ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄລບີເຣຍ ພະຍາຍາມ ແກ້ໄຂ ບັນຫາສົບຄົນຕາຍ ຍ້ອນອີໂບລາ ທີ່ຍັງບໍ່ໄດ້ຝັງ (ສະໄລດ໌/ວີດີໂອ)


ບັນດາ​ເຈົ້າໜ້າ​ທີ່​ໄລ​ບີ​ເຣຍ ກຳລັງດີ້ນຮົນ​ເພື່ອ​ຈັດການ​ກັບ
ສົບ​ຂອງ​ພວກ​ເສຍ​ຊີວິ​ດຍ້ອນເຊື້ອ​ໄວຣັສອີ​ໂບລາ ທີ່​ຍັງ​ບໍ່​
ໄດ້​ຖືກ​ຝັງ ທີ່​ມີ​ເພີ້​ມຂຶ້ນ​ນັບ​ມື້ ຢູ່​ໃນ​ຊຸມ​ຊົນ​ຕ່າງໆ ທີ່​ໄດ້​ຮັບ​
ຜົນ​ກະທົບ​ຈາກ​ເຊື້ອ​ໄວຣັສ ທີ່ອັນຕະລາຍ​ເຖິງແກ່​ຊີວິດນັ້ນ.

ລາຍ​ງານຕ່າງໆຂອງສື່​ຂ່າວທ້ອງ​ຖິ່ນ ກ່າວ​ວ່າ ລະບົບຮັກສາ​
ອະນາ​ໄມ ທີ່​ບໍ່​ສາມາດຈັດການ​ໄດ້​ ກັບ​ສະຖານະ​ການ​ລົ້ນມື
​ດັ່ງກ່າວ ພາ​ໃຫ້​ມີ​ການ​ນຳເອົາສົບໄປຖິ້ມ​ໄວ້ຕາມຊຸມ​ຊົນ​ຕ່າງໆ
​ແລະປ່ອຍປະ​ໄວ້​ໂດຍ​ບໍ່​ໄດ້​ຖືກ​ຝັງ​ເປັນ​ເວລາຫຼາຍມື້. ລາຍ​ງານ
​ສະບັບ​ນຶ່ງ​ເວົ້າ​ວ່າ ມີການ​ພົບ​ເຫັນຫຼາຍ​ເຖິງ 37 ສົບ ​ໃນ​ວັນ
​ອາທິດ​ຜ່ານ​ມາ ຢູ່​ໃນ​ບໍລິ​ເວນ​ແຫ່ງ​ນຶ່ງ​ຂອງນະ​ຄອນ​ຫລວງ Monrovia.

ລັດຖະມົນຕີກະຊວງ​ຖະ​ແຫລ​ງຂ່າວ​ໄລ​ບີ​ເຣຍ ທ່ານ Lewis Brown ​ເວົ້າ​ກັບ James
Butty ​ຜູ້​ສື່​ຂ່າວວີ​ໂອ​ເອ ປະຈຳ​ອາ​ຟຣິກາ ວ່າບັນດາ​ເຈົ້າໜ້າ​ທີ່ ບໍ່ໄດ້​ກຽມ​ພ້ອມ ສຳ​ຫລັບ
ການ​ຕອບຮັບ​ໃນທາງ​ລົບ​ຂອງຊຸມ​ຊົນ. ທ່ານເວົ້າ​ວ່າ “ສິ່ງທີ່​ພວກ​ເຮົາ​ໄດ້​ຮັບ​ນັ້ນ ​ແມ່ນ​
ການ​ຕໍ່ຕ້ານ​ຈາກ​ຊຸມ​ຊົນ​ຕ່າງໆ ທີ່​ເວົ້າ​ວ່າ ​ສົບ​ພວກ​ນີ້​ບໍ່​ຄວນ​ທີ່​ຈະ​ຖືກ​ຝັງ​ຢູ່​ໃນ​ຊຸມ​
ຊົນຂອງ​ພວກ​ເຂົາ​ເຈົ້າ.”

ທ່ານ Brown ​ກ່າວ​ວ່າ ຜົນ​ກໍ​ຄື ປະທານາທິບໍດີ ທ່ານ​ນາງ Ellen Johnson Sirleaf ​
ໄດ້​ມີ​ຄຳ​ສັ່ງໃຫ້​ເຜົາ​ສົບ ຂອງພວກ​ທີ່​ຕາຍຍ້ອນ ເຊື້ອອີ​ໂບລານັ້ນ.

ບັນຫາ​ດັ່ງກ່າວ​ນີ້ມີ​ຂຶ້ນ ​ໃນ​ຂະນະ​ທີ່ ອົງກາ​ນອະນາ​ໄມ​ໂລກ ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ໃໝ່​
ກ່ຽວກັບເຊື້ອໄວຣັສອີ​ໂບລາ ​ໂດຍລາຍ​ງານ​ວ່າ ມີຜູ້ເສຍ​ຊີວິດລາຍໃໝ່ ຫຼາຍສິບ​ຄົນ ​
ທີ່ ກິີນີ ​ໄລ​ບີ​ເຣຍ ​ແລະ​ຊີ​ແອຣາ ລີອອນ. ອົງການ​ດັ່ງກ່າວ ​ເວົ້າອີກວ່າ ຈຳນວນ​ຄົນ​ຕາຍ
​ແມ່ນຢູ່ທີ່ 887 ຄົນ ລວມທັງ 255 ຄົນ​ໃນ​ໄລ​ບີ​ເຣຍ.

ebola4august14
please wait
Embed

No media source currently available

0:00 0:01:50 0:00

XS
SM
MD
LG