ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ປ. ໄລບີເຣຍ ຍົກເລີກ ພາວະສຸກເສີນ ໃນທົ່ວປະເທດ


ປະທານາທິບໍດີ ໄລບີເຣຍ ທ່ານນາງ Ellen Johnson Sirleaf ໄປເຖິງ ນະຄອນຫລວງ ເພື່ອກ່າວຖະແຫລງ ຕໍ່ຄະນະລັດຖະບານ ໃນມອນໂຣເວຍ ປະເທດໄລບີເຣຍ.

ປະທານາທິບໍດີ​ໄລ​ບີ​ເຣຍ ທ່ານນາງ Ellen Johnson Sirleaf ​ໄດ້
​ຍົກເລີກ ພາວະ​ສຸກ​ເສີນ ທີ່​ທ່ານນາງ​ ໄດ້​ປະກາດ​ນໃຊ້​ ​ຍ້ອນ​ວິ​ກິດ
​ການ​ ອີ​ໂບລາ.

​ແຕ່​ຢູ່​ໃນ​ຄຳ​ຖະ​ແຫລ​ງ​ເມື່ອ​ວັນ​ພະຫັດວານ​ນີ້ ທ່ານ​ນາງ Sirleaf
ກ່າວ​ວ່າ ການ​ຕໍ່ສູ້​ຕ້ານ ອີ​ໂບລາ ຍັງ​ບໍ່​ສິ້ນສຸດ​ເທື່ອ ​ແລະ ວ່າ ການ
​ຈຳກັດ​ສ່ວນ​ນຶ່ງ​ ຈະ​ດຳເນີນຕໍ່ໄປ.

ທ່ານນາງ Sirleaf ​ເວົ້າວ່າ “ຈົນ​ກວ່າ​ ເປົ້າໝາຍ​ແຫ່ງ​ຊາດ
ຂອງ​ກໍລະນີ ​ຜູ້ຕິດເຊື້ອໃໝ່ຫລຸດລົງເປັນ ສູນ ພາຍໃນວັນ
ຄຣິສມັສ ຈະ​ບັນລຸ​ໄດ້​ ໃນ​ທົ່ວ​ປະ​ເທດ ພວກ​ເຮົາ​ຍັງຈະສືບ
ຕໍ່ ຮັກສາຫຼາຍໆ​ມາດຕາ​ການໄວ້ຄື​ເກົ່າ ພ້ອມ​ດ້ວຍ​ປັບປຸງໃຫ້ເໝາະ​ສົບ ເພື່ອໃຫ້
ສອດຄ່ອງກັບຄວາມ​ກ້າວໜ້າ​ໃນ​ການ​ຕໍ່ສູ້​ຂອງ​ພວກ​ເຮົາ.”

ປະທານາທິບໍດີ​ໄລ​ບີ​ເຣຍ ກ່າວ​ອີກວ່າ ຕະຫລາດ​ຕ່າງໆ ສາມາດ​ເປີດ​ຄືນ​ໄດ້​ ​ແລະ ການ​
ຫ້າມ​ອອກ​ນອກ​ບ້ານ ຈະ​ຫລຸດລົງ​ໄປ​ຮອດຕອນທ່ຽງ​ຄືນ ຢູ່​ໃນ​ບໍລິ​ເວນ​ທີ່​ບໍ່​ມີ​ຜົນ​ກະທົບ.
ທ່ານນາງ Sirleaf ​ເວົ້າວ່າ 10 ​ເມືອງ ​ໃນ​ຈຳນວນ 15 ​ເມືອງຂອງ​ໄລ​ບີ​ເຣຍ​ນັ້ນ ມີ​ລາຍ​
ງານ​ວ່າ ບໍ່​ມີ​ກໍລະນີ​ໃໝ່ ຕັ້ງ​ແຕ່​ວັນ​ອາທິດ​ຜ່ານ​ມາ.

​ໄລ​ບີ​ເຣຍ ​ແມ່ນ​ໄດ້​ຢູ່​ພາຍ​ໃຕ້ ​ພາວະ​ສຸກ​ເສີນ ນັບ​ຕັ້ງ​ແຕ່​ເດືອນ​ສິງຫາ ປີ​ນີ້. ໃນ​ສາມ​ປະ​ເທດ​
ຢູ່​ອາ​ຟຣິກາ ບ່ອນ​ທີ່​ເປັນ​ຈຸດ​ສູນ​ກາງຂອງ​ການລະ ບາດນັ້ນ ພ້ອມດ້ວຍ ປະ​ເທດ ກີ​ນີ ​ແລະ ຊີແອຣາ
​ເລ​ອອນນັ້ນ ປະ​ເທດ​ໄລ​ບີ​ເຣຍ ​ແມ່ນໄດ້​ຮັບ​ຜົນ​ກະທົບ​ໜັກ​ທີ່​ສຸດ ຈາກພະຍາດ​ຕິດ​ແປດ​ດັ່ງກ່າວ.

​ແຕ່​ຫາກ​ວ່າ​ ມີຂ່າວບໍ່ຄ່ອຍດີປານໃດ ສຳຫລັບ​ຊີ​ແອຣາ ​ເລ​ອອນ ນັ້ນ. ອົງການ​ອະນາ​ໄມ​
ໂລກ ກ່າວ​ວ່າ ​ກໍລະນີຜູ້​ຕິດ​ເຊື້ອ​ອີ​ໂບລາ ​ໄດ້ “​ເພີ້​ມ ສູງ​ຂຶ້ນຢ່າງຫຼວງຫຼາຍ” ​ ໃນຊີແອຣາ
​ເລ​ອອນ ທີ່ມີລາຍງານວ່າ ມີຜູ້ຕິດເຊື້ອອີໂບລາໃໝ່ 421 ຄົນ​ ​ໃນ​ອາທິດ​ນີ້.

ສູນກາງປິ່ນປົວອີ​ໂບລາຂັ້ນນຳ​ ຂອງ​ປະ​ເທດ​ມາລີ​ແຫ່ງ​ນຶ່ງ ຢູ່​ນະຄອນ ຫລວງ ບາມາ​ໂກ ​
ໄດ້​ຖືກ​ກົດ​ດັນ​ໃຫ້ຢຸດເຊົາໃຫ້ບໍລິການຊົ່ວຄາວ ຫຼັງຈາກ​ທີ່ ​ພະຍາບ​ານຄົນ​ນຶ່ງ​ເສຍ​ຊີວິດ
ແລະ ຫຼາຍກວ່າ 90 ຄົນ ​ໄດ້​ຖືກ​ກັກ​ຕົວ​ຢູ່​ກັບ​ທີ່.

EBOLA SOTVO
please wait
Embed

No media source currently available

0:00 0:00:36 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG