜັກ​ຂອງ​ທ່ານ​ກາດ​ດາ​ຟີຜູ້​ນໍາ​ລີ​ເບຍ​ນັ້ນ.

ທ່ານ Juppe ກ່າວ​ຕື່ມ​ວ່າ ທ່ານ​ຈະ​ຍົກ​ເລື້ອງ​ນີ້​ຂຶ້ນ​ມາ​ໃນ
ລະຫວ່າງກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ
ຂອງ​ສະຫະພາບ​ຢູ​ໂຣບທີ່​ໄຂ​ຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້ ​ແລະ​
ກັບ​ພວກ​ລັດ​ຖະມົນຕີຕ່າງປະ​ເທດ​ຂອງ​ກຸ່ມ​ເນ​ໂຕ້​ໃນ​ທ້າຍ
ສັບປະດາ​ນີ້.

ພວກ​ເຮືອບິນ​ລົບ​ຂອງ​ກຸ່ມ​ເນ​ໂຕ້​ໄດ້​ເລີ້ມ​ທໍາ​ການ​ໂຈມ​ຕີ​ທາງ​
ອາກາດໃນ​ເດືອນ​ແລ້ວ​ນີ້ ຫລັງ​ຈາກ​ສະຫະ​ປະຊາ​ຊາດ​ຮັບ
ຜ່ານ​ມະຕິ​ສະບັບນຶ່ງ​ອະນຸມັດ​ໃຫ້​ຈັດ​ຕັ້ງ​ເຂດ​ຫ້າມ​ການບິນ​ຂຶ້ນ​ເໜືອລີ​ເບຍ​ນັ້ນ ​ໃນ​ຄວາມ​ພະ
ຍາຍາມ​ເພື່ອ​ປົກ​ປ້ອງ​ພວກ​ພົນລະ​ເຮືອນ​ທີ່ຖືກ​ໂຈມ​ຕີ​ໂດຍກໍາລັງຂອງກາດ​ດາ​ຟີ​.

ເຖິງ​ແມ່ນ​ມີ​ການ​ໂຈມ​ຕີ​ທາງ​ອາກາດ​ນີ້ກໍ​ຕາມ ​ແຕ່​ການ​ສູ້​ລົບ​ກັນ​ຍັງ​ດໍາເນີນ​ສືບ​ຕໍ່​ມາ ຢູ່ໃນ 2 ແນວລົບລະຫວ່າງພວກ​ກະບົດ​ແລະ​ກໍາລັງ​ທີ່​ນິຍົມ​ທ່ານກາດ​ດາຟີ​.

ໃນ​ວັນ​ຈັນ​ວານ​ນີ້ ລັດຖະບານ​ຊົ່ວຄາວ​ຂອງ​ພວກ​ກະບົດໃນ​ລີ​ເບຍ​ປະຕິເສດ​ຕໍ່​ແຜນການ​ຢຸດ​ຍິງ​
ທີ່​ສະ​ເໜີໂດຍສະຫະພາບ​ອາ​ຟຣິກາ ​ທີ່​ເອີ້ນທາງເລືອກ​ດັ່ງກ່າວ​ວ່າ ມັນ​ພົ້ນ​ສະ​ໄໝໄປ​ແລ້ວ ​
ເພາະວ່າມັນ​ບໍ່ໄດ້ປະຕິບັດ​ໄປ​ຕາມ​ຄໍາ​ຮຽກຮ້ອງ​ຂັ້ນ​ພື້ນຖານຂອງພວກເຂົາເຈົ້າ​ທີ່​ຂໍ​ໃຫ້​ທ່ານ​
ກາດ​ດາ​ຟີ​ພ້ອມ​ທັງ​ພວກ​ລູກ​ຊາຍ​ຂອງ​ທ່ານ​ສະລະ​ອໍານາດ​ແລະ​ອອກ​ຈາກ​ປະ​ເທດ​ໄປ​ໂດຍ​
ທັນທີ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະພາບ​ອາ​ຟຣິກາ​ກ່າວ​ວ່າ ນອກຈາກ​ໃຫ້​ມີ​ການ​ຢຸດ​ຍິງ​ໂດຍ​ທັນທີ​ແລ້ວ
ຂໍ້​ສະ​ເໜີ​ດັ່ງກ່າວ​ຍັງ​ຮຽກຮ້ອງ​ໃຫ້​ມີ​ການ​ໂອ້​ລົມ​ສົນທະ​ນາ​ກັນ​ລະຫວ່າງ​ພວກ​ກະບົດ​ແລະ​ລັດ
ຖະບານ ການ​ປົກ​ປ້ອງ​ພວກ​ຊາວ​ຕ່າງປະ​ເທດ​ໃນ​ລີ​ເບຍ​ແລະ​ໃຫ້​ມີ​ການ​ຊ່ອຍ​ເຫລືອ​ດ້ານ​ມະ
ນຸດສະທໍາ​ແກ່​ພວກ​ພົນລະ​ເຮືອນ​ນໍາ. ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ວ່າ ​ແຜນການ​ດັ່ງກ່າວ​ນີ້​
ໄດ້​ຖືກ​ຮັບເອົາ​ໂດຍ​ທ່ານ​ກາດ​ດາ​ຟີ​ແລ້ວ.

XS
SM
MD
LG