ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍກະບົດວ່າ ລູກຊາຍຂອງກາດດາຟີ ຖືກລະເບີດເນໂຕ້ ຕາຍ.


Portraits of Nelson Mandela depicted in various stages of his life in Soweto, South Africa, seen March 28, 2013.
Portraits of Nelson Mandela depicted in various stages of his life in Soweto, South Africa, seen March 28, 2013.

ພວກກະບົດລີເບຍກ່າວວ່າ ການໂຈມຕີທາງອາກາດຂອງກຸ່ມເນໂຕ້ບັ້ນນຶ່ງ ​ໄດ້​ສັງຫານ
ນາຍ Khamis ລູກຊາຍຂອງມວມມາ ກາດດາຟີ ແລະຄົນ​ອື່ນໆອີກ 30 ກ່ວາຄົນ.

ໂຄສົກຄົນນຶ່ງຂອງພວກກະບົດກ່າວ​ໃນວັນສຸກມື້ນີ້ວ່າ ການໂຈມຕີດັ່ງກ່າວ ແມ່ນເກີດ
ຂຶ້ນທີ່ ເມືອງ Ziltan ຢູ່ພາກຕາເວັນຕົກຂອງປະເທດ ຊຶ່ງເປັນ ບ່ອນປະທະສູ້ລົບກັບ
ເມື່ອໝໍ່ໆມານີ້ ລະຫວ່າງກໍາລັງຝ່າຍລັດຖະບານແລະ ພວກກະບົດນັ້ນ.

ເວລານີ້ຍັງບໍ່ມີການຢືນຢັນ​ຈາກ​ແຫ​ລ່ງອິດ​ສະລະວ່າ ນາຍ Khamis ກາດດາຟີ ​
ໄດ້ຖືກຂ້າຕາຍແລ້ວ ເຈົ້າໜ້າທີ່ຄົນນຶ່ງຂອງກຸ່ມເນໂຕ້ທີ່ກອງບັນຊາການປະຕິບັດງານ
ທີ່ເມືອງ​ເນ​ເປິ​ລ ປະ​ເທດ​ອີ​ຕາ​ລີກ່າວວ່າ ຝ່າຍພັນທະມິດກໍາລັງສຶກສາເບິ່ງລາຍງານ
ຂ່າວນີ້ຢູ່.

ນາຍ Khamis ກາດດາຟີ ໄດ້ດໍາລົງຕໍາແໜ່ງ​ເປັນຜູ້ບັນຊາການສໍາຄັນ ຄົນນຶ່ງຂອງ
ກອງທັບຂອງພໍ່ຂອງຕົນ. ການເສຍຊີວິດຂອງນາຍຄາມີສ ຈະສົ່ງຜົນສະທ້ອນຢ່າງແຮງ
ຕໍ່ຄວາມພະຍາຍາມຂອງຜູ້ນໍາລີເບຍ ເພື່ອປາບປາມຂັດຂວາງການລຸກຮືຂຶ້ນມາເປັນເວ
ລາຫລາຍເດືອນແລ້ວນັ້ນ ​ໃນ​ຕົ້ນປີນີ້ ລັດຖະບານຂອງທ່ານກາດດາຟີ ກໍ​ໄດ້ກ່າວວ່າ
ການໂຈມຕີທາງອາກາດຂອງກຸ່ມເນໂຕ້ ໄດ້ສັງຫານນາຍ Saif al-Arab ລູກຊາຍອີກ
ຄົນນຶ່ງຂອງກາດ​ດາ​ຟີ.

ວັນພະຫັດວານນີ້ ລັດຖະບານຂອງທ່ານກາດດາຟີ ໄດ້ກ່າວຫາກຸ່ມເນໂຕ້ວ່າ ຖິ້ມລະ
ເບີດ​ໃສ່ເປົ້າໝາຍ​ທີ່​ເປັນພົນລະເຮືອນໃນເມືອງ Ziltan ນັ້ນ.

ລັດຖະບານໄດ້ອອກຄໍາກ່າວຫາດັ່ງກ່າວນີ້ ຜ່ານສະຖານີໂທລະພ​າບຂອງລັດ ນຶ່ງມື້
ຫລັງຈາກພວກເຈົ້າໜ້າທີ່ລັດຖະບານປະຕິ​ເສດ​ຕໍ່​ການ​ກ່າວ​ອ້າງຂອງຝ່າຍກະບົດ
ທີ່​ວ່າ​ພວກ​ຕົນ​ເຂົ້າຍຶດຄອງເມືອງດັ່ງກ່າວໄດ້ແລ້ວນັ້ນ.

ກຸ່ມເນໂຕ້ປະຕິບັດການ​ໂຈມ​ຕີຢູ່ໃນລີເບຍ ພາຍໃຕ້ການອະນຸມັດຂອງອົງການສະຫະ
ປະຊາຊາດ ເພື່ອພິທັກປົກປ້ອງພວກພົນລະເຮືອນຈາກ​ການ ໂຈມຕີໂດຍກໍາລັງຂອງ
ກາດດາຟີ.

XS
SM
MD
LG