ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໄລບີເຣຍ ພາກັນເລືອກຕັ້ງ ປະທານາທິບໍດີຄົນໃໝ່


ຮູບພາບຖ່າຍໃນວັນທີ 31 ກໍລະກົດ 2017 ໃນນະຄອນ Monrovia ສະແດງໃຫ້ເຫັນປ້າຍໂຄສະນາຫາສຽງ.
ຮູບພາບຖ່າຍໃນວັນທີ 31 ກໍລະກົດ 2017 ໃນນະຄອນ Monrovia ສະແດງໃຫ້ເຫັນປ້າຍໂຄສະນາຫາສຽງ.

ບັນດາ​ຜູ້​ປ່ອນ​ບັດ​ຢູ່​ໃນ Liberia ພາ​ກັນ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ
ຊຶ່ງເປັນ​ຂີດ​ໝາຍ​ໃຫ້​ແກ່​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກແຫ່ງນັ້ນ ​ທີ່ເປັນ​ປະ​ເທດ​ທຳ​ອິດ​ ​ຜ່ານອຳນາດ​ການ​ເລືອກ​ຕັ້ງ​ແບບ​ປະຊາທິປະ​ໄຕຢ່າງ​ເຕັມ​ສ່ວນ ​ໃນຫລາຍ​ກວ່າ 70 ປີ
​ຜ່ານ​ມາ.

ປະ​ເທດ​ທີ່​ມີ​ຜູ້​ລົງ​ທະບຽນປ່ອນ​ບັດ 2 ລ້ານ 1 ​ແສນຄົນ ກຳລັງ​ພາກັນ​ເລືອກ​ເອົາ​ຜູ້​ຈະ
ຂຶ້ນແທນຜູ້ທີ່​ໄດ້​ຮັບ​ລາງວັນໂນແບລຂະ​ແໜງ​ສັນຕິພາບ ທ່ານ​ນາງ Ellen Johnson
Sirleaf ​ແມ່ຍິງ​ອາ​ຟຣິກາ​ຄົນ​ທຳ​ອິດ ​ທີ່​ໄດ້​ຖືກ​ເລືອກ​ເອົາ​ເປັນ​ຜູ້ນຳ​ປະ​ເທດ ຜູ້​ທີ່​ໄດ້​ລາ
​ອອກ​ຈາກ​ຕຳ​ແໜ່​ງ ຫລັງ​ຈາກ​ໄດ້ຮັບ​ໃຊ້ມາ​ຫົກ​ປີ​ໃນສອງ​ສ​ະ​ໄໝ ທີ່​ໄດ້​ບົ່ງ​ບອກ​ຢູ່​ໃນ​
ລັດຖະທຳ​ມະນູນ​ຂອງ Liberia.

ຮ່ວມ​ຢູ່​ໃນບັນດາຜູ້​ສະໝັກ 20 ຄົນທີ່​ຈະ​ຂຶ້ນ​ແທນ ປະທານາທິບໍດີ Sirleaf ກໍມີ​ຮອງປະ
ທານາທິບໍດີຂອງທ່ານນາງ ຄື ທ່ານ Joseph Bokai ດາຣາ​ເຕະບານ​ທ່ານ George
Weah ຜູ້ນຳ​ຝ່າຍ​ຄ້ານ​ທ່່ານ Charles Brumskine ​ແລະ​ອະດີດ​ຜູ້​ບໍລິຫານ Coca-
Cola ທ່ານ Alexander Cummings. ມີ​ແ​ມ່​ຍິງ​ຄົນ​ດຽວ ​ທີ່ຢາກໄດ້ຕຳແໜ່ງ​ ເປັນ​ປະທານາທິບໍດີ ​ໃນ​ຂະນະ​ທີ່​ແມ່ຍິງ​ຄົນ​ອື່ນ ຄືທ່ານ​ນາງ Jewel Howard Taylor ກຳ
ລັງ​ເປັນ​ຄູ່​ແລ່ນ​ແຂ່ງຂັນ​ກັບ​ທ່ານ George Weah. ທ່ານ​ນາງ Taylor ແມ່ນ​ອະ​ດີດ​ພັນ
​ລະ​ຍາ​ຂອງ​ອະດີດ​ປະທານາທິບໍດີ ​ແລະ​ຜູ້ຖືກຕັດສິນວ່າມີຄວາມຜິດເປັນອາດຊະ
ຍາກອນ

ສົງຄາມ ທ່ານ Charles Taylor ທີ່​ພົວພັນ​ກັບ​ບົດບາດ​ຂອງ​ທ່ານ​ໃນ​ການ​ຂັດ​ແຍ້​ງກັບ
​ເພື່ອນ​ບ້ານ​ປະ​ເທດ Sierra Leon.

ຖ້າ​ຫາກ​ບໍ່​ມີ​ຜູ້​ສະໝັກ​ຄົນໃດ​ໄດ້​ຊະນະ 50 ​ເປີ​ເຊັນ​ຂອງ​ການ​ລົງ​ຄະ​ແນນ​ສຽງ ຕາມທີ່ໄດ້
ຄາດໄວ້ ​ເວລາ​ນັ້ນ​ຜູ້​ໄດ້​ຄະ​ແນນ​ສູງ​ສຸດ​ສອງ​ຄົນດັ່ງກ່າວ ຈະ​ໄດ້ໄປແຂ່ງຂັນກັນໃນ​ຮອບ
​ສຸດ​ທ້າຍ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້.

ທ່ານ​ນາງ Sirleaf ​ໄດ້​ນຳພາ Liberia ຜ່ານ​ໄລຍະ​ເວລາ​ອັນ​ຍາວ​ນານ​ຂອງ​ສັນ​ຕິ​ພາບ
​ຫລັງ​ຈາກ 14 ປີ​ຂອງ​ສົງຄາມ​ກາງ​ເມືອງ ​ທີ່​ໄດ້​ສິ້ນ​ສຸດ​ລົງ​ໃນ​ປີ 2003. ​ແຕ່ວ່າ​ປະ​ເທດ​ຍັງ​
ເຕັມ​ໄປ​ດ້ວຍ​ການ​ສໍ້​ລາດ​ບັງ​ຫລວງ​ ​ແລະ​ຍັງ​ພະຍາຍາມ​ທີ່​ຈະ​ຟື້ນຄືນ​ຈາກ​ວິ​ກິ​ດການ​ພະ
ຍາດ Ebola ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 5,000 ຄົນໃນ​ປີ 2014 ​ແລະ 2015.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Liberia Election
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG