ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂ່າວເວົ້າວ່າ ລູກຊາຍຂອງ ກາດດາຟີ ເສຍຊີວິດ ໃນການໂຈມຕີຂອງເນໂຕ້


ພວກເຈົ້າໜ້າທີ່ລັດຖະບານແລະພວກນັກຂ່າວກໍາລັງສໍາຫລວດເບິ່ງ
ຄວາມເສຍຫາຍໃນຕຶກອາຄານຫລັງນຶ່ງ ໃນນະຄອນຫລວງ ກຸງຕຣີໂປລີ ຂອງລີເບຍ ຫລັງຈາກກຸ່ມເນໂຕ້ ທໍາການໂຈມຕີທາງອາກາດ ໃນເຊົ້າວັນເສົາ ວັນທີ 30 ເມສາ 2011.
ພວກເຈົ້າໜ້າທີ່ລັດຖະບານແລະພວກນັກຂ່າວກໍາລັງສໍາຫລວດເບິ່ງ ຄວາມເສຍຫາຍໃນຕຶກອາຄານຫລັງນຶ່ງ ໃນນະຄອນຫລວງ ກຸງຕຣີໂປລີ ຂອງລີເບຍ ຫລັງຈາກກຸ່ມເນໂຕ້ ທໍາການໂຈມຕີທາງອາກາດ ໃນເຊົ້າວັນເສົາ ວັນທີ 30 ເມສາ 2011.

ທ່ານ David Cameron ນາຍົກລັດຖະມົນຕີອັງກິດ​ກ່າວ​ໃນ​ວັນ​ອາທິດ ມື້​ນີ້​ວ່າ ການ​ໂຈມ​ຕີ​ຂອງ​ກໍາລັງ​ເນ​ໂຕ້​ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ກອງ​ບັນຊາ​ການ​ແລະ​ໜ່ວຍຄວບ​ຄຸມ​ຕ່າງໆ​ຂອງ​ລີ​ເບຍ ບໍ່ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ບຸກຄົນ​ໃດບຸກຄົນ​ນຶ່ງ​ ​ໂດຍ​ສະ​ເພາະ​ເຈາະ​ຈົງ.

ແຕ່ທ່ານ Cameron ບໍ່​ຍອມ​ສະ​ແດງ​ຄວາມ​ເຫັນໃດໆກ່ຽວ​ກັບ​ລາຍ ງານ​ສື່​ມວນ​ຊົນ​ທີ່ວ່າ ລູກ​ຊາຍ​ຄົນ​ນຶ່ງ​ຂອງ​ທ່ານ​ມວມມາ​ກາ​ດາ​ຟີ ຜູ້​ນໍາ​ລີເບຍ​ໄດ້​ເສຍ​ຊີວິດ​ ໃນ​ການ​ໂຈມ​ຕີ​ທາງ​ອາກາດຂອງ​ກຸ່ມ​ເນ​ໂຕ້​ນັ້ນ.

ທ່ານ Moussa Ibrahim ​ໂຄສົກ​ປະ​ຈໍາ​ລັດຖະບານ​ລີ​ເບຍ ກ່າວ​ໃນ ຕອນ​ແລງ​ວັນ​ເສົາ​ວານ​ນີ້​ວ່າ ທ້າວ Saif al-Arab ວັຍ 29 ປີ​ແລະ​ ຫລານ​ຂອງ​ທ່ານ​ກາດ​ດາ​ຟີ 3 ຄົນ​ໄດ້​ເສຍ​ຊີວິດ​ໃນ​ລະຫວ່າງ​ອັນ​ທີ່​ທ່ານ Ibrahim ​ເອີ້ນ​ວ່າ ຄວາມ​ພະຍາຍາມ​ໂດຍ​ກົງ​ເພື່ອ​ລອບ​ສັງຫານ​ຜູ້​ນໍາ​ລີ​ເບຍ​ນັ້ນ.

ທ່ານ Ibrahim ກ່າວ​ຕື່ມ​ວ່າ ທ່ານ​ກາດ​ດາ​ຟີ​ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ຢູ່ໃນ​ເຮືອນ​ຂອງ​ລູກ​ຊາຍ​ຂອງ​ທ່ານໃນ​ເວລາ​ນັ້ນ ​ແຕ່​ບໍ່​ໄດ້​ຮັບ​ບາດ​ເຈັບ​ໃດໆ ​ແຕ່​ວ່າ ມີ​ຄົນ​ອື່ນໆຫລາຍ​ຄົນ​ຢູ່​ໃນ​ເຮືອນ​ໄດ້​ຮັບ​ບາດ​ເຈັບ.

ໄດ້​ມີ​ການ​ພາ​ໂຕ​ພວກ​ນັກ​ຂ່າວ​ໄປ​ຍັງ​ເຮື​ອນຫລັງ​ດັ່ງກ່າວ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ເຫັນ​ຄວາມ​ເສຍ​ຫາຍ​ຢ່າງ​ຫລວງຫລາຍ​ນັ້ນ.

ນາຍົກລັດຖະມົນຕີອັງກິດ ກ່າວ​ວ່າ ນະ​ໂຍບາຍການ​ແນ​ເປົ້າ​ໝາຍໂຈມ​ຕີຂອງ​ກຸມ​ເນ​ໂຕ້ ແມ່ນສອດຄ່ອງ​ກັບ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ປົກ​ປ້ອງ​ການ​ເສຍ​ຊີວິດ​ຂອງ​ພວກ​ພົນລະ​ເຮືອນນັ້ນ. ທ່ານ Cameron ກ່າວ​ຕື່ມ​ວ່າ ​ແລະ​ນັ້ນ​ໝາຍ​ຄວາມ​ວ່າ ​ແນ​ເປົ້າໝາຍ​ໃສ່​ກອງ​ບັນຊາ​ການ​ແລະ​ໜ່ວຍ​ຄວບ​ຄຸມ ຕະຫລອດ​ທັງ​ພວກ​ຍຸດໂທ​ປະກອນ​ທາງ​ ທະຫານ​.

ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານ​ນີ້ ກຸ່ມ​ເນ​ໂຕ້ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ສະ​ເໜີ​ຈາກ​ທ່ານກາດ​ດາ​ຟີ ​ເພື່ອ​ໃຫ້ທໍາ​ການ​ເຈລະຈາ​ກັນ​ເພື່ອ​ຫາ​ທາງ​ຢຸດຕິ​ບັນຫາ​ຂັດ​ແຍ້​ງ​ໃນ​ປະ​ເທດ​ຂອງ​ທ່ານ​ໂດຍ​ກ່າວ​ວ່າ ຂໍ້​ສະ​ເໜີ​ທີ່​ວ່າ​ນີ້ ບໍ່​ມີ​ຂໍ້​ດີ​ໃດໆ​ທີ່​ສົມຄວນ​ຈະ​ໄດ້​ຮັບ​ການ​ພິຈາລະນາ.

XS
SM
MD
LG