ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດລີເບຍລັກເຄຶ່ອງຂອງ ແລະທໍາຮ້າຍ ພົນລະເຮືອນ ໃນຫລາຍໆຫົວເມືອງ


ພວກກະບົດລີເບຍ
ພວກກະບົດລີເບຍ

ກຸ່ມສິ້ງຊອມສິດທິມະນຸດກໍາລັງຮຽກຮ້ອງໃຫ້ພວກນັກລົບຂອງຝ່າຍຄ້ານໃນເຂດຕາເວັນຕົກ ຂອງລີເບຍນັ້ນ ຈົ່ງພິທັກປົກປ້ອງພວກພົນລະເຮືອນໃນ ເມືອງຕ່າງໆ ທີ່ພວກເຂົາເຈົ້າຄວບຄຸມຢູ່ນັ້ນ ແລະໃຫ້ພວກເຂົາເຈົ້າເອງເປັນ ຜູ້ຮັບຜິດຊອບກ່ຽວ​ກັບລາຍງານທີ່ວ່າມີ​ການລັກຂະ​ໂມ​ຍເຄຶ່ອງຂອງ ແລະການກະທໍາຮຸນແຮງອື່ນໆນັ້ນ.

ກຸ່ມສິດທິມະນຸດ Human Rights Watch ທີ່ມີສໍານັກງານຕັ້ງຢູ່ນີວຢ໊ອກ ກ່າວ​ໃນວັນພຸດ ມື້ນີ້ວ່າ ພວກນັກລົບຝ່າຍຄ້ານແລະພວກສະໜັບສະໜຸນເຂົາເຈົ້າ ໄດ້ທໍາລາຍຊັບສິນເຄຶ່ອງ ຂອງ ບຸກເຂົ້າໄປລັກເຄຶ່ອງໃນໂຮງໝໍ ແລະຕາມບ້ານຊ່ອງ ແລະຕົບຕີຜູ້ຄົນຈໍານວນ​ນຶ່ງ ທີ່ສະໜັບສະໜຸນຜູ້ນໍາລີເບຍ ມວມມາ ກາດດາຟີ ນັ້ນ.

ກຸ່ມດັ່ງກ່າວ​ເວົ້າວ່າ ການກະທໍາຮຸນແຮງທີ່​ວ່າ​ນັ້ນແມ່ນ​ໄດ້ມີຂຶ້ນຢູ່ເມືອງ ຕ່າງໆທີ່ຍຶດຄອງ ໂດຍພວກກະບົດ ເຊັ່ນເມືອງ al-Awaniya ເມືອງ Rayayinah, Zawiyat al-Bagul ແລະ ເມືອງ al-Qawalish ຢູ່ເຂດພູ​ເຂົາ Nafusa.

ກຸ່ມສິ້ງຊອມສິດທິມະນຸດກ່າວຕໍ່ໄປວ່າ ຜູ້ບັນຊາການພວກກະບົດໃນຂົງເຂດດັ່ງກ່າວໄດ້ຢືນ ຢັນ ວ່າການກະທໍາຮຸນແຮງ​ໄດ້ມີຂຶ້ນແທ້ ແລະກໍມີບາງຄົນໄດ້ຖືກລົງໂທດ ໄປແລ້ວ.

ກຸ່ມດັ່ງກ່າວ​ເວົ້າອີກວ່າ ນອກນີ້ແລ້ວ ຕົນຍັງໄດ້ບັນທຶກການໂຈມຕີຊໍ້າ​ແລ້ວຊໍ້າອີກຂອງກໍາ ລັງລັດຖະບານ ຕໍ່ພວກພົນລະເຮືອນໃນບາງ​ເມືອງໃນຂົງເຂດດຽວກັນໃນ​ໄລຍະສອງເດືອນ ຜ່ານມາ ໂຮມທັງການໃຊ້ລະເບີດຝັງດິນ ນັ້ນນໍາ.

XS
SM
MD
LG