ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸງຊາດໃໝ່ຂອງລີເບຍ ປິວສະບັດ ຢູ່ສະຫະປະຊາຊາດ (ເບິ່ງວີດີໂອ)


ທຸງຊາດໃໝ່ຂອງລີເບຍ ທີ່ອົງການສະຫະປະຊາຊາດ, ນະຄອນນິວຢອກ.
ທຸງຊາດໃໝ່ຂອງລີເບຍ ທີ່ອົງການສະຫະປະຊາຊາດ, ນະຄອນນິວຢອກ.

ພວກເຈົ້າໜ້າທີ່ລັດຖະບານຊົ່ວຄາວໃນລີເບຍກ່າວວ່າ ກໍາລັງທະຫານຂອງ ຕົນໄດ້ເຂົ້າຍຶດ
ຄອງເມືອງທະເລຊາຍ Sabha ທາງຕອນໃຕ້ຂອງປະເທດໄດ້ແລ້ວ ຊຶ່ງເປັນນຶ່ງໃນທີ່ໝັ້ນ ແຫ່ງສຸດທ້າຍຂອງອະດີດຜູ້ນໍາລີເບຍ ມວມມາ ກາດດາຟີ.

ພວກເຈົ້າໜ້າທີ່ສະພາໄລຍະຂ້າມຜ່ານແຫ່ງຊາດລີເບຍ ຫລື NTC ກ່າວ ເມື່ອວັນພຸດມື້ນີ້ ວ່າ ພວກນັກຕໍ່ສູ້ຕໍ່ຕ້ານກາດດາຟີ ຍັງປະເຊີນກັບການ ຕ້ານຢັນຢູ່ໃນບາງແຫ່ງແຕ່ກໍ ສາມາດເຂົ້າຄວບຄຸມຕົວເມືອງສ່ວນໃຫຍ່ໄວ້ໄດ້.

ໃນຂະນະທີ່ກໍາລັງຂອງລັດຖະບານຊົ່ວຄາວ ພວມດິ້ນຮົນຫາທາງຂັບໄລ່ ພວກຈົງຮັກພັກດີ ຕໍ່ກາດດາຟີ ອອກຈາກເມືອງ Bani Walid ແລະເມືອງ Sirte ນັ້ນ ນາຍົກລັດຖະມົນຕີ ຊົ່ວຄາວຂອງລີເບຍກາວວ່າ ຂະນະນີ້ອຳ ນາດການປົກຄອງຂອງທ່ານກໍາລັງດຳເນີນງານ ເພື່ອຈັດຕັ້ງລັດຖະບານຊຸດໃໝ່.

ທ່ານ Mahmoud Jibril ບອກພວກຜູ້ສື່ຂ່າວເມື່ອວັນອັງຄານວານນີ້ທີ່ ນະຄອນນີວຢ໊ອກ ວ່າ ການເຄຶ່ອນໄຫວທີ່ວ່ານີ້ຈະມີຂຶ້ນພາຍໃນເຈັດຫາສິບວັນຕໍ່ໜ້ານີ້. ທ່ານ​ກ່າວ​ວ່າ NTC ກໍາລັງ​ຕັດສິນໃຈຂັ້ນສຸດທ້າຍກ່ຽວກັບຈໍາ ນວນແນ່ນອນ​ຂອງ​ກະຊວງຕ່າງໆ ​ແລະ​ວ່າ ​ທັງ​ໝົດ​ນີ້ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ຫລວງ Tripoli ຫລື​ຖືກ​ແບ່ງກັນ​ຢູ່ລະຫວ່າງ ພາກ​ຕາ​ເວັນ​ອອກ ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ລີ​ເບຍ​ນັ້ນຫລືບໍ່.

ສະພາ​ໄລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດ​ລີ​ເບຍ ຫລື NTC ມີ​ຖານປະຕິບັດງານ​ຕັ້ງ​ຢູ່​ເມືອງ Banghazi ໃນພາກຕາ​ເວັນ​ອອກ​ຂອງ​ລີ​ເບຍ ​ໃນ​ລະຫວ່າງ​ສ່ວນ​ໃຫຍ່​ຂອງ​ສົງຄາມ​ກາງ​ເມືອງ​ທີ່​ດໍາເນີນມາຢູ່ໃນລີເບຍນັ້ນ.

ທຸງຊາດ​ໃໝ່​ຂອງ​ລີ​ເບຍ ໄດ້ປິວ​ສະບັດຢູ່​ທີ່​ອົງການ​ສະຫະ​ປະຊາ​ຊາດ​ເປັນເທື່ອ​ທໍາ​ອິດ​ໃນວັນ ອັງຄານວານນີ້ ນັບຕັ້ງ​ແຕ່​ການ​ໂຄ່ນ​ລົ້ມອະ​ດີດ​ຜູ້​ນໍາລີເບີຍ​ມວມມາ ກາດ​ດາ​ຟີ ທ່ານ ພັນ ຄີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ພວກ​ຜູ້​ນໍາ​ໃໝ່​ຂອງ​ລີ​ເບຍສູ່​ປະຊາ​ຄົມນາ​ນາ​ຊາດ ​ໂດຍ​ກ່າວ​ວ່າສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດໄດ້​ປະຕິບັດ​ການເພື່ອ​ພິທັກ​ປົກ​ປ້ອງ​ປະຊາຊົນ​ລີ​ເບຍ​ອອກ​ຈາກ​ການກໍ່ຄວາມ​ຮຸນ​ແຮງ.

ກຸ່ມສິດທິມະນຸດວ່າ ຢູໂຣບບໍ່ຊ່ວຍພວກອົບພະຍົບລີເບຍ. ເບິ່ງວີດີໂອລາຍງານພາສາອັງກິດ:

XS
SM
MD
LG