ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໄລບີເຣຍ ຍັງຄອຍຖ້າ ຜົນການນັບ ຄະແນນສຽງ ການເລືອກຕັ້ງຂັ້ນຊີ້ຂາດ ຢູ່

ຮູບພາບນີ້ ແມ່ນ ສຳນັກງານໃຫຍ່ ຂອງຄະນະກຳມາທິການ ເລືອກຕັ້ງແຫ່ງຊາດ ໃນເມືອງ ມອນໂຣເວຍ ຂອງໄລບີເຣຍ, ວັນທີ 28 ທັນວາ 2017.
ຮູບພາບນີ້ ແມ່ນ ສຳນັກງານໃຫຍ່ ຂອງຄະນະກຳມາທິການ ເລືອກຕັ້ງແຫ່ງຊາດ ໃນເມືອງ ມອນໂຣເວຍ ຂອງໄລບີເຣຍ, ວັນທີ 28 ທັນວາ 2017.

ຊາວໄລບີເລຍ ຍັງຄອຍຖ້າຢູ່ ໃນວັນພຸດວານນີ້ ເພື່ອຮຽນຮູ້ວ່າ ຜູ້ທີ່ຈະເປັນປະທານາ
ທິບໍດີ ຄົນຕໍ່ໄປຂອງພວກເຂົາເຈົ້າ ໃນຂະນະທີ່ບັນດາເຈົ້າໜ້າທີ່ ສືບຕໍ່ນັບຄະແນນສຽງ
ຈາກການເລືອກຕັ້ງຂັ້ນຊີ້ຂາດແຫ່ງຊາດ ຂອງປະເທດອາຟຣິກາຕາເວັນຕົກ ຢູ່ນັ້ນ.

ອະດີດ ດາລາ ນັກເຕະບານ ທ່ານ ຈອຣຈ໌ ວີອາ (George Weah) ແລະ ຮອງປະທາ
ນາທິບໍດີ ທ່ານ ໂຈເຊັບ ບາວໄກ (Joseph Baokai) ກຳລັງແຂ່ງຂັນກັນ ເພື່ອດຳລົງ
ຕຳແໜ່ງແທນ ປະທານາທິບໍ ແອລແລນ ຈອນຊັນ ເຊີລີຟ (Ellen Johnson Sirleaf)
ຜູ້ທີ່ກຳລັງຈະລົງຈາກຕຳແໜ່ງ ຫຼັງຈາກທີ່ໄດ້ປະຕິບັດໜ້າທີ່ ມາໄດ້ສອງສະໄໝ ຊຶ່ງຖື
ວ່າ ຫຼາຍທີ່ສຸດ ທີ່ຖືກອະນຸຍາດ.ໃຫ້ ພາຍໃຕ້ລັດຖະທຳມະນູນຂອງ ໄລບີເຣຍ.

ອະດີດດາລາ ນັກເຕະບານ ທ່ານ ຈອຣຈ໌ ວີອາ (George Weah), ຜູ້ສະໝັກເປັນປະທານາທິບໍດີ ຂອງ ກຸ່ມປະສົມ ເພື່ອການປ່ຽນແປງສູ່ປະຊາທິປະໄຕ ຫຼື Coalition for Democratic Change ພວມປ່ອນບັດລົງຄະແນນສຽງ ຂອງທ່ານໃນລະຫວ່າງ ການເລືອກຕັ້ງ ປະທານາທິບໍດີ ໃນເມືອງມອນໂຣເວຍ ຂອງໄລບີເຣຍ, ວັນທີ 10 ຕຸລາ 2017.

ຄະນະກຳມາທິການເລືອກຕັ້ງແຫ່ງຊາດ ໄດ້ກ່າວ ຢູ່ໃນເຟສບຸກ ວ່າ ຜົນການນັບ
ຄະແນນສຽງ ເປັນໄປໄດ້ສູງ ທີຈະຖືກປະກາດອອກມາ ໃນວັນພະຫັດມື້ນີ້.

ພວກພະນັກງານຢູ່ທີ່ໜ່ວຍເລືອກຕັ້ງກ່າວວ່າ ຜູ້ຄົນທີ່ອອກມາລົງຄະແນນສຽງ ໃນວັນ
ອັງຄານຜ່ານມານີ້ ປາກົດວ່າ ຕໍ່າກວ່າການເລືອກຕັ້ງ ເມື່ອວັນທີ 10 ຕຸລາທີ່ຜ່ານມາ
ເຊິ່ງທ່ານ ບາວໄກ ແລະ ທ່ານ ວີອາ ເປັນຜູ້ທີ່ໄດ້ຮັບຄະແນນສຽງສູງສຸດ, ເຮັດໃຫ້
ພວກເພິ່ນທັງສອງຄົນ ຜ່ານເຂົ້າໃນການເລືອກຕັ້ງຂັ້ນຊີ້ຂາດ ດັ່ງກ່າວ.

ບັນດາຜູ້ສັງເກດການ ໄດ້ກ່າວວ່າ ໜ່ວຍເລືອກຕັ້ງທັງຫຼາຍ ແມ່ນໄດ້ຈັດເປັນລະບຽບ
ດີກວ່າ ໃນລະຫວ່າງການລົງຄະແນນສຽງ ເມື່ອເດືອນຕຸລາ, ແລະ ໄດ້ມີລາຍງານ
ກ່ຽວກັບ ບັນຫາຕ່າງໆ ໜ້ອຍດຽວ. ຄະນະກຳມາທິການ ການເລືອກຕັ້ງແຫ່ງຊາດ
ໄດ້ກ່າວວ່າ ແມ່ຍິງຜູ້ນຶ່ງ ພະຍາຍາມຈະປ່ອນບັດສອງຄັ້ງ ຖືກຈັບໄດ້ ແລະ ໄດ້ຖືກ
ຈັບເຂົ້າຄຸກ.

ທ່ານ ໂຈເຊັບ ນີຢູມາ ບາວໄກ (Joseph Nyuma Boakai) ຮອງປະທານາທິບໍດີ ຂອງໄລບີເຣຍ ແລະຜູ້ສະໝັກເປັນ ປະທານາທິບໍດີ ສັງກັດ ພັກເອກະພາບ ຫຼື Unity Party (UP), ກຳລັງປ່ອນບັດລົງຄະແນນສຽງ ຢູ່ໜ່ວຍເລືອກຕັ້ງ ໃນເມືອງ ມອນໂຣເວຍ.

ທັງທ່ານ ວີອາ ແລະ ທ່ານ ບາວໄກ ໄດ້ຕັ້ງການໂຄສະນາຫາສຽງຂອງພວກເພິ່ນ
ໃນເລື່ອງທີ່ກ່ຽວພັນກັບ ການສ້າງວຽກເຮັດງານທຳ, ການສຶກສາ ແລະ ການສ້າງ
ພື້ນຖານໂຄງລ່າງ.

ຜູ້ວິຈານທ່ານ ບາວໄກ 73 ຄົນໄດ້ກ່າວຫາທ່ານວ່າ ບໍ່ດີພໍ ທີ່ຈະເປັນ ຮອງປະທານາ
ທິບໍດີ ໃຫ້ທ່ານນາງ ຈອນຊັນ ເຊີລີຟ. ຜູ້ວິຈານທ່ານ ວີອາ 51 ຄົນ ກ່າວວ່າ ທ່ານເກືອບ
ຈະບໍ່ມີປະສົບການ ທາງການເມືອງ ຫຼື ການປົກຄອງທີ່ແທ້ຈິງເລີຍ.

ຜູ້ລົງແຂ່ງຂັນຮ່ວມ ຂອງທ່ານ Weah ແມ່ນສະມາຊິກສະພາສູງ ທ່ານນາງ ຈູໂວລ
ຮາວວາດ-ເທເລີຣ Jewel Howard-Taylor. ລາວແມ່ນອະດີດພັນລະຍາ ຂອງອະດີິດ
ຜູ້ນຳກຸ່ມກະບົດ ແລະ ປະທານາທິບໍດີ ຊາຣສ໌ ເທເລີຣ (Charles Taylor), ຜູ້ທີ່ໄດ້ກໍ່
ໃຫ້ເກີດສົງຄາມກາງເມືອງຂອງ ໄລບີເຣຍ ໃນປີ 1989 ແລະ ກຳລັງຮັບໃຊ້ໂທດຈຳຄຸກ
50 ປີ ຢູ່ໃນປະເທດ ອັງກິດ ຍ້ອນບົດບາດທີ່ປ່າເຖື່ອນຂອງລາວ ໃນປະເທດ ຊີແອຣາ
ເລອອນ.

ທ່ານ ເທເລີຣ ຍັງມີຜູ້ສະໜັບສະໜູນ ໃນປະເທດ ໄລບີເຣຍ, ແລະ ອະດີດພັນລະຍາ
ຂອງທ່ານ ແມ່ນໄດ້ຖືກຍົກຍ້ອງ ວ່າມີຜົນງານສຳລັບການຊ່ວຍເຫຼືອ ທີ່ເຮັດໃຫ້ ທ່ານ
ວີອາ ຊະນະການລົງຄະແນນສຽງ ຮອບທຳອິດຂອງປະເທດ ຢູ່ເມືອງຕ່າງໆທີ່ສຳຄັນ ນັ້ນ.

Liberia Election
please wait
Embed

No media source currently available

0:00 0:00:40 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG