ພວກກະບົດລີເບຍໄດ້ບຸກຄືບໜ້າເລິກເຂົ້າໄປໃນພາກ ຕາເວັນຕົກຂອງປະເທດ ໃນວັນເສົາວານນີ້ ພຽງມື້ນຶ່ງ ຫລັງຈາກຍຶດໄດ້ເມືອງສໍາຄັນສອງເມືອງລຸນຫລັງຈາກ ການໂຈມຕີທາງອາກາດຂອງກໍາລັງປະສົມເປັນເວລານຶ່ງອາທິດ ທີ່ປາກົດວ່າໄດ້ບັງຄັບໃຫ້ກໍາລັງຂອງຝ່າຍລັດຖະ ບານຕ້ອງລ່າຖອຍໄປ.
ພວກກະບົດກ່າວວ່າ ພວກເຂົາເຈົ້າໄດ້ຍຶດເອົາເມືອງທ່າ ນໍ້າມັນ Brega ເມືອວັນເສົາວານນີ້ ບໍ່ເທົ່າໃດຊົ່ວໂມງ ຫລັງຈາກຍຶດເອົາເມືອງ Ajdabiya ທີ່ຢູ່ໃກ້ກັນນັ້ນຄືນໄດ້ ພວກກະບົດກ່າວອີກວ່າ ກໍາລັງທີ່ຈົ່ງຮັກພັກດີຕໍ່ຜູ້ ນໍາລີເບຍ ທ່ານ ມວມມາ ກາດດາຟີ ແມ່ນຖືກຂັບໄລ່ອອກຈາກໄປທັງສອງເຂດດັ່ງກ່າວ.
ພວກກະບົດໄດ້ສູນເສຍການຄອບຄອງເມືອງ Ajdabiya
ໄປເມື່ອນຶ່ງອາທິດ ກ່ວາໆຜ່ານມາ ແຕ່ການໂຈມຕີທາງອາ
ກາດຫລາຍໆບັ້ນຂອງຝ່າຍກໍາລັງ ປະສົມຕໍ່ກໍາລັງຂອງຝ່າຍລັດຖະບານກາດດາຟີນັ້ນ ໄດ້ຊ່ວຍໃຫ້ພວກກະບົດຍຶດເອົາເມືອງດັ່ງກ່າວຄືນມາໄດ້.
ພວກເຫັນເຫດການລາຍງານວ່າ ໄດ້ເຫັນຊາກສົບຂອງພວກທະຫານລັດຖະບານ ສິບ ກວ່າສົບ ໃນເມືອງ Ajdabiya ປະມານ 160 ຫລັກກິໂລແມັດທາງທິດໃຕ້ຂອງ Benghazi ເມືອງທີ່ໝັ້ນຂອງພວກກະບົດ.