ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວໄລບີເຣຍ ລໍຖ້າ ການນັບຄະແນນສຽງ ຈາກການເລືອກຕັ້ງ ປະທານາທິບໍດີ ຂັ້ນຊີ້ຂາດ


ພວກຄົນ ຍ່າງຜ່ານ ສຳນັກງານໃຫຍ່ ຂອງຄະນະກຳມາທິການ
ເລືອກຕັ້ງແຫ່ງຊາດ ຂອງໄລບີເຣຍ ຫຼື (NEC) ໃນຄຸ້ມສິນກອຣ
ຂອງນະຄອນ ມອນໂຣເວຍ, ປະເທດໄລບີເຣຍ ເມື່ອວັນທີ 6 ພະຈິກ 2017.
ພວກຄົນ ຍ່າງຜ່ານ ສຳນັກງານໃຫຍ່ ຂອງຄະນະກຳມາທິການ ເລືອກຕັ້ງແຫ່ງຊາດ ຂອງໄລບີເຣຍ ຫຼື (NEC) ໃນຄຸ້ມສິນກອຣ ຂອງນະຄອນ ມອນໂຣເວຍ, ປະເທດໄລບີເຣຍ ເມື່ອວັນທີ 6 ພະຈິກ 2017.

ປະຊາຊົນ ໄລບີເຣຍ ໄດ້ປ່ອນບັດລົງຄະແນນສຽງ ຂອງເຂົາເຈົ້າ ໃນການເລືອກຕັ້ງຂັ້ນ
ຊີ້ຂາດ ເມື່ອວັນອັງຄານວານນີ້ ເພື່ອເລືອກເອົາ ປະທານາທິບໍດີຄົນຕໍ່ໄປ ຂອງເຂົາເຈົ້າ.
ຕອນນີ້ເຂົາເຈົ້າກຳລັງລໍຖ້າການນັບຄະແນນສຽງຄັ້ງສຸດທ້າຍຢູ່, ເຊິ່ງອາດໃຊ້ເວລາ
ຫຼາຍວັນ.

ອະດີດນັກເຕະບານທີ່ມີຊື່ສຽງ ທ່ານ ຈອຣຈ໌ ວີອາ (George Weah) ແລະ ຮອງ
ປະທານາທິບໍດີ ທ່ານ ໂຈແຊັບ ບາວໄກ (Joseph Boakai) ແມ່ນກຳລັງແຂ່ງຂັນກັນ
ເພື່ອດຳລົງຕຳແໜ່ງ ແທນປະທານາທິບໍດີທ່ານນາງ ແອລແລນ ຈອນຊັນ ເຊີລີຟ
(Ellen Johnson Sirleaf), ຜູ້ທີ່ຈະລົງຈາກຕຳແໜ່ງ ຫຼັງຈາກປະຕິບັດໜ້າທີ່ ມາໄດ້
ສອງສະໄໝ, ເຊິ່ງຫຼາຍທີ່ສຸດທີ່ຖືກອະນຸຍາດພາຍໃຕ້ລັດຖະທຳມະນູນຂອງ ໄລບີເຣຍ.

ພະນັກງານສະຖານທີ່ປ່ອນບັດກ່າວວ່າ ຜູ້ທີ່ອອກມາລົງຄະແນນສຽງປາກົດວ່າ ຈະຕໍ່າ
ກວ່າການເລືອກຕັ້ງ ໃນວັນທີ 10 ຕຸລາທີ່ຜ່ານມາ ເຊິ່ງທ່ານ ບາວໄກ ແລະ ທ່ານ ວີອາ
ແມ່ນຜູ້ທີ່ໄດ້ຮັບຄະແນນສຽງສູງສຸດ, ເຮັດໃຫ້ພວກເພິ່ນທັງສອງຄົນ ຜ່ານເຂົ້າໃນ
ການເລືອກຕັ້ງຂັ້ນຊີ້ຂາດ.

ບັນດານັກສັງເກດການເວົ້າວ່າ ສະຖານທີ່ປ່ອນບັດແມ່ນເປັນລະບຽບກວ່າ ການລົງ
ຄະແນນ ສຽງເມື່ອເດືອນຕຸລາ, ແລະ ໄດ້ມີລາຍງານ ກ່ຽວກັບ ບັນຫາຕ່າງໆ ສອງສາມ
ຄັ້ງເທົ່ານັ້ນ. ຄະນະກຳມາທິການ ການເລືອກຕັ້ງແຫ່ງຊາດກ່າວວ່າ ແມ່ຍິງຜູ້ນຶ່ງທີ່ພະ ຍາຍາມຈະປ່ອນບັດສອງຄັ້ງ ຖືກຈັບໄດ້ ແລະ ຈັບເຂົ້າຄຸກ.

ທັງທ່ານ ວີອາ ແລະ ທ່ານ ບາວໄກ ໄດ້ຕັ້ງການໂຄສະນາຫາສຽງຂອງພວກເພິ່ນ ໃນ
ເລື່ອງທີ່ກ່ຽວພັນກັບ ການສ້າງວຽກເຮັດງານທຳ, ການສຶກສາ ແລະ ການສ້າງພື້ນຖານ
ໂຄງລ່າງ.

ຜູ້ວິຈານທ່ານ ບາວໄກ 73 ຄົນໄດ້ກ່າວຫາທ່ານວ່າ ບໍ່ດີພໍ ທີ່ຈະເປັນ ຮອງປະທານາ
ທິບໍດີ ໃຫ້ທ່ານນາງ ຈອນຊັນ ເຊີລີຟ. ຜູ້ວິຈານທ່ານ ວີອາ 51 ຄົນ ກ່າວວ່າ ທ່ານ
ເກືອບຈະບໍ່ມີປະສົບການ ທາງການເມືອງ ຫຼື ການປົກຄອງທີ່ແທ້ຈິງເລີຍ.

ຜູ້ລົງແຂ່ງຂັນຮ່ວມ ຂອງທ່ານ Weah ແມ່ນສະມາຊິກສະພາສູງ ທ່ານນາງ ຈູໂວລ ຮາວວາດ-ເທເລີຣ Jewel Howard-Taylor. ລາວແມ່ນອະດີດພັນລະຍາ ຂອງ
ອະດີິດຜູ້ນຳກຸ່ມກະບົດ ແລະ ປະທານາທິບໍດີ ຊາຣສ໌ ເທເລີຣ (Charles Taylor),
ຜູ້ທີ່ໄດ້ສ້າງສົງຄາມກາງເມືອງຂອງ ໄລບີເຣຍ ໃນປີ 1989 ແລະ ກຳລັງຖືກຂັງຄຸກ
50 ປີ ໃນປະເທດ ອັງກິດ ຍ້ອນບົດບາດທີ່ປ່າເຖື່ອນ ຂອງລາວ ໃນປະເທດ ຊີແອຣາ
ເລອອນ.

ທ່ານ ເທເລີຣ ຍັງມີຜູ້ສະໜັບສະໜູນ ໃນປະເທດ ໄລບີເຣຍ, ແລະ ອະດີດພັນລະຍາ
ຂອງທ່ານແມ່ນໄດ້ຖືກຍົກຍ້ອງຜົນງານ ສຳລັບການຊ່ວຍເຫຼືອ ທ່ານ ວີອາ ໃຫ້ຊະນະ
ການລົງຄະແນນສຽງ ຢູ່ບ່ອນສຳຄັນ ຮອບທຳອິດຂອງປະເທດ.

Liberia Election
please wait
Embed

No media source currently available

0:00 0:01:39 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG