ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄລບີເຣຍ ປະກາດ ຜູ້ເຄາະຮ້າຍ ກໍລະນີທຳອິດ ທີ່ໄດ້ຕິດ ເຊື້ອອີໂບລາ ຄັ້ງໃໝ່


ຜູ້ຊາຍຄົນນຶ່ງສີດຢາປ້ອງກັນ ເຊື້ອໄວຣັສອີໂບລາ ຫລັງຈາກ ໄດ້ຝັງຄົນຮັກ ທີ່ໄດ້ເສຍຊີວິດໄປ.
ຜູ້ຊາຍຄົນນຶ່ງສີດຢາປ້ອງກັນ ເຊື້ອໄວຣັສອີໂບລາ ຫລັງຈາກ ໄດ້ຝັງຄົນຮັກ ທີ່ໄດ້ເສຍຊີວິດໄປ.

ສົບ​ຂອງ​ຊາວ​ໄລ​ບີ​ເຣຍ ອາຍຸ 17 ປີ ​ໄດ້​ກວດພົບ​ວ່າ​ ຕິດເຊື້ອ​
ໄວຣັສ​ອີ​ໂບລາ ​ຊຶ່ງເປັນ​ລາຍ​ງານ​ກໍລະນີ​ທຳ​ອິດ ຂອງໄລ​ບີ​
ເຣຍ ນັບ​ແຕ່​ປະ​ເທດ​ດັ່ງກ່າວໄດ້​ປະ ກາດ​ໃນ​ວັນ​ທີ 9 ເດືອນພຶດ
ສະພາ​ວ່າ ບໍ່​ມີ​ເຊື້ອອີ​ໂບລາແລ້ວ.

ຮອງ​ລັດຖະມົນຕີ ສາທາລະນະ​ສຸກ ​ໄລ​ບີ​ເຣຍ ທ່ານ Tolbert
Nyenswah ​ໄດ້ກ່າວ​ເນັ້ນ​ໜັກ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ບໍ່​ມີ
​ຄວາມຈຳ​ເປັນ ​ທີ່​ຕ້ອງຕື່ນ​ຕົກ​ໃຈ. ທ່ານ​ກ່າວ​ວ່າ ຜູ້ເຄາະ​ຮ້າຍ
​ໄດ້​ຖືກ​ນຳ​ໄປ​ຝັງ​ຢ່າງ​ປອດ​ໄພ ​ແລະ​ໜ່ວຍປະຕິບັດງານທີ່​
ຕິດ​ຕາມ​ຫາຄົນ​ທີ່​ໄດ້ຕິດ​ຕໍ່​ກັບຜູ້ເຄາະ​ຮ້າຍ ​ແມ່ນເລີ້ມ​ຂຶ້ນ​ແລ້ວ.

ອົງການ​ຂ່າວເອພີລາຍ​ງານ​ວ່າ ຜູ້​ຊາຍ​ອາຍຸ 17 ປີຄົນນີ້ ໄດ້ເສຍ​ຊີວິດ​ໃນ​ວັນທີ 24 ​ເດືອນ​
ມິຖຸນາຜ່ານມາ.

ຜູ້​ເຄາະ​ຮ້າຍ​ອີ​ໂບລາ ​ໄດ້​ເສຍ​ຊີວິດ​ຢູ່​ໃນ​ເມືອງ Margibi ​ຫ່າ​ງ​ໄກ​ຈາກຊາຍ​ແດນ ຂອງ
Guinea ​ແລະ Sierra Leone ຊຶ່ງຕ່າງກໍໄດ້ຮັບຜົນກະທົບຢ່າງແຮງ ຈາກເຊື້ອ​ໄວຣັສ
ອີໂບລາ. ທ່ານ Nyenswah ກ່າວ​ວ່າ ບັນດາ​ຜູ້​ຊ່ຽວຊານ ກຳ ລັງ​ພາກັນຊອກ​ຫາ​ວ່າ ຜູ້​
ເຄາະ​ຮ້າຍ​ໄດ້​ຕິດພະຍາດ ​ໃນ​ເວລາ​ທີ່ລາວ​ເດີນທາງຫຼື ບໍ່.

​ເມືອງ Margibi ໃກ້​ກັບ​ເດີ່ນ​ບິນ​ນາໆ​ຊາດ​ຂອງ​ປະ​ເທດ ປະມານ 50 ກິ​ໂລ​ແມັດ ຢູ່ທາງ
ໃຕ້​ຂອງ​ນະຄອນຫລວງ Monrovia.

ອົງການ​ອາ​ນະ​ໄມ​ໂລກ​ໄດ້​ປະກາດ​ວ່າ ​ໄລ​ບີ​ເຣຍໄດ້ປອດຈາກ​ເຊື້ອ​ໄວຣັສ​ອີ​ໂບລາ ​ໃນ
​ວັນ​ທີ 9 ​ເດືອນ​ພຶດສະພາ ຫລັງ​ຈາກ 42 ມື້​ທີ່​ບໍ່​ມີ​ລາ​ຍງານ​ກໍລະນີ​ໃໝ່​ເກີດ​ຂື້ນ. ສີ່​ສິບ
​ສອງ​ມື້ ​ແມ່ນ​ສອງ​ເທົ່າຂອງ​ລະຍະການ​ຢູ່​ໄດ້ຂອງເຊື້ອພະຍາດ​ທີ່​ຮ້າຍ​ແຮງ​ດັ່ງກ່າວ.

XS
SM
MD
LG