ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສະຫະປະຊາຊາດຮຽກຮ້ອງ ໃຫ້ລີເບຍປ້ອງກັນ ບໍ່ໃຫ້ອາວຸດຂອງຕົນ ແຜ່ລາມອອກໄປ


ທ່ານ Mustafa Abdel Jalil ປະທານສະພາປົກຄອງອໍານາດຊົ່ວຄາວລີເບຍ.
ທ່ານ Mustafa Abdel Jalil ປະທານສະພາປົກຄອງອໍານາດຊົ່ວຄາວລີເບຍ.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້​ລີ​ເບຍ​ປ້ອງ​ກັນ​ບໍ່​ໃຫ້​ອາວຸດ​ຂອງ​ຕົນ​ແຜ່​ຜາຍ​ອອກ​ໄປ​ໃນ​ພາກ​ພື້ນ ຂະນະ​ທີ່​ອໍານາດ​ປົກຄອງ​ຊົ່ວຄາວ​ລີ​ເບຍ​ເລືອກ​ຕັ້ງ​ເອົາ​ນາຍົກລັດຖະມົນຕີຊົ່ວຄາວຄົນ​ໃໝ່​ເພື່ອ​ນໍາພາ​ໃນ​ການ​ໂອນ​ອໍານາດທາງ​ການ​ເມືອງ​ນັ້ນ.

15 ປະ​ເທດ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ລົງມະຕິ​ຮັບ​ຜ່ານ​ເອົາ
ຢ່າງ​ເປັນ​ເອກ​ກະສັນໃນ​ວັນ​ຈັນ​ວານ​ນີ້ ຍັດຕິສະບັບ​ນຶ່ງ​ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກຣັດ​ເຊຍ​
ທີ່​ໄດ້​ເນ້ນ​ເຖິງ​ໄພ​ຂົ່ມຂູ່ຂອງ​ ພວກ​ລູກ​ສອນ​ໄຟ​ແບບ​ຍິງ​ຈາກ​ບ່າ​ ແລະ​ພວກ​ອາວຸດ​ອື່ນໆ​ທີ່
ອາດ​ຈະ​ຕົກໄປ​ຢູ່​ໃນ​ກໍາມື​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ພາກ​ພື້ນ​ນັ້ນ. ນອກ​ນີ້ ​ສະພາຄວາມ​ໝັນ
ຄົງ​ຍັງ​ກ່າວ​ວ່າ ການ​ແຜ່ຜາຍ​ພວກອາວຸດເຫລົ່າ​ນີ້ສາມາດ​ສົ່ງ​ເສີມ​ໃຫ້​ເກີດ​ຄວາມ​ວຸ້ນວາຍບໍ່
ສະຫງົບ​ຂຶ້ນ​ໄດ້ ​ແລະ​ສາມາດ​ຖືກນໍາ​ໃຊ້​ໂດຍກຸ່ມ​ຫົວຮຸນ​ແຮງ​ຕ່າງໆ​ ເຊ່ນ ກຸ່ມ​ອານ​ກາ​ອິດາ​
ໃນ​ເຂດ Maghreb ທີ່​ເປັນ​ພວກ​ມຸສລິ​ມນັ້ນ.

ໃນ​ຂະນະ​ດຽວ​ກັນ ສະພາ​ປົກຄອງ​ຊົ່ວຄາວ​ລີ​ເບຍ​ໄດ້​ເລືອກ​ຕັ້ງ​ເອົາ​ທ່ານ Abdel-Rahim
el-Keeb ​ເປັນ​ນາຍົກລັດຖະມົນຕີ​ຊົ່ວຄາວ​ຄົນ​ໃໝ່ຂອງ​ປະ​ເທດ.

ທ່ານ El-Keeb ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ເຫັນ​ດີ​ 26 ສຽງ​ຂອງ​ພວກສະມາຊິກ​ສະພາ
ປົກຄອງຊົ່ວຄາວ 51 ທ່ານ​ນັ້ນ. ທ່ານ El-Keeb ທີ່​ເປັນ​ນັກ​ວິສະວະກອນ​ໄຟຟ້າ​ທີ່​ຮຽນ
ຈົບ​ຈາກສະຫະລັດ ​ຈະ​ເປັນ​ຜູ້ປະກອບ​ຄະນະ​ລັດຖະບານ​ໃໝ່​ຂຶ້ນ ​ເພື່ອ​ແຜ້ວ​ທາງ​ໄປ​ສູ່​
ການຈັດການເລືອກ​ຕັ້ງແຫ່ງຊາດ​ຂຶ້ນ​ນັ້ນ.

ການ​ລົງມະຕິເລືອກ​ເອົາ​ນາຍົກລັດຖະມົນຕີຄົນ​ໃໝ່ມີ​ຂຶ້ນ​ໃນ​ເວລາ​ບໍ່​ດົນ ກ່ອນ​ກຸມ​ເນ​ໂຕ້​
ຢຸດການ​ປະກອບພາລະກິດ​ຂອງ​ຕົນ​ໃນ​ລີ​ເບຍ ອັນ​ເປັນ​ການ​ສິ້ນ​ສຸດ​ລົງຂອງ​ການ​ໂຈມ​ຕີ​
ທາງ​ອາກາດ​ ເພື່ອ​ປົກ​ປ້ອງ​ພວກ​ພົນລະ​ເຮືອນໃນ​ລີ​ເບຍ ພາຍ​ໃຕ້​ມະຕິນຶ່ງ​ຂອງ​ສະພາ​
ຄວາມ​ໝັ້ນຄົງ​ສະຫະປະຊາ​ຊາດ​ນັ້ນ.

XS
SM
MD
LG