ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດໃຫການຊ່ວຍເຫລືອ ທບແມນອາວຸດ ແກ່ພວກກະບົດໃນລີເບຍ


ຄ້າຍທີ່ພັກຂອງກາດດາຟີ ຖືກໂຈມຕີທາງອາກາດ ແລະໄດ້ຮັບຄວາມ ເສຍຫາຍ
ຄ້າຍທີ່ພັກຂອງກາດດາຟີ ຖືກໂຈມຕີທາງອາກາດ ແລະໄດ້ຮັບຄວາມ ເສຍຫາຍ

ກໍາລັງທະຫານທີ່ຈົົງຮັກພັກດີຕໍ່ຜູ້ນໍາລີເບຍ ທ່ານ ມວມມາ ກາດດາຟີ ໄດ້ ເປີດສາກລະດົມຍິງຢ່າງໜັກໜ່ວງຕະຫລອດ ມື້ຂອງວັນອັງຄານວານນີ້ ໃສ່ບໍລິເວນທ່າກຳປັ່ນຂອງເມືອງ Misrata ຊຶ່ງເປັນເມືອງທີ່ຍຶດຄອງໂດຍພວກກະບົດລີເບຍ ໃນການໂຈມຕີແບບບໍ່ໃຫ້ຮູ້ຕົວຕໍ່ທ່າກຳປັ່ນ ຊຶ່ງເປັນເສັ້ນ ຊີວິດ ພຽງເສັ້ນດຽວທີ່ຕິດຕໍ່ໃສ່ໂລກພາຍນອກນັ້ນ.

ຢ່າງໜ້ອຍມີ ພວກຄົນງານຕ່າງດ້າວຊາວອາຟຣິກາສາມຄົນ
ທີ່ລາຍງານວ່າເສຍຊີວິດ ແລະຫລາຍເຖິງ 20 ຄົນທີ່ໄດ້ຮັບ
ບາດເຈັບຈາກການລະດົມຍິງຄັ້ງນີ້ ພວກເສຍຊີວິດແລະ
ບາດເຈັບດັ່ງກ່າວ ແມ່ນຮວມຢູ່ກຸ່ມຊາວຕ່າງດ້າວຢ່າງໜ້ອຍ
1,500 ຄົນ ຊງສ່ວນ ໃຫຍ່ແມ່ນມາຈາກປະເທດໄນເຈີ ທີ່ພວມລໍຄອຍຖ້າ ຍົກຍ້າຍໜີອອກຈາກເມືອງ Misrata.

ການສູ້ລົບ ໄດ້ບັງຄັບໃຫ້ກໍ່າປັ່ນຮັບເໝົາ ໂດຍອົງການຍົກ
ຍ້າຍຖິ່ນຖານ ຂອງນານາຊາດຫລື IOM ຕ້ອງໄດ້ຈອດ
ລອຍລໍາຢູ່ນອກຝັ່ງ. ເຮືອໂດຍສານ Red Star 1 ຂອງອາລເບເນຍ ກໍາລັງລຳລຽງຕູ້
ບັນຈຸເຄຶ່ອງຊ່ວຍເຫລືອ 10 ຕູ້ ແລະລົດພະຍາບານສອງຄັນ ໄປໃຫ້ເມືອງ Misrata ທີ່
ພວມມີການສູ້ລົບກັນຢູ່ນັ້ນ.

ພວກເຈົ້າໜ້າທີ່ຝ່າຍກະບົດ ທີ່ເມືອງ Misrata ກ່າວວ່າ ພວກເຂົາເຈົ້າໄດ້ ສົ່ງສັນຍານ ໄປໃຫ້ອົງການເນໂຕ້ ຊຶ່ງອົງການເນໂຕ້ ກໍໄດ້ສະໜອງຕອບ ໂດຍການໂຈມຕີທໍາລາຍ ເປົ້າໝາຍຂອງຝ່າຍລັດຖະບານ ເມື່ອຕອນແລງ ວັນອັງຄານວານນີ້ ຢູ່ເຂດທະເລຊາຍ ທາງທິດຕາເວັນອອກຂອງເມືອງ Misrata.

ນອກນີ້ແລ້ວ ພວກກໍາລັງຂອງກາດດາຟີ ຍັງສືບຕໍ່ໂຈມຕີເມືອງບັນດາຊົນ ເຜົ່າ Berber ເມື່ອວັນອັງຄານວານນີ້ ຢູ່ໃນເຂດພູຜາທາງພາກຕາເວັນຕົກ.

ໃນເວລານີ້ ສະຫະລັດໄດ້ຜ່ອນເບົາການລົງໂທດຂອງຕົນຕໍ່ລີເບຍລົງ ຊຶ່ງເປັນການເຄຶ່ອນ ໄຫວທີ່ຈະອໍານວຍໃຫ້ພວກຝ່າຍກະບົດ ຂາຍນໍ້າມັນທີ່ຕົນຄວບຄຸມຢູ່ນັ້ນໄດ້ ເພື່ອເອົາເງິນ
ໄປຊື້ອາວຸດ ແລະສະບຽງຕ່າງໆ. ນອກນີ້ແລ້ວ ທໍານຽບຂາວຍັງໄດ້ມີຄໍາສັ່ງໃຫ້ໃຊ້ຈ່າຍເງິນ
ສຸກເສີນຫລາຍເຖິງ 25 ລ້ານໂດລາ ສໍາລັບໃຫ້ການຊ່ວຍເຫລືອທີ່ບໍ່ແມ່ນອາວຸດ ເພື່ອສະ
ໜັບສະໜຸນແລະປົກປ້ອງພວກກະບົດ.

ພວກເຈົ້າໜ້າທີ່ສະຫະລັດກ່າວເມື່ອອາທິດຜ່ານມານີ້ວ່າ ການຊ່ວຍເຫລືອດັ່ງກ່າວນີ້ ອາດມີ
ໂຮມທັງ ລົດ ລົດບັນທຸກນໍ້າມັນ ລົດພະຍາບານ ອຸປະກອນການແພດ ເສື້ອກັນລູກປືນ ກ້ອງສ່ອງທາງໄກ ແລະວິທະຍຸຕິດຕໍ່.

XS
SM
MD
LG