ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ບັນຊາການ ສູງສຸດ ກອງທັບ Guinea ເສຍຊີວິດ


ອຸບັດຕິເຫດເຮືອບິນຕົກ ທີ່ເຮັດໃຫ້ຜູ້ບັນຊາ
ການສູງສຸດກອງທັບ Guinea ແລະອີກ 10 ຄົນເສຍຊີວິດ ຢູ່ທີ່ເມືອງ Charlesville ຂອງ Liberia
ອຸບັດຕິເຫດເຮືອບິນຕົກ ທີ່ເຮັດໃຫ້ຜູ້ບັນຊາ ການສູງສຸດກອງທັບ Guinea ແລະອີກ 10 ຄົນເສຍຊີວິດ ຢູ່ທີ່ເມືອງ Charlesville ຂອງ Liberia
ປະເທດ Liberia ແລະ Guinea ກໍາລັງໄວ້ທຸກ ໃນວັນອັງຄານ
ມື້ນີ້ ລຸນຫລັງເກີດອຸບັດຕິເຫດເຮືອບິນຕົກ ທີ່ເຮັດໃຫ້ຜູ້ບັນຊາ
ການສູງສຸດກອງທັບ Guinea ແລະອີກ 10 ຄົນເສຍຊີວິດ.

ທ່ານ Lewis Brown ລັດຖະມົນຕີກະຊວງຖະແຫລງຂ່າວຂອງ
Liberia ກ່າວຕໍ່ວີໂອເອວ່າ ສາເຫດທີ່ພາໃຫ້ເຮືອບິນຕົກ ໃນວັນ
ຈັນວານນີ້ ຢູ່ທີ່ເມືອງ Charlesville ນັ້ນຍັງ ຢູ່ໃນລະຫວ່າງການ
ສືບສວນ ແລະວ່າສະພາບອາກາດໃນຕອນເຊົ້າ ຊຶ່ງປົກກະຕິປົກ
ຄຸມໄປດ້ວຍໝອກໃນໄລຍະນີ້ຂອງປີເຮັດໃຫ້ບໍ່ສາມາດແນມ
ເຫັນໄກໄດ້.

ທ່ານ Brown ກ່າວຕື່ມວ່າ ໄດ້ພົບເຫັນ ເຄື່ອງບັນທຶກການບິນ ຫລື
“black box” ແລ້ວ ແລະວ່າ ພວກເຈົ້າໜ້າທີ່ກໍາລັງຢູ່ໃນຂັ້ນຕອນ
ທີ່ຈະສົ່ງເຄື່ອງບັນທຶກ ດັ່ງກ່າວໄປຕ່າງປະເທດເພື່ອທໍາການວິໄຈ.

ແມ່ຍິງຄົນນຶ່ງທີ່ເຫັນເຫດການ ກ່າວຕໍ່ວີໂອເອ ໃນວັນຈັນວານນີ້ວ່າ ນາງໄດ້ ເຫັນຄວັນ ແລະໄຟອອກມາຈາກເຮືອບິນລໍານຶ່ງດັ່ງກ່າວ ໃນຂະນະທີ່ຍັງບິນຢູ່ເທິງອາກາດ. ຄະນະຜູ້ ແທນທະຫານຂອງ Guinea ກໍາລັງເດີນທາງໄປຍັງ ນະຄອນຫລວງ Monrovia ເພື່ອ ເຂົ້າຮ່ວມງານສະຫລອງວັນກອງທັບແຫ່ງຊາດປະຈໍາປີຂອງ Liberia ເວລາເຮືອບິນຕົກ.

ປະທານາທິບໍດີ ໄລເບເຣຍ ທ່ານນາງ ແອລເລິນ ຈອນສັນ ເຊີລີຟ ໄດ້ໄປເບິ່ງ ບ່ອນເຮືອ ບິນຕົກ ໃນວັນຈັນວານນີ້ ແລະໄດ້ສະແດງຄວາມເສົ້າສະຫລົດໃຈຂອງປະເທດຂອງທ່ານ ນາງ ຕໍ່ລັດຖະບານ ແລະປະຊາຊົນຂອງກີເນຍ.

ລັດຖະບານກີເນຍໄດ້ປະກາດໄວ້ທຸກ ເປັນເວລາສາມວັນ ເລີ້ມແຕ່ວັນຈັນວານນີ້.
XS
SM
MD
LG