ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ດາຣາເຕະບານ ​ເປັນຜູ້ນຶ່ງ ທີ່ມີຄະແນນ ນໍາໜ້າ ໃນການເລືອກຕັ້ງ ຢູ່ໄລ​ບີເຣຍ


ທ່ານ George Weah ອະດີດນັກກິລາເຕະບານ ແລະຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຈາກພັກ Congress for Democratic Change (CDC) ຫລື ພັກລັດຖະສະພາເພື່ອການປ່ຽນແປງແບບມີປະຊາທິປະໄຕ ກໍາລັງປ່ອນບັດລົງຄະແນນສຽງທີ່ສະຖານທີ່ປ່ອນບັດແຫ່ງນຶ່ງ ຢູ່ນະຄອນຫລວງ Monrovia ຂອງໄລ​​ບີເຣຍ
ທ່ານ George Weah ອະດີດນັກກິລາເຕະບານ ແລະຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຈາກພັກ Congress for Democratic Change (CDC) ຫລື ພັກລັດຖະສະພາເພື່ອການປ່ຽນແປງແບບມີປະຊາທິປະໄຕ ກໍາລັງປ່ອນບັດລົງຄະແນນສຽງທີ່ສະຖານທີ່ປ່ອນບັດແຫ່ງນຶ່ງ ຢູ່ນະຄອນຫລວງ Monrovia ຂອງໄລ​​ບີເຣຍ

ທ່ານ George Weah ດາຣາ​ເຕະບານ​ ​ແລະ​ຮອງ​ປະທານາທິບໍດີ Joseph
Bokai ​ເປັນ​ຜູ້ມີຄະ​ແນນນໍາໜ້າ ​ໃນຜົນ​ການ​ເລືອກ​ຕັ້ງ ປະທານາທິບໍດີຂອງ
​ໄລບີເຣຍ ​ແຕ່​ວ່າ​ເຈົ້າໜ້າທີ່ຮັບຜິດຊອບການເລືອກ​ຕັ້ງ​ເວົ້າວ່າ ມີ​ພຽງ​ແຕ່ນຶ່ງ
ສ່ວນສາມຂອງ​ບັດ​ຄະ​ແນນ​ສຽງ​ເທົ່າ​ນັ້ນທີ່​ໄດ້​ຖືກ​ນັບ ​ໃນ​ວັນ​ພະຫັດ​ວານ​ນີ້
ຊຶ່ງ​ເປັນ​ເວລາ 3 ມື້ພາຍຫລັງທີ່​ມີການປ່ອນ​ບັດ​ເລືອກ​ຕັ້ງແລ້ວ.

ຜູ້ປ່ອນ​ບັດ​ພາ​ກັນ​ໄປ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງເອົາ​ປະທານ​ທິບໍດີໃນວັນ
ອັງຄານຜ່ານມາ ຊຶ່ງເປັນ​ຂີດ​ໝາຍ​ໃຫ້​ແກ່​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ
ແຫ່ງນັ້ນ ທີ່​ໄດ້​ມີການ​ໂອນ​ອຳນາດ​ຢ່າງສັນ ຕິເປັນຄັ້ງ​ທຳ​ອິດ ​ໃນຮອບຫລາຍ​
ກວ່າ 70 ປີ ​ຜ່ານ​ມາ ຈາກການນໍາພາ ​ທີ່​ມີ​ເລືອກ​ຕັ້ງ​ແບບ​ປະຊາທິປະ​ໄຕ
ຂອງ​ຜູ້​ນຶ່ງ ໄປ​ຫາການ​ນໍາພາ​ຂອງ​ອີກຜູ້​ນຶ່ງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ພັກ​ເສລີພາບ​ຢາກ​ໃຫ້​ເຈົ້າໜ້າທີ່​ຮັບຜິດຊອບ​ການເລືອກ​ຕັ້ງ
ຢຸດ​ການ​ນັບ​ຄະ​ແນນ​ສຽງ ​ໂດຍ​ໃຫ້​ເຫດຜົນວ່າ ມີການ​ປ່ອນ​ບັດ​ບໍ່ຖືກຕ້ອງ​ຕາມ
​ລະບຽບການ ​ແລະ​ມີ​ການ​ໂກງ​ຄະ​ແນນ.

ຊາວໄລ​ບີເຣຍພາ​ກັນ​ໄປ​ປ່ອນ​ບັດ​ເພື່ອ​ເລືອກ​ຕັ້ງ​ເອົາ​ຜູ້​ມາ​ຂຶ້ນດໍາລົງ​ຕໍາ​ແໜ່ງ​
ແທນ ທ່ານ​ນາງ Ellen Johnson Sirleaf ​ທີ່​ໄດ້​ຮັບ​ລາງວັນໂນແບລ ຂະ
​ແໜງ​ສັນຕິພາບ ​ແລະ​ເປັນແມ່ຍິງ​ອາ​ຟຣິກາ​ຄົນ​ທຳ​ອິດ ​ທີ່​ໄດ້​ຖືກ​ເລືອກ​ເອົາ​
ເປັນ​ຜູ້ນຳ​ປະ​ເທດ ແລະ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ຫລັງ​ຈາກ​ໄດ້ຮັບ​ໃຊ້ປະ​ເທດ
ມາ​ໄດ້ສອງ​ສ​ະ​ໄໝທີ່​ມີໄລຍະຫົກ​ປີ ຕາມທີ່​ໄດ້ກໍານົດ​ໄວ້​ຢູ່​ໃນ​ລັດຖະທຳ​ມະນູນ
​ຂອງ​ໄລ​ບີເຣຍ.

​ໂດຍ​ທີ່​ມີຜູ້​ສະໝັກ 20 ຄົນແຂ່ງຂັນກັນ​ຂຶ້ນກໍາ​ຕໍາ​ແໜ່ງສູງ​ສຸດ​ຂອງປະ​ເທດ​ອາ
​ຟຣິກາ​ຕາ​ເວັນ​ຕົກແຫ່ງນັ້ນ ນັກ​ວິ​ເຄາະ​ເຫດການ​ບໍ່​ເຊື່ອ​ວ່າ ​ຈະ​ມີ​ໃຜ​ ໄດ້​ຄະ​ແນນ
​ສຽງຫລາຍກວ່າ 50 ​ເປີ​ເຊັນ​ຂອງ​ຄະ​ແນນ​ທັງໝົດ ຊຶ່ງ​ຈະ​ເຮັດ​ໃຫ້​ຕ້ອງ​ມີ​ການ​
ເລືອກ​ຕັ້ງຮອບ​ຕັດສິນ​ຊີ້ຂາດໃນ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້.

ມີ​ແ​ມ່​ຍິງ​ຄົນ​ດຽວ ​ທີ່ລົງ​ແຂ່ງຂັນ​ເອົາຕຳແໜ່ງປະທານາທິບໍດີ ​ໃນ​ຂະນະ​ທີ່ມີ​
​ແມ່ຍິງ​ອີກຄົນນຶ່ງຄືທ່ານ​ນາງ Jewel Howard Taylor ກຳລັງ​ເປັນ​ຄູ່​ແລ່ນ
​ແຂ່ງຂັນ ​ກັບ​ທ່ານ George Weah. ທ່ານ​ນາງ Taylor ແມ່ນ​ອະ​ດີດ​ພັນ​
ລະ​ຍາ​ຂອງທ່ານ Charles Taylor, ​ອະດີດ​ປະທານາທິບໍດີ ​ແລະເປັນຜູ້ຖືກ
ຕັດສິນວ່າ ມີຄວາມຜິດເປັນອາດຊະຍາກອນສົງຄາມ ທີ່ມີບົດບາດ​ພົວພັນ​ກັບ
ບັນຫາ​ຂັດ​ແຍ້​ງ ໃນ​ປະ​ເທດ Sierra Leon ທີ່ເປັນເພື່ອນ​ບ້ານເມື່ອ​ສອງ​ທົດ​
ສະ​ວັດ​ກ່ອນ.

ທ່ານ​ນາງ Sirleaf ​ໄດ້​ນຳພາ​ໄລບີເຣຍຕະຫລອດ​ໄລຍະ​ເວລາ​ທີ່​ມີ​ສັນ​ຕິ​ພາບ
ພາຍ​ຫລັງ​ທີ່ໄດ້ ​ເກີດສົງຄາມ​ກາງ​ເມືອງ ​ເປັນ​ເວລາ 14 ປີ ​ຊຶ່ງໄດ້​ສິ້ນ​ສຸດ​ລົງ​ໃນ​
ປີ 2003. ​ແຕ່ວ່າ​ປະ​ເທດດັ່ງກ່າວ ​ຍັງ​ເຕັມ​ໄປ​ດ້ວຍ​ການ​ສໍ້​ລາດ​ບັງ​ຫລວງແລະ
​ຍັງ​ພະຍາຍາມ​ຟື້ນໂຕຄືນ​ຈາກ​ວິ​ກິ​ດການ​ພະຍາດ Ebola ທີ່​ໄດ້​ເຮັດ​ໃຫ້​ມີ
​ຜູ້​ເສຍ​ຊີວິດ 5,000 ຄົນໃນ​ປີ 2014 ​ແລະ 2015.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ

Liberia Elections
please wait
Embed

No media source currently available

0:00 0:01:52 0:00

XS
SM
MD
LG