ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງທີ່ພັກດີຕໍ່ຜູ້ນໍາ Libya ທໍາການໂຈມຕີເມືອງ Ajdabiya ອີກ


ກອງກໍາລັງ Libya ຖີ້ມລະເບີດໃສ່ເມືອງ Ajdabiya
ກອງກໍາລັງ Libya ຖີ້ມລະເບີດໃສ່ເມືອງ Ajdabiya

ກອງກໍາລັງຂອງພວກທີ່ຈົງຮັກພັກດີຕໍ່ຜູ້ນໍາ Libya
ທ່ານ Moammar Gadhafi ​ໄດ້​ທໍາການໂຈມຕີທາງ​ອາ
ກາດ ອີກ​ເທື່ອ​ນຶ່ງ ຕໍ່ເມືອງ Ajdabiya ທີ່ພວກຕໍ່ຕ້ານລັດ
ຖະບານຄວບ ຄຸມຢູ່ໃນພາກຕາເວັນອອກຂອງປະເທດນັ້ນ
ຊຶ່ງ​ເປັນ​ການ​ຫຍັບ​ເຂົ້າ​ໄປ​ໃກ້​ເມືອງ Benghazi ທີ່​ໝັ້ນ​
ແຫ່ງ​ສໍາ​ຄັນ​ຂອງ​ຝ່າຍຕໍ່ຕ້ານ​ນັ້ນຫລາຍ​ຂຶ້ນ.

ພວກ​ເຫັນເຫດການ​ກ່າວ​ວ່າ ການ​ຖີ້ມລະ​ເບີດ​ໃນ​ວັນ​ອັງຄານ
ມື້​ນີ້ ​ໄດ້​ຕົກ​ຖືກ​ບໍ​ລິ​ເວນແຄມເມື​ອງທາງກໍ້າ​ຕາ​ເວັນ​ຕົກ​.
ອົງການ​ຂ່າວ​ຝຣັ່ງກ່າວ​ວ່າມີ​ນັກ​ລົບຂອງ​ຝ່າຍ​ຕໍ່ຕ້ານເສຍ​ຊີວິດຢ່າງ​ນ້ອຍ ນຶ່ງ​ຄົນ.

ຝ່າຍ​ກໍາລັງ​ທີ່​ນິຍົມ​ກາດ​ດາ​ຟີ ​ໄດ້​ທໍາ​ການ​ຖີ້ມລະ​ເບີດ​ໃສ່
ເມືອງ Ajdabiya ​ໃນ​ວັນ​ຈັນ​ວານ​ນີ້ໃນຂະນະ​ດຽວ​ກັນ
ກໍ​ທໍາ​ການ​ໂຈມ​ຕີ​ເມືອງ Zuwarah ​ໄປ​ພ້ອມ.

ເມືອ​ງດັ່ງກ່າວ ທີ່ຕັ້ງຢູ່​ແຄມ​ຝັ່ງ​ທະ​ເລ ປະມານ 120 Kilometers ຫ່າງຈາກນະຄອນຫຼວງ
Tripoli ແມ່ນ​ຮວມຢູ່ໃນຈຳນວນບໍ່ເທົ່າໃດເມືອງທາງພາກຕາເວັນຕົກຂອງປະເທດ ທີ່ພວກຕໍ່
ຕ້ານລັດຖະບານສາມາດຢຶດໄດ້ ເວລາການລຸກຮືຂຶ້ນຕໍ່ຕ້ານລັດຖະບານເລີ່ມຂຶ້ນ ໃນເດືອນ
ແລ້ວນີ້.

XS
SM
MD
LG