ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງກາດດາຟີ ບຸກເຂົ້າເຖິງ ຊານເມືອງ Ras Lanuf


ພວກກະບົດລີເບຍ
ພວກກະບົດລີເບຍ

ພວກກະບົດລີເບຍກ່າວວ່າພວກເຂົາເຈົ້າໄດ້ຖືກບັງຄັບໃຫ້ລ່າຖອຍຈາກ ເມືອງ Ras Lanuf ທີ່ເປັນເມືອງທ່ານໍ້າມັນສໍາຄັນຂອງລີເບຍ ຫລັງຈາກກໍາລັງຈົງຮັກພັກດີຕໍ່ຜູ້ນໍາ ມວມມາ ກາດ ດາຟີ ໄດ້ບຸກເຂົ້າໄກ້ຕົວເມືອງ.

ຫລາຍລາຍງານຂ່າວ ເວົ້າວ່າ ການສູ້ລົບກັນຢ່າງໜັກກໍາລັງດໍາເນີນໄປໃນຂົງເຂດດັ່ງກ່າວ ໃນວັນພຸດມື້ນີ້ ໂດຍທີ່ພວກສະໜັບສະໜຸນລັດຖະບານໄດ້ ລະດົມຍິງປືນໃຫຍ່ຢ່າງໜັກໜ່ວງ ແລະຍິງລູກສອນໄຟໃສ່ພວກກະບົດ.

ລາຍງານເວົ້າຕື່ມວ່າ ພວກກະບົດຈໍານວນຫລາຍຄົນໄດ້ພາກັນຫລົບໜີໄປທາງທິດເໜືອ ດ້ວຍລົດກະບະຫຼືລົດປິກອັບ

ເມື່ອວັນອັງຄານວານນີ້ ກໍາລັງທະຫານຂອງກາດດາຟີໄດ້ຕ່າວປີ້ນການບຸກໂຈມຕີໄປທາງ ທິດຕາເວັນຕົກ ຂອງກໍາລັງຕໍ່ຕ້ານລັດຖະບານ ໂດຍລະດົມຍິງພວກເຂົາເຈົ້າດ້ວຍລົດຖັງ ແລະປືນໃຫຍ່ ແລະບັງຄັບໃຫ້ລ່າຖອຍໄປ ຍັງເມືອງ Ras Lanuf ພວກສູ້ລົບຝ່າຍຄ້ານ ໄດ້ຮ້ອງຂໍການໂຈມຕີທາງ ອາກາດ ຂອງຝ່າຍພັນທະມິດໃນຂະນະທີ່ພວກເຂົາເຈົ້າຫລົບ ໜີໄປນັ້ນ.

ກໍາລັງທີ່ສະໜັບສະໜຸນກາດດາຟີ ໄດ້ບຸກເຂົ້າໄປເຖິງເຂດຊານເມືອງຂອງ ເມືອງ Ras Lanuf ໃນຕອນແລງຂອງວັນອັງຄານ ບ່ອນທີ່ໄດ້ຍິນສຽງປືນ ຈາກການສູ້ລົບກັນຢ່າງ ໜັກນັ້ນ.

ນອກນີ້ແລ້ວ ພວກກໍາລັງທີ່ຈົງຮັກພັກດີຕໍ່ກາດດາຟີ ຍັງສືບຕໍ່ປິດລ້ອມ ເມືອງ Misrata ຊຶ່ງເປັນທີ່ໝັ້ນສໍາຄັນບ່ອນສຸດທ້າຍຂອງພວກກະບົດໃນພາກຕາເວັນຕົກ ຜູ້ນໍາຝ່າຍກະບົດ ຄົນນຶ່ງທີ່ເມືອງໃຫຍ່ອັນດັບສາມຂອງ ລີເບຍກ່າວເມື່ອວັນອັງຄານວານນີ້ວ່າ ກໍາລັງຂອງ ກາດດາຟີ ໄດ້ລະດົມ ຍິງແບບບໍ່ເລືອກເປົ້າໝາຍເຂົ້າໃສ່ສູນກາງເມືອງທີ່ຄວບຄຸມໂດຍ ຝ່າຍຄ້ານ ຈາກເຂດອ້ອມແອ້ມແລະຖະນົນໃຫຍ່ສາຍນຶ່ງທີ່ຄວບຄຸມໂດຍລັດຖະບານ

XS
SM
MD
LG