ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ເນໂຕ້ຖິ້ມລະເບີດຢ່າງໜັກ ໃສ່ນະຄອນຫລວງ ຂອງລີເບຍ


Two youths walk at Panayia Faneromeni church at the old city of capital Nicosia, Cyprus. Cyprus clinched a last-minute solution to avert imminent financial meltdown early Monday to secure a 10 billion euro bailout.
Two youths walk at Panayia Faneromeni church at the old city of capital Nicosia, Cyprus. Cyprus clinched a last-minute solution to avert imminent financial meltdown early Monday to secure a 10 billion euro bailout.

ເຮືອບິນລົບຂອງອົງການເນໂຕ້ໄດ້ທຳການໂຈມຕີຢ່າງໜັກ
ຕໍ່ນະຄອນຫຼວງຕຣີໂປລີ ໃນຕອນເຊົ້າຂອງວັນອັງຄານມື້
ນີ້.

ພວກທີ່ເຫັນເຫດການກ່າວວ່າ ຢ່າງ​ນ້ອຍ​ໄດ້​ຍິນ​ສຽງ​ລະ
ເບີດ​ແຕກ​ຂຶ້ນ 5 ຄັ້ງ​ທີ່ນະຄອນຫຼວງລີເບຍແລະກໍເຫັນຄວັນ
ໄຟພຸ່ງຂຶ້ນສູ່ທ້ອງຟ້າ.

ເຈົ້າໜ້າທີ່ລັດຖະບານລີເບຍໄດ້ພາພວກນັກຂ່າວໄປເບິ່ງ
ບ່ອນຖືກໂຈມຕີທີ່ໄດ້ຮັບຄວາມເສຍຫາຍຈຳນວນນຶ່ງ.
ການໂຈມຕີທາງອາກາດຂອງ ເນໂຕ້ໄດ້ຖືກໂຮງການພະ
ແນກການນຶ່ງຂອງລັດຖະບານ ທຳລາຍຫໍຄອຍສື່ສານ
ແລະເຮັດໃຫ້ແກ້ວໂຮງໝໍແຫ່ງນຶ່ງແຕກ.

ລາຍງານຂ່າວແຈ້ງວ່າ ບໍລິເວນບ້ານພັກບ່ອນທີ່ຄອບຄົວ
ຂອງຜູ້ນຳລີເບຍທ່ານ Moammar Gadhafi ທີ່ອາໄສຢູ່
ນັ້ນກໍອາດຖືກໂຈມຕີນຳດ້ວຍ.

ການ​ຖິ້ມ​ລະ​ເບີດ​ຢ່າງ​ໜັກ​ຜິດ​ທໍາ​ມະ​ດາ​ໄດ້​ມີ​ຂຶ້ນ​ຫລັງ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ
ເນ​ໂຕ້​ໃນ​ວັນ​ຈັນ​ວານ​ນີ້​ ໃສ່​ຄັງ​ອາວຸດ​ຂອງ​ລັດຖະບານ​ໃກ້ໆ​ກັບ​ເມືອງ Zintan ​ໃນ​ພາກ
ຕາ​ເວັນຕົກ​ຂອງ​ລີ​ເບຍ​ນັ້ນ.

ໃນ​ເມືອງ​ທ່າ​ເຮືອ Misrata ທີ່​ຖືກ​ປິດ​ລ້ອມ ພວກ​ນັກ​ຕໍ່ສູ້​ຝ່າຍ​ກະບົດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​
ໄດ້​ໂຈມ​ຕີ​ພວກ​ທະຫານ​ຝ່າຍ​ລັດຖະບານ​ໃຫ້​ຖອຍອອກໄປ​ຈາກທີ່​ໝັ້ນ​ແຫ່ງ​ຕ່າງໆ​ອ້ອມ​ເມືອງ
ດັ່ງກ່າວ. ກໍາ​ປັ່ນ​ລໍາ​ນຶ່ງ​ທີ່​ຮັບ​ເໝົາໂດ​ຍຄະນະ​ກໍາມາ​ທິການ​ລະຫວ່າງ​ຊາດ​ຂອງ​ສະພາກາ​ແດງ​
ໄດ້​ແລ່ນ​ໄປ​ຮອດເມືອງ Misrata ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ໄດ້​ນໍາ​ພວກ​ອາຫານ​ສໍາລັບ​ພວກ
ທາລົກ 8 ພັນແກ້ວຕະຫລອດ​ທັງ​ອຸບປະກອນ​ສໍາ ລັບ​ໃຊ້​ໃນ​ການຜ່າຕັດແລະຜ້າພັນບາດ
ແຜທີ່ຕ້ອງການຢ່າງຮີບດ່ວນນັ້ນ.

XS
SM
MD
LG