ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກອິດສະຫຼະ ແລະ ພັກສີຂຽວ ໄດ້ຮັບການເປີດໂຕ ທີ່ບໍ່ຄ່ອຍມີ ໃນການແຂ່ງຂັນເປັນປະທານາ ທິບໍດີ ສຫລ


ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສະຫະລັດ ທ່ານ Gary Johnson ກ່າວຖະແຫລງ ຕໍ່ບັນດານັກຂ່າວ ແລະ ຄະນະຜູ້ແທນ ຢູ່ທີ່ກອງປະຊຸມຫຼວງຂອງພັກອິດສະຫຼະ, ໃນເມືອງ Orlando ລັດຟໍລີດາ.
ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສະຫະລັດ ທ່ານ Gary Johnson ກ່າວຖະແຫລງ ຕໍ່ບັນດານັກຂ່າວ ແລະ ຄະນະຜູ້ແທນ ຢູ່ທີ່ກອງປະຊຸມຫຼວງຂອງພັກອິດສະຫຼະ, ໃນເມືອງ Orlando ລັດຟໍລີດາ.

ໃນຂະນະທີ່ພວກມີສິດປ່ອນບັດພວມພາກັນສືບຕໍ່ໃຫ້ທັດສະນະທີ່ບໍ່ຈົບບໍ່ງາມ ຕໍ່ຜູ້ສະໝັກ ແຂ່ງເປັນປະທານາທິບໍດີ ທັງຈາກພັກຣິພັບບລິກັນແລະພັກເດໂມກຣັດຢູ່ນີ້ ກໍມີພັກອື່ນໆຢູ່ ທີ່ບໍ່ຄ່ອຍປາກົດໂຕອອກໜ້າອອກຕາປານໃດ ຢູ່ໃນວົງການເມືອງຂອງຊາດ.

ປະທານາທິບໍດີຄົນສຸດທ້າຍທີ່ບໍ່ສັງກັດພັກເດໂມແຄຣັດ ຫຼື ພັກຣິພັບບລີກັນ ໄດ້ພົ້ນຈາກ ຕຳແໜ່ງ ໄປໃນປີ 1853 ຊຶ່ງໃນຂະນະທີ່ຫຼາຍໆພັກ ວິ້ງເຕັ້ນຫາຜູ້ລົງສະໝັກແຂ່ງຂັນ ເອົາຕຳແໜ່ງ ສຳລັບການເລືອກຕັ້ງແຕ່ລະຄັ້ງ ກໍບໍ່ມີຫຼາຍຄົນທໍ່ໃດ ທ່ີໄດ້ຮັບການສະໜັບ ສະໜູນຢ່າງແທ້ຈິງ.

ບາງຄົນຕ້ອງໄດ້ຜ່ານຜ່າອຸບປະສັກຢ່າງເປັນລະບົບ ທີ່ກີດກັນພວກເຂົາເຈົ້າ ບໍ່ໃຫ້ສາມາດ ນຳເອົາ ຄວາມຕັ້ງໃຈ ຂອງພວກເພິ່ນໄປຮອດໄປເຖິງພວກຜູ້ປ່ອນບັດຈຳນວນຫຼາຍ.

ແຕ່ວ່າ ໃນວັນອັງຄານຜ່ານມານີ້ ທ່ານ​ Gary Johnson ຜູ້ລົງສະໝັກຈາກພັກອິດສະຫຼະ ຫຼື Libertarian Party ກັບທ່ານ Bill Weld ຜູ້ສະໝັກເປັນຣອງຂອງທ່ານ ໄດ້ໄປປາກົດ ໂຕຢູ່ກອງປະຊຸມປະຊາຊົນທີ່ໂທລະພາບ CNN ຈັດຂຶ້ນເປັນເທື່ອທີສອງ ໃນການໂຄສະ ນາຫາສຽງປີນີ້ ແລະ ທ່ານນາງ Jill Stein ພ້ອມດ້ວຍຜູ້ສະໝັກເປັນຮອງທ່ານນາງ ຄື ທ່ານ Ajamu Baraka ຈາກພັກສີຂຽວ ຫຼື Green Party ກໍຈະໄດ້ມີໂອກາດປາກົດໂຕ ໃນວັນທີ 17 ສິງຫານີ້.

ທັງທ່ານ Johnson ແລະທ່ານນາງ Stein ຕ່າງກໍໄດ້ຮັບຜົນສຳເຣັດທີ່ສຸດຈາກ ພັກທີສາມ ໃນການເລືືອກຕັ້ງປີ 2012 ຫາກແຕ່ວ່າ ເຖິງແມ່ນພວກເພິ່ນຈະຕົກຢູ່ໃນອັນດັບທີສາມ ແລະທີສີ່ກໍຕາມ ແຕ່ຄະແນນສຽງຂອງພວກເພິ່ນ ກໍບໍ່ໃກ້ກັບຈຳນວນຄະແນນຂອງທ່ານ ບາຣັກ ໂອບາມາ ຈາກພັກເດໂມກຣັດ ແລະທ່ານ ມິຕ ຣົມນີ ຈາກພັກຣິພັບບລິກັນ. ທ່ານ ໂອບາມາ ໄດ້ຮັບຄະແນນສຽງ 66 ລ້ານ ຍາດໄດ້ໄຊຊະນະຈາກທ່ານ ຣົມນີ ທີ່ໄດ້ຄະແນນ 61 ລ້ານ ເວລາທ່ານ Johnson ໄດ້ຮັບ 1 ລ້ານ 2 ແສນ ແລະ ທ່ານນາງ Stein ໄດ້ ປະມານ 5 ແສນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG