ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນໍາອາຟຣິກາ ພວມຫາທາງແກ້ໄຂ ບັນຫາການເມືອງໃນລີເບຍ


ນັກຕໍ່ສູ້ຝ່າຍກະບົດຄົນນຶ່ງຢືນຢູ່ເທາງຫລັງຂອງລົດບັນຈຸປືນຍິງຈະຫລວດຄັນນຶ່ງຢູ່ຖະໜົນສາຍນຶ່ງລະຫວ່າງເມືອງ Ajdabiyah ແລະເມືອງ Brega ໃນລີເບຍ ວັນທີ 9 ເມສາ, 2011
ນັກຕໍ່ສູ້ຝ່າຍກະບົດຄົນນຶ່ງຢືນຢູ່ເທາງຫລັງຂອງລົດບັນຈຸປືນຍິງຈະຫລວດຄັນນຶ່ງຢູ່ຖະໜົນສາຍນຶ່ງລະຫວ່າງເມືອງ Ajdabiyah ແລະເມືອງ Brega ໃນລີເບຍ ວັນທີ 9 ເມສາ, 2011

ບັນດາ​ຜູ້​ນໍາ​ຈະ​ສະຫະ​ພັນອາ​ຟຣິກາ​ກໍາລັງ​ມຸ້ງ​ໜ້າ​ໄປ​ສູ່​ລີ​ເບຍ​
ໃນ​ຄວາມພະຍາຍາມ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ການ​ເມືອງ​
ລະຫວ່າງ​ທ່ານ​ກາດ​ດາ​ຟີ​ຜູ້​ນໍາ​ລີ​ເບຍ​ທີ່ປົກຄອງ​ປະ​ເທດ​ມາ​
ເປັນ​ເວລາ​ດົນ​ນານ​ແລະ​ພວກ​ກະບົດ​ໃນ​ປະ​ເທດ​ທີ່​ກໍາລັງ​ພະ
ຍາຍາມ​ໂຄ່ນ​ລົ້ມ​ທ່ານ​ອອກ​ຈາກ​ອໍານາດ​ໄປ​ນັ້ນ.

ປະທານາທິບໍດີ Jacob Zuma ​ແຫ່ງ​ອາ​ຟຣິກາ​ໃຕ້ ບິນ​
ໄປ​ຍັງ​ນະຄອນ​ຫລວງ​ຕຣີ​ໂປ​ລີ​ໃນ​ວັນ​ອາທິດ​ມື້​ນີ້ ບ່ອນທີ່
ທ່ານຈະ​ພົບ​ປະ​ກັບ​ພວກປະທານາທິບໍດີ​ຈາກ​ປະ​ເທດ​ໂມຣີ
ຕາ​ເນຍມາລີ​ແລະ​ Congo ນັ້ນ. ພວກປະທາ​ນາ​ທິບໍດີ
ເຫລົ່າ​ນີ້​ຈະ​ພົບປະ​ກັບ​ທ່ານ​ກາດ​ດາ​ຟີ​ເພື່ອ​ທໍາ​ການໂອ້​ລົມ
ສົນທະນາ​ກັນກ່ອນ​ຈະ​ເດີນທາງ​ມຸ້ງ​ໜ້າ​ໄປ​ຍັງ​ເມືອງ
Bengazi ເພື່ອ​ທໍາ​ການ​ພົບ​ປະກັນ​ກັບ​ພວກ​ຜູ້​ນໍາ​ຝ່າຍ​ກະບົດຢູ່​ທີ່​ນັ້ນ.

ການ​ສູ້​ລົບ​ກັນ​ຢ່າງ​ໜັກຍັງ​ດໍາ​ເນີນ​ສືບ​ຕໍ່ໄປ ຢ່າງ​ນ້ອຍ​ໃນ 2 ​ແຫ່ງ​ໃນ​ລີເບຍ.

ພວກ​ກໍາລັງ​ທີ່​ນິຍົມ​ທ່ານ​ກາດ​ດາ​ຟີ​ໄດ້​ສືບ​ຕໍ່​ລະດົມ​ຍິງ​ໃສ່​ເມືອງ Ajdabiya ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ໃນ​ວັນ​ອາທິດ​ມື້​ນີ້.ພວກ​ທີ່​ເຫັນ​ເຫດການແຈ້ງ​ໃຫ້​ຊາບ​ວ່າ ​ໄດ​ຍິນ​ສຽງ​ປືນ​ຍິງ​ຕໍ່ສູ້​ກັນ​ພ້ອມທັງ​ໄດ້​ຍິນ​ສຽງ​ປືນ​ໃຫຍ່​ແລະ​ເຫັນຄວັນ​ໄຟກຸ້ມ​ຂຶ້ນ​ຢ່າງ​ຫລວງຫລາຍ. ຢ່າງ​ໜ້ອຍ​ປະຊາຊົນ 11 ຄົນ​ເສຍ​ຊີວິດ​ໃນ​ການ​ສູ້​ລົບ​ກັນ​ໃນ​ວັນ​ເສົາວານ​ນີ້​ຢູ່​ທີ່​ນັ້ນ.

ນອກຈາກ​ນັ້ນ ອົງການ​ຂ່າວ AP ​ແຈ້ງ​ໃຫ້​ຊາບ​ວ່າ ພວກ​ກໍາລັງ​ນິຍົມທ່ານ​ກາດ​ດາ​ຟີ​ໄດ້​ຍິງ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຂອງ​ຝ່າຍ​ກະບົດ 2 ລໍາຕົກລົງ​ໃນ​ເມືອງ Brega ​ເມືອງ​ບໍ່​ນໍ້າມັນ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ Ajdabiya ນັ້ນ.

ເມືອງ Brega ​ໄດ້​ເປັນ​ເມືອງ​ທີ່ມີ​ການ​ສູ້​ລົບ​ກັນ​ມາ​ຢ່າງ​ດຸ​ເດືອດ​ໃນ​ຫວ່າງ​ບໍ່​ເທົາ​ໃດ​ມື້​ຜ່ານ​ມາ​ນີ້ ຊຶ່ງ​ເມືອງ​ດັ່ງກ່າວ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຝ່າຍ​ລັດຖະບານ​ແລະ​ຝ່າຍ​ກະບົດ​ປ່ຽນ​ໄປ​ປ່ຽນ​ມາ​ຫລາຍຄັ້ງ​ ນັບ​ແຕ່ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ທ່ານ​ກາດ​ດາ​ຟີ​ໄດ້​ເລີ້ມ​ຂຶ້ນ​ມາ​ນັ້ນ.

XS
SM
MD
LG