ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄລ​ບີ​ເຣຍ ຮ່ວມກັບ ຊີແອຣາ ລີອອນ ປະກາດ​ພາວະສຸກ​ເສີນ ຍ້ອນເຊື້ອ ອີໂບລາ (ວີດີໂອ/ສະໄລດ໌)


ທະຫານໄລບີເຣຍ ຍ່າງໄປຕາມທາງ ເພື່ອປ້ອງກັນ ບໍ່ໃຫ້ມີການ ແຕກຕື່ນຍ້ານກົວ ໃນຂະນະທີ່ ມີໄພອັນຕະລາຍແກ່ຊີວິດ ຈາກເຊື້ອໄວຣັສ ອີໂບລາ ແຜ່ລະບາດ ໃນນະຄອນຫງລວງ Monrovia ປະເທດ Liberia, ວັນທີ 1 ສິງຫາ 2014.
ທະຫານໄລບີເຣຍ ຍ່າງໄປຕາມທາງ ເພື່ອປ້ອງກັນ ບໍ່ໃຫ້ມີການ ແຕກຕື່ນຍ້ານກົວ ໃນຂະນະທີ່ ມີໄພອັນຕະລາຍແກ່ຊີວິດ ຈາກເຊື້ອໄວຣັສ ອີໂບລາ ແຜ່ລະບາດ ໃນນະຄອນຫງລວງ Monrovia ປະເທດ Liberia, ວັນທີ 1 ສິງຫາ 2014.

ໄລ​ບີ​ເຣຍ ​ໄດ້​ຮ່ວມກັບ ຊີແອຣາ ລີອອນ ປະກາດ​ພາວະ
​ສຸກ​ເສີນ​ ສືບ​ເນື່ອງ​ມາ​ຈາກ​ເຊື້ອ​ໄວຣັສອີ​ໂບລາ ​ໃນ​ຂະນະ
​ທີ່ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ ໂອ​ບາ​ມາ ກ່າວ​ວ່າ
ມັນ​ຍັງ​ໄວ​ເກີນ​ໄປ ທີ່​ຈະ​ພິຈາລະນາ ສົ່ງ​ຢາ​ທົດ​ລອງ​ປົວ ​ເຊື້ອ
ອີ​ໂບລາ ທີ່​ເຫັນ​ວ່າມີ​ຜົນ ໃນ​ການຊ່ວຍ​ຄົນ​ອາ​ເມ​ຣິກັນ 2 ຄົນ​
ທີ່​ຕິດ​ເຊື້ອໄວຣັສ ​ດັ່ງກ່າວ​ນັ້ນ ໄປ​ຍັງອາ​ຟຣິກາ​ຕາ​ເວັນ​ຕົກ.

ໃນ​ຄຳ​ປາ​ໄສ​ເມື່ອ​ວັນ​ພຸດວານ​ນີ້ ​ຢູ່ກອງ​ປະຊຸມ​ສຸດ​ຍອດ ສະຫະລັດ​-​ອາ​ຟຣິກາ ​ທີ່
ວໍ​ຊິງ​ຕັນ​ນັ້ນ ທ່ານ ​ໂອ​ບາ​ມາ ​ກ່າວ​ວ່າ ຍັງຈະ​ຕ້ອງ​ສຶກສາ​ຕື່ມ​ອີກ​ກ່ຽວ​ກັບ​ຢາ​ນີ້ ທ່ານ​
ກ່າວ​ອີກ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ຄວນ​ໃຫ້​ທາງ​ວິທະຍາສາດ​ນຳພາ​ພວກ​ເຮົາ. ຂ້າພະ​ເຈົ້າບໍ່​ຄິດ​ວ່າ ຂໍ້​ມູນ​ທັງຫຼາຍຍັງ​ບໍ່ໄດ້​ເຂົ້າມາ​ໝົດ​ເທື່ອ ວ່າ​ຢາອັນ​ນີ້​ຊ່ວຍ​ໄດ້​ຫຼືບໍ່. ສິ່ງທີ່​ພວກ​ເຮົາ​ຮູ້ຈັກ ກໍ​ແມ່ນ​ວ່າ​ເຊື້ອ​ໄວຣັສອີ​ໂບລາ​ ທັງ​ໃນ​ຂະນະ​ນີ້ ​ແລະ​ໃນ​ອະດີດ ​ແມ່ນ​ຄວມຄຸ​ມມັນ​ໄດ້ ຖ້າ​ເຈົ້າມີ​ໂຄງ​ລ່າງ​ພື້ນຖານ​ດ້ານສາທາ​ລະນະສຸກ ທີ່​ເຂັ້ມ​ແຂງ ຢູ່ກັບ​ທີ່​ແລ້ວ ​ແລະບັນດາ​ປະ​ເທດ​ທີ່​ປະສົບ​ກັບ​ບັນຫາ​ນີ້ ​ຍອມຮັບ​ເປັນ​ຜູ້​ທຳ​ອິດວ່າ​ ສິ່ງ​ທີ່​ເກີດ​ຂຶ້ນຢູ່ນັ້ນ ​ແມ່ນຮ້າຍແຮງ​ເກີນ​ກ່ວາ​ທີ່​ລະບົບ​ສາທາ​ລະນະສຸກຂອງ​ພວກ​ເຂົາ​ເຈົ້າ​ ຈະ​ຮັບ​ມື​ໄດ້.”

ທ່ານ​ກ່າວ​ວ່າ ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບຈາກເຊື້ອໄວຣັສນີ້ ຄວນຈະສຸມ​ໃສ່​
ການສ້າງ​ໂຄງ​ລ່າງສາທາ​ລະນະທີ່ເຂັ້ມ​ແຂງ.

ຢາ​ທົດ​ລອງທີ່​ເວົ້າ​ເຖິງ​ນີ້ ຍັງ​ບໍ່​ໄດ້ນຳ​ໄປ​ທົດລອງໃຊ້ກັບ​ມວນມະນຸດ ຫຼືວ່າ ​ໄດ້​ຮັບ​ການ​
ອະນຸມັດ​ໃຫ້​ໃຊ້​ກັບ​ຄົນ​ເທື່ອ.

ອົງການ​ອະນາ​ໄມ​ໂລກ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຈຳນວນ​ຄົນ​ທີ່​ເສຍ​ຊີວິດ​ທັງ​ໝົດ ຈາກ​
ການລະບາດ​ຂອງ​ເຊື້ອ​ອີ​ໂບລາ ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກນັ້ນ ​ໄດ້​ເພີ້​ມຂຶ້ນ​ເປັນ 932 ລາຍ
​ແລ້ວ ຈາກກໍລະນີ​ຕິດ​ເຊື້ອ​ນີ້ທັງ​ໝົດ ຫຼາຍກວ່າ 1.700 ຄົນ.

2016771 US Obama
please wait
Embed

No media source currently available

0:00 0:03:36 0:00

XS
SM
MD
LG