ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Ellen Johnson Sirleaf ຈະຊະນະ ການເລືອກຕັ້ງ ຮອບຕັດສິນຊີ້ຂາດ ໃນໄລບີເຣຍ.


ປະທານາທິບໍດີ Ellen Johnson Sirleafແຫ່ງໄລເບຍເຣຍໄປຮ່ວມ
ພິທີທາງສາສະໜາ ໃນໂບດແຫ່ງນຶ່ງທີ່ເມືອງMonrovia, Liberia.
ວັນທີ 6 ພະຈິກ 2011.
ປະທານາທິບໍດີ Ellen Johnson Sirleafແຫ່ງໄລເບຍເຣຍໄປຮ່ວມ ພິທີທາງສາສະໜາ ໃນໂບດແຫ່ງນຶ່ງທີ່ເມືອງMonrovia, Liberia. ວັນທີ 6 ພະຈິກ 2011.

ປາກົດ​ວ່າ ປະທານາທິບໍດີ Ellen Johnson Sirleaf ກໍາລັງ​ຈະ​ໄດ້​ຮັບ​ໄຊຊະນະ​ເປັນ​ປະ
ທານາທິບໍດີຕື່ມອີກ​ສະ​ໄໝນຶ່ງ​ ໃນ​ການ​ເລືອກ​ຕັ້ງ​ຮອບ​ຕັດສິນ​ຊີ້​ຂາດ ທີ່​ພວກຝ່າຍ​ຄ້ານບໍ່
ເຂົ້າ​ຮ່ວມ​ນໍາ ​ແລະ​ມີການ​ປະ​ທະ​ກັນ​ທີ່​ມີຜູ້​ຄົນ​ເສຍ​ຊີວິດ​ ລະຫວ່າງ​ຕໍາຫລວດ​ແລະ​ພວກ
ປະ​ທ້ວງ​.

ອະດີດ​ລັດຖະມົນຕີ​ຍຸຕິ​ທໍາ ທ່ານ Winston Tubman ຊຶ່ງ​ເປັນ​ຄູ່​ແຂ່ງກັບ​ປະທານາທິບໍດີ
ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ຮຽກຮ້ອງ​ໄປ​ຍັງພວກ​ສະໜັບສະໜຸນ​ທ່ານ​ ບໍ່ໃຫ້
ປະກອບສ່ວນ​ໃນ​ການ​ປ່ອນ​ບັດ​ມື້​ນີ້ຍ້ອນຂໍ້​ກ່າວ​ຫາ​ວ່າ​ ມີການ​ສໍ້​ໂກງ​ການ​ເລືອກ​ຕັ້ງທີ່​ສະໜັບ
ສະໜຸນ​ທ່ານນາງ Sirleaf ນັ້ນ.

ຜູ້​ສື່​ຂ່າວ​ວີ​ໂອ​ເອ​ກ່າວ​ວ່າ ປະຊາຊົນ​ໄປ​ປ່ອນ​ບັດ​ໜ້ອຍຫລາຍ ຮວມທັງຢູ່​ໜ່ວຍ​ປ່ອນ​ບັດ​
ເລືອກ​ຕັ້ງ​ແຫ່ງ​ນຶ່ງ​ທີ່​ໃນ​ລະຫວ່າງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ຮອບ​ທໍາ​ອິດເມື່ອ​ເດືອນ​ແລ້ວ​ນີ້
ມີ​ຜູ້​ຄົນຢືນ​ຕໍ່​ຫາງລໍຖ້າກັນ​ຢ່າງຍາວ​ຢຽດ​ກ່ອນ​ໜ່ວຍ​ປ່ອນ​ບັດໄຂ​ຂຶ້ນນັ້ນ ​ແຕ່​ໃນ​ວັນ​ອັງຄານ​
ມື້​ນີ້ກັບມີ​ຫ້ອງ​ເປົ່າ​ຫວ່າງ​ຫລາຍ​.

ການ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ດໍາ​ເນີນ​ໄປ​ຢ່າງ​ຮັດ​ເຄັ່ງ​ໃນ​ວັນ​ອັງຄານ​ມື້​ນີ້ໃນ​ນະຄອນ Mon
rovia ​ເຂດ​ອ້ອມ​ແອ້ມ​ສໍານັກງານ​ໃຫຍ່​ຂອງ​ພັກ Congress for Democratic Change
ຫລື CDC ຂອງ​ທ່ານ Tubman ບ່ອນ​ທີ່​ເກີດ​ຄວາມ​ວຸ້ນ​ວາຍ​ຂຶ້ນ​ນຶ່ງ​ມື້ກ່ອນ ລະຫວ່າງ​ຕໍາ
ຫລວດ Liberia ​ແລະ​ພວກ​ປະ​ທ້ວງ​ຝ່າຍ​ຄ້ານ​ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ຄົນນຶ່ງ​ເສຍ​ຊີວິດ​ໄປ.

ຕໍາຫລວດ​ໄດ້​ອັດ​ສະຖານີ​ວິທະຍຸ 3​ແຫ່ງໄວ້​ໃນ​ຄືນ​ຜ່ານ​ມາ​ນີ້ ຮວມທັງ​ສະຖານີ​ແຫ່ງ​ນຶ່ງ​ທີ່
ເປັນຂອງ​ທ່ານ George Weah ຜູ້​ສະມັກ​ເລືອກ​ຕັ້ງ​ຮ່ວມ​ກັບ​ທ່ານ Tubman ​ນັ້ນ.

XS
SM
MD
LG