ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະບົດລີເບຍ ເສຍຊີວິດ 11 ຄົນ ໃນການປະທະກັນ ກັບກໍາລັງລັດຖະບານ


ພວກກະບົດລີເບຍ
ພວກກະບົດລີເບຍ

ພວກກະບົດລີເບຍເສຍຊີວິດຢ່າງໜ້ອຍ 11 ຄົນ ໃນການປະທະກັບກໍາລັງ ຂອງລັດຖະບານ ຢູ່ໃກ້ເມືອງ Misrata ຊຶ່ງເປັນເມືອງຍຶດຄອງໂດຍຝ່າຍຄ້ານ.

ພວກພະນັກງານແພດ ແລະພວກກະບົດກ່າວວ່າ ການເສຍຊີວິດ ແມ່ນ ເກີດຂຶ້ນເມື່ອຕອນ ເດິກວັນຈັນ ແລະວັນອັງຄານວານນີ້ ຫລັງຈາກກໍາລັງ ທະຫານທີ່ຈົ່ງຮັກພັກດີຕໍ່ຜູ້ນໍາລີເບຍ ມວມມາ ກາດດາຟີ ໄດ້ລະດົມຍິງປືນ ໃຫຍ່ໃສ່ເປົ້າໝາຍຕ່າງໆ ຢູ່ໃນເຂດຊານເມືອງຂອງ ເມືອງ Misrata ທີ່ຕັ້ງຢູ່ຫ່າງຈາກເມືອງຫຼວງ Tripoli ໄປທາງກໍ້າຕາເວັນອອກປະມານ 200 ຫລັກກິໂລແມດ. ພວກເຂົາເຈົ້າກ່າວວ່າ ພວກກະບົດຫລາຍກວ່າ 40 ຄົນ ໄດ້ຮັບ ບາດເຈັບໃນການປະທະກັນຄັ້ງນີ້.

ສ່ວນ ທ່ານ Ahmed Davutoglu ລັດຖະມົນຕີຕ່າງປະເທດຂອງເທີກີໄດ້ ກ່າວສະແດງ ຄວາມຫວັງວ່າ ອາດຈະມີການຕົກລົງກັນທາງການເມືອງໄດ້ ກ່ຽວກັບບັນຫາຂັດແຍ້ງກັນ ໃນລີເບຍນັ້ນ.

ທ່ານລັດຖະມົນຕີ Davutoglu ໄດ້ເວົ້າກ່ຽວກັບເລຶ່ອງນີ້ຫລັງຈາກກອງປະຊຸມເມື່ອວັນອັງ ຄານໃນນະຄອນຫລວງອັງກາຣາ ກັບຄູ່ຕໍາແໜ່ງຂອງທ່ານ ຈາກສະຫະລັດອາຣັບເອເມີເຣັສ ທ່ານ Sheikh Abdallah Bin Zayed Al-Nahyan ແລະທ່ານ Mahmoud Jibril ຜູ້ນໍາອາວຸໂສຝ່າຍຄ້ານຂອງ ລີເບຍ.

ການເຈລະຈາຫາລືກັນຄັ້ງນີ້ ມີຈຸດປະສົງເພື່ອວາງພື້ນຖານຂອງການປະຊຸມ ທີ່ກໍານົດຈະຈັດ ຂຶ້ນໃນວັນທີ່ 15 ເດືອນກໍລະກົດນີ້ ຂອງກຸ່ມຕິດຕໍ່ ປະສານງານກ່ຽວກັບລີເບຍ ຫລື Libya Contact Group ຊຶ່ງມີໂຮມ ທັງພວກປະເທດທີ່ປະກອບສ່ວນເຂົ້າຮ່ວມການປະຕິບັດ ງານໂຈມຕີໃນລີເບຍທີ່ນໍາພາໂດຍອົງການເນໂຕ້ນັ້ນ.

XS
SM
MD
LG