ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນໍາສັນນິບາດອາຣັບຕິຕຽນ ການໂຈມຕີທາງອາກາດຕໍ່ລີເບຍ


ກຸ່ມກະບົດຕໍ່ຕ້ານລັດຖະບານ ໃນການຕໍ່ສູ້ທີ່ເມືອງ Ajdabiya, Libya
ກຸ່ມກະບົດຕໍ່ຕ້ານລັດຖະບານ ໃນການຕໍ່ສູ້ທີ່ເມືອງ Ajdabiya, Libya

ຜູ້ນໍາຂອງກຸ່ມສັນນິບາດອາຣັບໄດ້ຕິຕຽນການໂຈມຕີທາງ
ອາກາດຕໍ່ Libya ຊຶ່ງທ່ານ​ເວົ້າວ່າ ການໂຈມຕີດັ່ງກ່າວ
ໄດ້​ມີ​ຂຶ້ນ ກາຍ​ເຂດ​ຫ້າມ​ບິນທີ່ທາງກຸ່ມຕ້ອງການ.

ເລຂາທິການ​ໃຫຍ່ຂອງກຸ່ມສັນນິບາດອາຣັບ ທ່ານ Amr
Moussa ກ່າວ ໃນວັນອາທິດວານນີ້ວ່າ ທາງກຸ່ມແມ່ນ
ຕ້ອງການທີ່ຈະຄຸ້ມຄອງປົກປ້ອງພວກປະຊາຊົນ ບໍ່ແມ່ນ
ຈະໄປຖີ້ມລະເບີດໃສ່ເຂົາເຈົ້າ.

ຂະນະ​ດຽວ​ກັນ ລັດຖະມົນຕີກະຊວງປ້ອງ​ກັນປະເທດຂອງ
ຝຣັ່ງໄດ້ປະກາດວ່າ Qatar ກໍ​ຈະສົ່ງເຣືອບິນໄປຊ່ອຍ​ໃນ
ການດໍາເນີນງານຂອງນາໆຊາດ ຕ້ານທ່ານ Moammar
Gadhafi ນັ້ນ.

ແຕ່ທາງ Russia ໄດ້ຮຽກຮ້ອງ​ໃນ​ວັນ​ອາທິດ​ວານ​ນີ້ ໃຫ້
ກຸ່ມປະຊາຄົມນາໆຊາດ ຢຸດເຊົາ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ
ການໃຊ້ກໍາລັງແບບບໍ່ເລືອກໜ້າ ໃນ Libya ນັ້ນເສຍ. ຣັດເຊຍກ່າວວ່າ ໄດ້ມີພົນລະເຮືອນ 48 ເສັຍຊີວິດແລ້ວ.

ທາງ​ຝ່າຍສະຫະພາບ​ອາ​ຟຣິກາ ກໍໄດ້ຮຽກຮ້ອງໃຫ້ຢຸດເຊົາການ​ສູ້​ລົບ​ກັນໂດຍທັນທີ.

XS
SM
MD
LG