ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລີເບຍ ຈະສົນທະນາກັບສານໂລກ ກ່ຽວກັບ ການດໍາເນີນຄະດີນາຍ Seif al-Islam Gadhafi


ນາຍ Seif al-Islam Gadhafi ລູກຊາຍຂອງກາດດາຟີ ນັ່ງຢູ່ໃນເຮືອບິນ ທີ່ເມືອງ Zintan ຫລັງຈາກຖືກຈັບໄດ້ ເມື່ອວັນທີ່ 19 ເດືອນນີ້ ໃນເຂດທະເລຊາຍພາກໃຕ້ລີເບຍ.
ນາຍ Seif al-Islam Gadhafi ລູກຊາຍຂອງກາດດາຟີ ນັ່ງຢູ່ໃນເຮືອບິນ ທີ່ເມືອງ Zintan ຫລັງຈາກຖືກຈັບໄດ້ ເມື່ອວັນທີ່ 19 ເດືອນນີ້ ໃນເຂດທະເລຊາຍພາກໃຕ້ລີເບຍ.

ລັດຖະບານ​ໄລຍະ​ຂ້າມ​ຜ່ານ​ຂອງ​ລີ​ເບຍ ກໍາ​ລັງ​ຕຽມ​ການ​ເຈລະ​ຈາ​ກັບ​ສານອາຊະຍາ​ກໍາ​
ນາໆ​ຊາດ ກ່ຽວ​ກັບສະຖານທີ່ບ່ອນ​ທີ່ຈະ​ດໍາ​ເນີນ​ຄະດີ​ລູກ​ຊາຍ​ຂອງ​ມື້​ລາງ​ອະດີດ​ຜູ້​ນໍາຜະ
ເດັດ​ການ​ລີ​ເບຍ ມວມມາ ກາດ​ດາ​ຟີ ນາຍ Sief al-Islam Gadhadi ທີ່​ຖືກ​ຈັບ​ໄດ້​ນັ້ນ

ທ່ານ Luis Moreno Ocampo ໄອ​ຍະ​ການສານ​ອາຊະຍາ​ກໍາ​ສາກົນ ກ່າວ​ວ່າ ທ່ານ​
ຈະ​ເດີນທາງ​ໄປ​ລີ​ເບຍ​ໃນອີກ​ອາທິດ​ນຶ່ງ ເພື່ອ​ປຶກສາ​ຫາ​ລີ​ການຈັດ​ຕຽມ​ການ​ດໍາ​ເນີນ​ຄະດີ​
ດັ່ງກ່າວ.

ພວກ​ທະຫານ​ບ້ານ​ລີ​ເບຍ​ຈາກເມືອງ Zintan ທາງ​ພາກ​ຕາ​ເວັນ​ຕົກຂອງ​ປະ​ເທດ ​ຈັບ​ຕົວ
ນາຍ Sief al-Islam Gadhafi ​ໄດ້​ ​ໃນ​ເວລາຂ້ອນ​ແຈ້ງ​ວັນ​ເສົາວານ​ນີ້ ​ໃນ​ເຂດ​ທະ​ເລ​ຊາຍ​
ທາງ​ພາກ​ໃຕ້​ຂອງ​ປະ​ເທດ ຊື່​ງໃນ​ເວລາ​ຕໍ່​ມາ ພວກ​ເຈົ້າໜ້າ​ທີ່​ໄລຍະຂ້າມ​ຜ່ານ​ຂອງລີ​ເບຍ
ໄດ້ເໝົາຍົນຈັດ​ສົ່ງ​ນາຍ Sief ​ໄປ​ຍັງ​ເມືອງ Zintan

ພວກເຈົ້າໜ້າ​ທີ່​ລີ​ເບຍ​ບາງ​ຄົນ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຢາກ​ໃຫ້ອະດີດ​ຜູ້​ສືບ ທອດ​ຕໍາ​ແໜ່​ງ
ຂອງ​ມວມມາ ​ກາດ​ດາ​ຟີ ຖືກ​ດໍາ​ເນີນ​ຄະ​ດີ​ຢູ່​ໃນ​ລີ​ເບຍ.

ສານ​ອາຊະຍາ​ກໍາ​ສາກົນ ຫລື ICC ທີ່​ຕັ້ງ​ຢູ່​ປະ​ເທດ Netherland ​ໄດ້​ອອກ​ໝາຍ​ຈັບນາຍ
Sief al-Islam ພ້ອມ​ກັບພໍ່​ຂອງ​ຜູ້ກ່ຽວ​ແລະ​ຫົວໜ້າ​ສືບ​ລັບຂອງ​ມື້​ລາງ​ກາດ​ດາ​ຟີ ​ໃນ
ເດືອນ​ມິຖຸນາ​ຜ່ານ​ມາ ​ໃນ​ຂໍ້​ຫາ​ກໍ່​ອາດຊະ ຍາ​ກໍາ ຕໍ່ຕ້ານ​ມະນຸດຊາດ​ ​ໃນ​ຖານ​ໄດ້​ທໍາ​ການ
ປາບ​ປາມຢ່າງ​ຮຸນ​ແຮງ​ຕໍ່​ການ​ລຸກ​ຮືຂຶ້ນ​ເພື່ອປະຊາທິປະ​ໄຕ​ນັ້ນ.

ພວກ​ນັກ​ລົບ​ຂອງ​ສະພາ​ໄລຍະຂ້າມ​ຜ່ານ​ລີ​ເບຍ ​ໄດ້​ຈັບ​ແລະ​ສັງຫານທ່ານ ມວມວາ ກາດ​
ດາຟີ ທີ່​ເມືອງ sirte ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ ​ເມື່ອ​ວັນ​ທີ່ 20 ​ເດືອນ​ຕຸ​ລາ. ສ່ວນ​
ອະດີດ​ຫົວໜ້າ​ສືບ​ລັບ​ຍັງ​ຖືກ​ຕາມ​ລ່າ​ຕົວ​ຢູ່​ໃນ​ຂະນະ​ນີ້.

ທ່ານ Abdurrahim el-Keib ນາ​ຍົກ​ລັດ​ຖະມົນຕີ​ຊົ່ວຄາວ​ຂອງ​ລີ​ເບຍ ​ໄດ້​ໄປ​ຢ້ຽມຢາມ​
ເມືອງ Zintan ​ເມື່ອ​ວັນ​ເສົາ​ວານ​ນີ້ ​ແລະ​ຊົມ​ເຊີຍການ​ຈັບ ຕົວ​ນາຍ Seif al-Islan ​ໄດ້
ວ່າ​ເປັນ​ຂີດ​ໝາຍ​ຂອງ​ສັກກະຫລາດ​ໃໝ່​ຂອງປະ​ເທດ. ພວກ​ກໍາລັງຂອງ​ລັດຖະບານ​ໄລ
ຍະ​ຂ້າມ​ຜ່ານ​ໄດ້​ລຸກ​ຮູ​ຂຶ້ນ​ໃນ​ເດືອນ​ກຸມພາຜ່ານ​ມາ ​ແລະ​ໄດ້​ຂັບ​ໄລ່​ທ່ານ​ກາດ​ດາ​ຟີ​ໃຫ້​ໜີ​ອ
ອກ​ຈາກ​ທຣິ​ໂ​ປລີ​ ໃນ​ເດືອນສີງຫາ ອັນ​ເປັນ​ການ​ສິ້ນ​ສຸດ​ການ​ປົກຄອງ​ຂອງ​ຈອມ ຜະ​ເດັດ​
ການ​ ເປັນ​ເວລາ 42 ປີ ນັ້ນ​ລົງ.

ຊາວ​ລີ​ເບຍ ​ໄດ້​ສະຫລອງ​ການ​ຈັບ​ຕົວ​ນາຍ Seif al-Islam ​ໄດ້ ດ້ວຍ ການ​ຍິງ​ປືນຂຶ້ນ​ຟ້າ
ຢູ່​ໃນ​ທຣິ​ໂປລີ ​ແລ​ະ​ເມືອງ​ອື່ນໆ

XS
SM
MD
LG