ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດເລມການໂຈມຕີ ທາງອາກາດ ໂດຍຍົນໂດຣນ ໃນລີເບຍ(ເບງຮູບສະລາຍດ)


ທະຫານກະບົດລີເບຍຄົນນງ ທປະກອບອາວຸດໜັກ ກຽມພອມຕໍ່ສູ້ກັບກໍາລັງກາດດາຟີ ໃນເຂດເມືອງ Misrata ເມື່ອວັນທີ່ 23 ເມສານີ້.
ທະຫານກະບົດລີເບຍຄົນນງ ທປະກອບອາວຸດໜັກ ກຽມພອມຕໍ່ສູ້ກັບກໍາລັງກາດດາຟີ ໃນເຂດເມືອງ Misrata ເມື່ອວັນທີ່ 23 ເມສານີ້.

ທ່ານ Khaled Kaim ຮອງລັດຖະມົນຕີຕ່າງປະເທດ ຂອງລິເບຍກ່າວ​ໃນ ຕອນເຊົ້າຂອງວັນອາທິດມື້ນີ້ວ່າ ທາງ ກອງທັບໄດ້ໂຈະການປະຕິບັດງານສູ້ລົບຕ້ານພວກກຸ່ມກະ ບົດແລ້ວ ໃນເມືອງ Misrata ຊຶ່ງ​ເປັນ​ເມືອງທີ່ໝັ້ນຂອງ ຝ່າຍກະບົດ ທາງທິດຕາເວັນຕົກຂອງປະເທດນັ້ນ ແຕ່ບໍ່ໄດ້ຖອນອອກຈາກຕົວເມືອງ​ໄປ.

ທ່ານ Kaim ກ່າວ​ວ່າ ກໍາລັງ​ທະຫານ​ໄດ້​ຢຸດ​ການ​ສູ້​ລົບ​ໃນ​ເມືອງ Misrata ເພື່ອທີ່ຈະ​ໃຫ້ພວກຜູ້ເຖົ້າທີ່​ນໍາພາຊົນເຜົ່າ ທໍາການເຈລະຈາຕໍ່ຮອງກັບພວກກະບົດ. ທ່ານ Kaim ກ່າວ
ຕື່ມວ່າ ຖ້າຫາກວ່າພວກກະບົດບໍ່ຍອມແພ້ພ່າຍໃນ 48
ຊົ່ວໂມງແລ້ວ ພວກຊົນເຜົ່າກໍຈະຕໍ່ສູ້ກັບພວກກະບົດແທນ
ກອງທັບຂອງລັດຖະບານເອງ. ກ່ອນ​ໜ້າ​ນີ້ ທ່ານ Kaim
ໄດ້ປະກາດວ່າ ທະຫານຈະຖອນອອກຈາກເມືອງ Misrata ​ໃນວັນສຸກຜ່ານມາ.

ຮູບສະລາຍດຂອງການຕສູກັນໃນເມືອງ Misrata.

ມີຄົນເສຍຊີວິດ 24 ຄົນ ໃນການສູ້ລົບກັນຢ່າງດຸເດືອດ ໃນ Misrata ເມືອງໃຫຍ່ອັນດັບ
ສາມຂອງລີເບຍ ເມື່ອວັນເສົາວານນີ້ ຊຶ່ງ​ເປັນ​ມື້ທີ່ ສະຫະລັດປະກາດວ່າຕົນ​ໄດ້ໃຊ້ຍົນບໍ່ມີ
ຄົນຂັບ ຫລືໂດຣນ ທໍາ​ການ​ໂຈມ​ຕີ​ເປັນ​ເທື່ອ​ທໍາ​ອິດໃນລີເບຍນັ້ນ.

ຖະແຫລງການສະບັບນຶ່ງຂອງກະຊວງປ້ອງກັນປະເທດສະຫະລັດເວົ້າວ່າ ການໂຈມຕີທາງ ອາກາດ ໂດຍຍົນບໍ່ມີຄົນຂັບ ​ໄດ້ເລິ່ມຂຶ້ນ​ໃນວັນເສົາວານນີ້ ແຕ່ຖະແຫລງການບໍ່ໄດ້ບອກ ວ່າການໂຈມຕີ​ໄດ້​ມີ​ຂຶ້ນຢູ່ບ່ອນໃດ. ການໂຈມຕີທາງອາກາດຂອງສະຫະລັດຄັ້ງນີ້ເປັນພາກ ສ່ວນນຶ່ງຂອງຄວາມພະຍາຍາມ ທີ່​ນໍາພາ​ໂດ​ຍອົງການເນໂຕ້ ເພື່ອທີ່ຈັດ​ຕັ້ງປະຕິບັດເຂດ ຫ້າມບິນເທິງນ່ານຟ້າຂອງລິເບຍ ບ່ອນທີ່ພວກກະບົດທໍາການສູ້ລົບເພື່ອໂຄ່ນລົ້ມລັດຖະບານ ກາດດາຟີນັ້ນ.

ເມື່ອຕອນເຊົ້າຂອງວັນເສົາວານນີ້ ກໍາລັງເນໂຕ້ໄດ້ຖິ້ມລະເບີດໃສ່ພື້ນທີ່ຢູ່​ໃກ້ໆຄ້າຍພັກຂອງ ຜູ້ນໍາລີເບຍໃນເມືອງ Tripoli ຊຶ່ງພວກ​ນັກ​ຂ່າວລາຍງານວ່າ ລູກລະເບີດໄດ້ທໍາລາຍທີ່ໝັ້ນ ທາງ​ທະຫານ ແຕ່ບໍ່ມີລາຍງານວ່າ ມີການບາດເຈັບລົ້ມ​ຕາຍ​ໃດໆ.

XS
SM
MD
LG