ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາພະນັກງານ​ການ​ແພດ ​ໃນ​​ໄລ​ບີ​ເຣຍ ຈະຢຸດ​ງານ​ ປະ​ທ້ວງ ກ່ຽວກັບອີໂບລາ


ບັນດາພະນັກງານ​ການ​ແພດ ທີ່ໃສ່ຊຸດປ້ອງກັນ ກຳລັງຫາມເອົາສົບຂອງຜູ້ຍິງຄົນນຶ່ງ ທີ່ສົງໄສວ່າ ຕາຍຍ້ອນອີໂບລາ ອອກຈາກເຮືອນຂອງນາງ ຢູ່ເມືອງ New Kru ຫ່າງອອກໄປນອກນະຄອນຫລວງ Monrovia ປະເທດ Liberia, ວັນທີ 8 ຕຸລາ 2014.
ບັນດາພະນັກງານ​ການ​ແພດ ທີ່ໃສ່ຊຸດປ້ອງກັນ ກຳລັງຫາມເອົາສົບຂອງຜູ້ຍິງຄົນນຶ່ງ ທີ່ສົງໄສວ່າ ຕາຍຍ້ອນອີໂບລາ ອອກຈາກເຮືອນຂອງນາງ ຢູ່ເມືອງ New Kru ຫ່າງອອກໄປນອກນະຄອນຫລວງ Monrovia ປະເທດ Liberia, ວັນທີ 8 ຕຸລາ 2014.

ບັນດາພະນັກງານ​ການ​ແພດ ​ໃນໄລ​ບີ​ເຣຍ ​ກຳລັງ​ກຽມ ທີ່​ຈະ
​ຢຸດ​ງານ​ ປະ​ທ້ວງ​ ກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງ​ເລື້ອງ​ເງິນ​ຄ່າ​ຈ້າງ ຊຶ່ງ​ເປັນ​
ການ​ເຄື່ອນ​ໄຫວ​ ທີ່​ອາດ​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ ຕໍ່​ການ​ຕໍ່ສູ້
​ຕ້ານ​ເຊື້ອ​ໄວຣັສອີ​ໂບລາ​ ທີ່ອັນຕະລາຍ​ເຖິງ​ແກ່​ຊີວິດນັ້ນ.

ສະມາຊິກຫຼາຍພັນ​ຄົນ​ ຂອງ​ສະມາຄົມ​ພະນັກງານສຸ​ຂະ​ພາບ
ແຫ່ງ​ຊາດໄລ​ບີ​ເຣຍ ກ່າວ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄປເຮັດການ ​ໃນ
​ວັນ​ຈັນ​ມື້​ນີ້ ​ເວັ້ນ​ເສຍ​ແຕ່ວ່າພວກ​ເຂົາ​ຈະໄດ້​ຮັບ​ ​ເງິ​ນຄ່າ​ຈ້າງ
​ເພີ້​ມຂຶ້ນ​ຫຼາຍສົມຄວນ ສຳ​ຫຼັບ​ວຽກທີ່ອັນຕະລາຍ.

ບັນດາສະມາ​ຊິກ​ຂອງ​ສະມາຄົມ​ດັ່ງ​ກ່າວ ​ກຳລັງຮຽກຮ້ອງ​ເອົາ​ເງິນ 700 ດອລລ່າ ​ເປັນຄ່າ​ຈ້າງຕໍ່​ເດືອນ​ສຳລັບວຽກ​ອັນຕະລາຍ ​ເພີ້​ມ​ເຂົ້າກັບ​ເງິນ​ເດືອນ​ ​ປະ​ມານ 200 ຫາ 300 ດອລລ່າ ສຳ​ຫຼັບແຕ່ລະ​ເດືອນນັ້ນ.

​ປະ​ເທດໄລ​ບີ​ເຣຍ ມີ​ຈຳນວນ​ຄົນ​ທີ່​ຕິດ​ເຊື້ອອີ​ໂບລາ​ ​ແລະເສຍ​ຊີວິດ​ໄປ​ແລ້ວ ຫຼາຍ​ທີ່ສຸດ ​ໃນ​ການລະບາດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ພະຍາດນີ້. ອີ​ໂບລາ ​ໄດ້ຂ້າ​ຄົນຫຼາຍກວ່າ 2,300 ຄົນ​ແລ້ວ ​ໃນ​ໄລ​ບີ​ເຣຍນັ້ນ.

ຊາວໄລບີເຣຍຢູ່ໃນສະຫະລັດ ເປັນຫ່ວງນຳສະຖານະການ ອີໂບລາ ຢູ່ໃນປະເທດເຂົາເຈົ້າ:

Liberians Living in US Struggle From Afar as Ebola Ravages Homeland
please wait

No media source currently available

0:00 0:02:53 0:00

ໃນ​ຂະນະ​ດຽວ​ກັນ ຢູ່​ສະຫະລັດ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ໃຫ້​ນຳ​ໃຊ້​ມາດ​ຕະການ​ຕ່າງໆໂດຍ​ທັນ​ທີ ​ເພື່ອ​ເຮັດ​ໃຫ້​ໝັ້ນ​ໃຈ ວ່າ ລະບົບ​ການ​ແພດ​ຂອງ​ສະຫະລັດ ມີ​ຄວາມ​ພ້ອມ​ ທີ່​ຈະ​ປະຕິບັດ​ຕາມຫຼັກການ​ອັນ​ເໝາະ​ສົມ ສຳ​ຫຼັບປິ່ນປົວ​ບັນດາ​ຄົນ​ປ່ວຍ
ຍ້ອນ​ອີໂບລາ. ທ່ານໄດ້​ໂອ້​ລົມໃນ​ວັນ​ອາທິດ​ວານ​ນີ້​ ​ກັບລັດຖະມົນຕີ​ສາທາລະນະ​ສຸກ ​ແລະ ບໍລິການມະນຸດ ທ່ານ​ນາງ Sylvia Burwell ກ່ຽວ​ກັບ​ກໍລະນີ​ທຳ​ອິດ​ ຂອງ​ການ​ຕິດ​ແປດເຊື້ອ​ອີ​ໂບລາ ​ຢູ່ໃນ​ສະຫະ​ລັດ.

ທ່ານ​ໂອ​ບາ​ມາ ​ໄດ້ອອກ​ຄຳ​ສັ່ງ ​ໃຫ້​ສູນ​ຄວບ​ຄຸມແລະ​ປ້ອງ​ກັນພະ​ຍາດ​ສະຫະລັດ ທຳ​ການ​ສືບສວນສອບສວນ​ໂດຍ​ໄວ ວ່າ​ ​ນາງ​ພະຍາບານ​ທີ່ ​ໂຮງໝໍ Texas Health Presbyterian ​ໄດ້​ຕິດ​ເຊື້ອ​ໄວຣັສດັ່ງກ່າວ​ໄດ້​ແນວ​ໃດ. ນາງພະຍາບານ​ຄົນ​ນັ້ນ ​ເປັນ​ຄົນນຶ່ງ​ຢູ່​ໃນ​ທິມ ທີ່​ໃຫ້ການ​ຮັກສາ​ປິ່ນປົວຄົນ​ປ່ວຍ​ຜູ້​ທຳ​ອິດ ທີ່​ໄດ້​ຖືກ​ວິນິ​ໄສ​ວ່າ​ມີ​ເຊື້ອ​ໄວ​ລັສ​ໃນ​ສະຫະລັດ ຄື ທ້າວ Thomas Duncan ​ທີ່​ໄດ້​ເສຍ​ຊີວິດ​ໄປ ​ອາທິດ​ແລ້ວ​ນີ້.

Ebola: How Scared Should We Be? (On Assignment October 10, 2014)
please wait

No media source currently available

0:00 0:05:22 0:00

XS
SM
MD
LG