ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝລັ່ງແລະອັງກິດສົ່ງທີ່ປຶກສາ ດ້ານທະຫານ ໄປຍັງລີເບຍ


ປະທານາທິບໍດີຝລັ່ງທ່ານ Nicolas Sarkozy ພົບປະກັບ ຫົວໜ້າ ກະບົດລີເບຍ ທ່ານ Mustafa Abdel Jalil ທີ່ປາຣີ
ເມືອວັນທີ່ 20 ເດືອນນີ້
ປະທານາທິບໍດີຝລັ່ງທ່ານ Nicolas Sarkozy ພົບປະກັບ ຫົວໜ້າ ກະບົດລີເບຍ ທ່ານ Mustafa Abdel Jalil ທີ່ປາຣີ ເມືອວັນທີ່ 20 ເດືອນນີ້

ຝລັ່ງພວມເຂົ້າຮ່ວມກັບອັງກິດໃນການຈັດສົ່ງທີ່ປຶກສາດ້ານທະຫານຂອງຕົນໄປຍັງລີເບຍ ເພື່ອຊ່ວຍພວກກໍາລັງຝ່າຍກະບົດ.

ໂຄສົກລັດຖະບານຝລັ່ງຄົນນຶ່ງໄດ້ປະກາດໃຫ້ຊາບກ່ຽວກັບການເຄື່ອນໄຫວ ດັ່ງກ່າວໃນວັນ ພຸດມື້ນີ້ວ່າ ໃນຂະນະທີ່ປະທານາທິບໍດີ Nicolas Sarkozy ໄດ້ກຽມພ້ອມທີ່ພົບປະກັບ ທ່ານ Mustafa Abdel Jalil ຫົວໜ້າພວກກະບົດລີເບຍທີ່ນະຄອນຫລວງປາຣີຂອງຝລັ່ງ.

ການພົບປະກັນຄັ້ງນີ້ ຄາດວ່າຈະເພັ່ງເລັງໃສ່ຄວາມພະຍາຍາມຕ່າງໆກ່ຽວກັບການຫັນປ່ຽນ ໄປສູ່ລະບອບປະຊາທິປະໄຕຢູ່ໃນລີເບຍນັ້ນ.

ຂະນະດຽວກັນການສູ້ລົບກັນຍັງດຳເນີນຕໍ່ມາໃນວັນພຸດມື້ນີ້ລະຫວ່າງກໍາລັງສະໜັບສະໜຸນລັດຖະບານ ແລະພວກກະບົດ ທີ່ເມືອງ Misrata ທີ່ຖືກທະຫານລັດຖະບານປິດລ້ອມ ທີ່ປະຊາ ຊົນໃນເມືອງດັ່ງກ່າວພາກັນຮ້ອງຂໍຄວາມຊ່ວຍເຫລືອຂອງນານາຊາດ. ການໂຈມຕີທາງອາ
ກາດຂອງກໍາລັງເນໂຕ້ໄດ້ມີຕໍ່ທີ່ໝັ້ນຕ່າງໆຂອງຝ່າຍລັດຖະບານຢູ່ໃນຫລາຍໆຫົວເມືອງ.

ເມື່ອວັນອັງຄານວານນີ້ ທ່ານ William Hague ລັດຖະມົນຕີຕ່າງປະເທດອັງກິດ ກ່າວວ່າ ທີມທີ່ປຶກສາພິເສດດ້ານທະຫານຂອງອັງກິດປະມານສິບກວ່າຄົນ ແມ່ນຈະເຂົ້າໄປຊ່ວຍພວກ ກະບົດດ້ານການຈັດຕັ້ງດ້ານພະລາທິການແລະການສື່ສານ.

XS
SM
MD
LG