ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນໍາ Libya ຮັບເອົາແຜນການຢຸດຍິງ ຂອງພວກຜູ້ນໍາອາຟຣິກາ


ປະທານາທິບໍດີຂອງອາຟຣິກາໃຕ້ ທ່ານ Jacob Zuma ພົບປະກັບທ່ານ Gadhafi.
ປະທານາທິບໍດີຂອງອາຟຣິກາໃຕ້ ທ່ານ Jacob Zuma ພົບປະກັບທ່ານ Gadhafi.

ພວກຜູ້ນໍາຂອງອາຟຣິກາຈຸນຶ່ງ ພວມມຸ້ງໜ້າໄປເມືອງ
Benghazi ທີ່ໝັ້ນຂອງ ພວກກະບົດໃນພາກຕາເວັນອອກ
ຂອງ Libya ໃນວັນຈັນມື້ນີ້ເພື່ອສະເໜີແຜນການຢຸດຍິງ
ທີ່ພວກທ່ານກ່າວວ່າຜູ້ນໍາ Libya ທ່ານ Moammar
Gadhafi ໄດ້ຮັບເອົາແລ້ວນັ້ນ.

ເຈົ້າໜ້ທີ່ຂອງສະຫະພາບອາຟຣິກາກ່າວວ່າ ຂໍ້ສະເໜີດັ່ງ
ກ່າວແມ່ນໄດ້ຮຽກຮ້ອງໃຫ້ມີການຢຸດຍິງໃນທັນທີເປີດການ
ເຈລະຈາລະຫວ່າງພວກກະບົດແລະລັດຖະບານ Libya
ໃຫ້ການປົກປ້ອງຄຸ້ມຄອງຊາວຕ່າງປະເທດໃນລີເບຍແລະ
ຂະຫຍາຍການຊ່ວຍເຫຼືອທາງດ້ານມະນຸດສະທຳກວມເອົາ
ພົນລະເຮືອນ. ຜູ້ນໍາກະບົດກ່າໃນວັນຈັນມື້ນີ້ວ່າ ພວກເຂົາ
ຈະພິຈາລະນາເບິ່ງຂໍ້ສະເໜີດັ່ງກ່າວນີ້ ແຕ່ວ່າຍັງຢືນຢັດວ່າ
ທ່ານ Moammar Gadhafi ຕ້ອງລົງຈາກອໍານາດ.

ເຈົ້າໜ້າທີ່ Libya ກ່າວວ່າ ນັ້ນບໍ່ແມ່ນທາງເລືອກ.

ປະທານາທິບໍດີ ຂອງ ອາຟຣິກາໃຕ້ ທ່ານ Jacob Zuma ແລະຜູ້ນໍາຂອງອາຟຣິກາ
ອື່ນໆອີກ 3 ທ່ານ ໄດ້ພົບກັບທ່ານ Moammar Gadhafi ໃນທໍານຽບຂອງທ່ານທີ່ກຸງ
Tripoli ເປັນເວລາຫຼາຍຊົ່ວໂມງໃນວັນອາທິດວານນີ້.

ຜູ້ນໍາຂອງອາຟຣິກາໃຕ້ຍັງໄດ້ຮຽກຮ້ອງ NATO ໃຫ້ຢຸດເຊົາການໂຈມຕີທາງອາກາດ
ຕໍ່ເປົ້າໝາຍຕ່າງໆຂອງລັດຖະບານລີເບຍ ເພື່ອເປັນການໃຫ້ໂອກາດ ແກ່ການຢຸດຍິງ.

XS
SM
MD
LG