ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກກະບົດລີເບຍ ທໍາຄວາມຄືບໜ້າ ທີ່ເມືອງມິສຣາຕາ


ນາຍທະຫານຝ່າຍກະບົດຄົນນຶ່ງສິດສອນວິທີໃຊ້ອາວຸດໃຫ້ພວກພົນລະເຮືອນທີ່ອາສາສະມັກເຂົ້າຮ່ວມໃນກອງທັບ ຝ່າຍກະບົດໃນເມືອງ Benghazi, ວັນທີ 11 ພຶດສະພາ 2011
ນາຍທະຫານຝ່າຍກະບົດຄົນນຶ່ງສິດສອນວິທີໃຊ້ອາວຸດໃຫ້ພວກພົນລະເຮືອນທີ່ອາສາສະມັກເຂົ້າຮ່ວມໃນກອງທັບ ຝ່າຍກະບົດໃນເມືອງ Benghazi, ວັນທີ 11 ພຶດສະພາ 2011

ພວກ​ກະບົດ​ລີ​ເບຍ​ກ່າວ​ວ່າ ພວກ​ຕົນ​ໄດ້​ທໍາ​ຄວາມ​ຄືບ​ໜ້າ​ທາງ​ພາກ​ພື້ນ​ດິນ​ໃນ​ເມືອງ​ທ່າ Misrata ທີ່​ຖືກ​ປິດ​ລ້ອມ ​ໃນ​ຂະນະ​ທີ່​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ຂໍ​ການ​ຊ່ອຍ​ເຫລືອ​ ເພື່ອ​ຊ່ອຍ​ກູ້​ຊີວິດ​ພວກ​ຜູ້​ຄົນ​ທີ່ກໍາລັງ​ພະຍາ​ຍາມ​ຫລົບໜີຈາກ​ລີ​ເບຍ​ໂດຍ​ທາງ​ເຮືອ​ນັ້ນ.

ພວກ​ກະບົດ​ກ່າວ​ວ່າ ພວກ​ຕົນໄດ້​ໂຈມຕີພວກ​ທະຫານ​ທີ່ຈົງ​
ຮັກ​ພັກດີ​ຕໍ່ທ່ານ​ມວມມາ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ​ ໃຫ້ຖອຍ
ຫ່າງອອກໄປ​ຈາກ​ເມືອງ Misrata.

ໂຄສົກ​ຂອງກໍາລັງ​ຝ່າຍ​ກະບົດ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ
ພວກ​ກໍາລັງ​ຕໍ່ຕ້ານ​ໄດ້​ໂຈມຕີພວກ​ທະຫານ​ນິຍົມ​ຝ່າຍ​ລັດຖະ
ບານ​ໃຫ້​ຖອຍ​ອອກ​ໄປຈາກ​ເມືອງ Misrata ປະມານ 15
ຫລັກ​ກິ​ໂລ​ແມັດ. ພັນ​ເອກ Ahmed Bani ກ່າວ​ເຊ່ນ​ກັນ
ວ່າ ພວກ​ກະບົດ​ໄດ້​ຂັບໄລ່​ພວກ​ທະຫານ​ທີ່​ນິຍົມ​ທ່ານ​ກາດ​ດາ​ຟີ ອອກ​ຈາກ​ເຂດ​ອ້ອມ​ແອ້ມ​ສະໜາມ​ບິນ​ເມືອງ Misrata ຫລັງ​ຈາກທໍາ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ເປັນ​ເວລາ 2 ມື້.

ໃນ​ຂະນະ​ດຽວ​ກັນ ອົງການ​ຊ່ອຍ​ເຫລືອ​ອົບ​ພະຍົບສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ​ໃນ​ຢູ​ໂຣບ ​ແລະ​ພວກກັບຕັນ​ເຮືອ​ໃນ​ທະ​ເລເມ​ດີ​ແຕຣານຽນ​ໃຫ້​ຊ່ອຍ​ກູ້​ຊີວິດ​ຜູ້​ຄົນ​ທີ່​ກໍາລັງ​ຫລົບໜີ​ຈາກ​ຄວາມ​ວຸ້ນ​ວາຍ​ໃນ​ລີ​ເບຍ​ນັ້ນ. ທ່ານ​ນາງ Melissa Fleming ​ໂຄສົກ​ປະ​ຈໍາອົງການ​ຊ່ອຍ​ເຫລືອ​ອົບ​ພະຍົບກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ​ເຮືອ​ລໍາ​ໃດ​ກໍ​ຕາມ​ທີ່​ແລ່ນ​ອອກ​ຈາກ​ລີ​ເບຍ​ໄປ ຄວນ​ຖື​ວ່າເປັນ​ເຮືອ​ທີ່​ຕ້ອງການສໍາລັບໃຫ້​ການ​ຊ່ອຍ​ເຫລືອ.

ທ່ານ​ນາງ Fleming ຮຽກຮ້ອງ​ໄປ​ຍັງ​ລັດຖະບານປະ​ເທດ​ຕ່າງໆ​ແລະ​ພວກ​ກັບຕັນ​ເຮືອ ບໍ່​ໃຫ້​ລໍຖ້າ​ສັນຍານ​ແຈ້ງ​ເຫດ​ປະສົບໄພ ​ແຕ່​ຂໍ​ໃຫ້​ຟ້າວ​ຫັນ​ໜ້າ​ໃນ​ທັນທີ​ໄປ​ຫາ​ພວກ​ເຮືອ​ ເພື່ອ​ໄປ​ເບິ່ງ​ວ່າ​ພວກ​ປະຊາຊົນ​ຢູ​ໃນ​ເຮືອ​ຕ້ອງການ​ຄວາມ​ຊ່ອຍ​ຫຼືບໍ່.

ທ່ານ​ນາງ Fleming ກ່າວ​ເຊ່ນ​ນີ້ ຫລັງ​ຈາກເຮືອ​ລໍາ​ນຶ່ງ​ທີ່​ບໍ່​ແໜ້ນໜາ​ ແລະ​ບັນທຸກ​ຄົນ​ໂດຍສານ​ຈຳນ​ວນຫລາຍ​ກວ່າ 600 ຄົນ​ຫລົ້ມ​ໃນ​ວັນ​ສຸກ​ຜ່ານ​ມາ ​ໃນ​ເວ​ລາ​ບໍ່​ດົນຫລັງ​ຈາກ​ແລ່ນ​ອອກ​ຈາກ​ທ່າ​ເຮືອໃນ​ລີ​ເບຍ ຊຶ່ງ​ເວລາ​ນີ້​ໄດ້​ພົບ​ເຫັນ​ສົບ​ພວກ​ຄົນ​ໂດຍສານ​ຢ່າງ​ໜ້ອຍ 16 ສົບແລ້ວ.

ໃນ​ອີກ​ດ້ານ​ນຶ່ງ ການ​ຖິ້ມ​ລະ​ເບີດ​ຂອງ​ກຸ່ມ​ເນ​ໂຕ້​ໄດ້​ເຮັດ​ໃຫ້​ນະຄອນຫລວງ​ຂອງ​ລີ​ເບຍ​ສັ່ນ​ສະ​ເທືອ​ນ. ກຸມພັນ​ທະ​ມິດ​ເນ​ໂຕ້ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ກຸງ​ຕຣີ​ໂປ​ລີ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ແນ​ເປົ້າໝາຍ​ໃສ່​ຕຶກ​ບັນຊາ​ການ​ແລະ​ຄວບ​ຄຸມ​ກອງທັບຂອງ​ກໍາລັງ​ນີຍົມ​ລັດຖະບານ​ນັ້ນ.

ພວກ​ຊາວ​ເມືອງ​ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງ​ໄດ້​ຕົກ​ຖືກ​ຕຶກ​ອາຄານ​ຫລັງ​ນຶ່ງທີ່​ໃຊ້​ການ​ໂດຍ​ພວກ​
ອົງການ​ສືບ​ລັບ​ທາງ​ທະຫານ​ຂອງ​ລີ​ເບຍ​. ບັນດາເຈົ້າ​ໜ້າ​ທີ່​ກຸ່ມ​ເນ​ໂຕ້ ​ໄດ້​ປະຕິ​ເສດ​ອີກ​ຄັ້ງນຶ່ງ
ວ່າ​ ພວກ​ຕົນ​ບໍ່​ໄດ້​ແນ​ເປົ້າ​ໝາຍ​ໃສ່​ທ່ານ​ມວມມາ​ກາດ​ດາ​ຟີ ຜູ້​ນໍາ​ຂອງລີເບຍ.

XS
SM
MD
LG