ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງຈົງຮັກພັກດີ ຕໍ່ກາດດາຟີ ຕົກຢູ່ໃນ ສະພາບຈົນຕາແຈ


ພວກກໍາລັງອານາດປົກຄອງຊົ່ວຄາວຈຸນຶ່ງສະຫລອງໄຊຊະນະ ຫລັງ
ຈາກຍຶດສູນຈັດກອງປະຊຸມ Ouagadougou ໄດ້ໃນເມືອງ Sirte .
ວັນທີ 10 ຕຸລາ 2011.
ພວກກໍາລັງອານາດປົກຄອງຊົ່ວຄາວຈຸນຶ່ງສະຫລອງໄຊຊະນະ ຫລັງ ຈາກຍຶດສູນຈັດກອງປະຊຸມ Ouagadougou ໄດ້ໃນເມືອງ Sirte . ວັນທີ 10 ຕຸລາ 2011.



















ກໍາລັງ​ປະຕິວັດ​ລີ​ເບຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ບຸກໂຈມຕີເຮັດ​ໃຫ້ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ ຕໍ່
ທ່ານ​ມວມມາ​ກາດ​ດາ​ຟີ ອະດີດ​ຜູ້​ນໍາ​ລີ​ເບຍ ຢູ່​ໃນ​ເມືອງ Sirte ບ້ານ​ເກີດ​ເມືອງ​ນອນ​ຂອງ
ທ່ານ​ກາດ​ດາ​ຟີນັ້ນຈົນຕາແຈ ບ່ອນ​ທີ່​ພວກ​ພົນລະເຮືອນ​ທີ່ຕົກຢູ່ໃນ​ສະພາ​ບຫຼໍ່ແຫຼມເປັນ
ອັນຕະລາຍກໍາລັງພະຍາຍາມ​ຫລົບໜີ​ຈາກ​ການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ​ຕາມຖະໜົນ​ຫົນ
ທາງ​ນັ້ນ.

ພວກ​ຍວດ​ຍານພາຫະນະ​ທີ່​ຖືກ​ໄຟ​ໄໝ້​ ໄດ້​ຕັນ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ວັນ​ຈັນ​ວານ
ນີ້ຂະນະ​ທີ່​ພວກ​ລົດ​ຖັງແລະ​ປືນ​ໃຫຍ່​ຂອງ​ອໍານາດປົກຄອງ​ຊົ່ວຄາວ​ຍິງ​ຖະຫຼົ່ມ​ໃສ່​ທີ່​ໝັ້ນ​ແຫ່ງ
ຕ່າງໆ​ຂອງ​ກໍາລັງ​ນິຍົມ​ກາດ​ດາຟີ​ທີ່​ພວກ​ກໍາລັງອໍານາດ​ປົກຄອງ​ຊົ່ວຄາວ​ກ່າວ​ວ່າ ​ໄດ້​ຖືກ​ກົດ
ດັນ​ໃຫ້ເຂົ້າ​ໄປ​ຢູ່​ໃນ​ສອງ​ຄຸ້ມ​ນັ້ນ.

ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ພວກ​ກໍາລັງ​ອໍານາດ​ປົກຄອງ​ຊົ່ວຄາວ​ໃນ​ເມືອງ Sirte ​ໄດ້ເຂົ້າຍຶດ​
ເອົາ​ທີ່​ໝັ້ນ 3 ​ຈຸດ​ທີ່​ສໍາຄັນ ຄື ​ໂຮງໝໍ​ໃຫຍ່ ມະຫາວິທະຍາ​ໄລ ​ແລະ​ສູນ​ປະຊຸມ Ouaga
dougou ທີ່​ພວກ​ກໍາລັງ​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາ​ດດາ​ຟີ​ໃຊ້​ເປັນ​ຖານ​ປະຕິບັດ​ງານ​ຂອງ​ພວກ
ເຂົາ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ອໍານາດ​ປົກຄອງ​ຊົ່ວຄາວ ກ່າວ​ວ່າ ການ​ຍຶດ​ເອົາ​ເມືອງ Sirte ​ໄດ້​ ຈະ​ອໍາ
ນວຍ​ໃຫ້​ພວກ​ເຂົາ​ເຈົ້າ​ປະກາດ​ກ່ຽວກັບການປົດ​ປ່ອຍປະ​ເທດເພາະມັນ​ຈະມີ​ຄວາມ​ໝາຍ​
ວ່າ ລັດຖະບານ​ຊົ່ວຄາວ​ໄດ້ຄວບ​ຄຸມ​ໝົດ​ທຸກທາງ​ເຂົ້າ​ແລະ​ທ່າ​ເຮືອ​ຂອງ​ປະ​ເທດ​ແລ້ວ.

ທ່ານ​ນາງ Valeria Amos ຫົວໜ້າ​ອົງການ​ຊ່ອຍ​ເຫລືອ​ດ້ານ​ມະນຸດສະ​ທໍາ​ອົງການ​ສະ
ຫະ​ປະຊາ​ຊາດ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາໃນ​ວັນ​ຈັນ​ວານ​ນີ້​ກ່ຽວ​ກັບ​ຜົນ​ກະທົບ
ຂອງ​ການ​ສູ້​ລົບ​ກັນ​ຕໍ່​ພວກ​ພົນລະເຮືອນ​ທີ່​ຍັງ​ຕົກ​ຄ້າງ​ຢູ່​ໃນ​ເມືອງ Sirte ນັ້ນ. ທ່ານ​ນາງ
ກ່າວ​ຢູ່​ໃນ​ຖະ ແຫລ​ງການ​ສະບັບ​ນຶ່ງ​ວ່າ ນໍ້າ​ດື່ມ ​ເຂົ້າປາ​ອາຫານ​ແລະ​ຢຸກຢາ​ປົວ​ພະ​ຍາດ​
ກໍາລັງ​ຈະ​ໝົດ​ແລ້ວ​ຢູ່​ໃນ​ເມືອງ Sirte ນັ້ນ​ແລະ​ວ່າ ສະບຽງ​ບັນ​ເທົາ​ທຸກ​ເຫລົ່າ​ນີ້​ກໍາ​ລັງ​ລໍຖ້າ
ທີ່ຈະ​ຖືກ​ສົ່ງ​ໃຫ້ ​ເວລາ​ໃດ​ຫາກ​ມີ​ການຈັດ​ຕັ້ງ ສໍາລັບ​ການ​ສົ່ງ​ເຄື່ອງ​ບັນ​ເທົາ​ທຸກ​ເຫລົ່າ​ນີ້​ໄດ້​
ນັ້ນ.

XS
SM
MD
LG