ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະຊາຊົນທີ່ຮັກເພດດຽວກັນ ຈະຈັດການເດີນສວນສະໜາມ ເພື່ອສະເຫຼີມສະຫຼອງ Pride Month


ປະຊາຊົນເຂົ້າຮ່ວມການເດີນສວນສະໜາມສຳລັບຄົນຮັກເພດດຽວກັນໃນເມືອງ ໄມອາມີ ລັດ ຟລໍຣິດາ. 9 ເມສາ, 2017.
ປະຊາຊົນເຂົ້າຮ່ວມການເດີນສວນສະໜາມສຳລັບຄົນຮັກເພດດຽວກັນໃນເມືອງ ໄມອາມີ ລັດ ຟລໍຣິດາ. 9 ເມສາ, 2017.

ເດືອນນີ້ເປັນເດືອນພິເສດສຳລັບຊາວ LBGTQ ຫຼືຄົນຮັກເພດດຽວກັນ, ເພາະວ່າມັນເປັນເດືອນທີ່ພາກພູມໃຈໃນການເປັນໂຕຂອງເຂົາເຈົ້າເອງ ຫຼືເອີ້ນວ່າ Pride Month. ໃນວັນເສົາມື້ອື່ນທີ 11 ມິຖຸນານີ້ຈະມີການເດີນສວນສະໜາມຂອງບັນດາຜູ້ຮັກເພດດຽວກັນຢູ່ທີ່ເຂດ ໂມເຊກ, ເມືອງແຟແຟັກສ໌, ລັດເວີຈິເນຍ.

ພິທີດັ່ງກ່າວຈະມີຄົນທີ່ຮັກເພດດຽວກັນຈຳນວນຫຼວງຫຼາຍອອກມາເຕົ້າໂຮມກັນ ແລະ ສະແດງສິດທິ ແລະ ຄວາມຄິດຄວາມເຫັນຂອງເຂົາເຈົ້າໃນການມີສ່ວນຮ່ວມຢູ່ສັງຄົມ. ນອກຈາກນັ້ນກໍຈະມີປະຊາຊົນທົ່ວໄປເຂົ້າຮ່ວມເພື່ອໃຫ້ການສະໜັບສະໜູນຕໍ່ເຂົາເຈົ້າ.

ຄົນລາວຄົນນຶ່ງທີ່ຈະໄປງານດັ່ງກ່າວໄດ້ເວົ້າຕໍ່ພວກເຮົາວ່າ “ຂະນ້ອຍບໍ່ແມ່ນຄົນຮັກເພດດຽວກັນແຕ່ຂະນ້ອຍມີໝູ່ຮັກທີ່ເປັນແນວນັ້ນຄົນນຶ່ງ. ພວກເຮົາຈະໄປຮ່ວມການເດີນສວນສະໜາມນຳກັນ. ຂະນ້ອຍສະໜັບສະໜູນເຂົາເຈົ້າເພາະວ່າເຂົາເຈົ້າກໍແມ່ນຄົນຄືກັນກັບພວກເຮົາໝົດທຸກຄົນ. ພວກເຂົາມີສິດທີ່ຈະເຮັດທຸກຢ່າງ ແລະ ການປະກອບສ່ວນຂອງເຂົາເຈົ້າໃນສັງຄົມ. ຂະນ້ອຍຢາກໃຫ້ເຂົາເຈົ້າຖືກຍອມຮັບໃນສັງຄົມ. ຖ້າທຸກຄົນເປີດໃຈຮັບເອົາເຂົາເຈົ້າ ຊີວິດຂອງເຮົາກໍຈະມີແຕ່ສິ່ງດີໆເຂົ້າມາ.”

ເດືອນແຫ່ງຄວາມພາກພູມໃຈຂອງຄົນຮັກເພດດຽວກັນ ຫຼື Pride Month ແມ່ນຈະຖືກສະເຫຼີມໃນທົ່ວສະຫະລັດ. ຢູ່ຕາມບ້ານເຮືອນຂອງປະຊາຊົນຈະມີທຸກສີຮຸ້ງປັກຢູ່ໜ້າບ້ານຂອງເຂົາເຈົ້າ ແລະ ຢູ່ຖະໜົນທີ່ສຳຄັນກໍຈະມີການທາສີຮຸ້ງໃສ່ພື້ນຖະໜົນ. ໃນວັນພະຫັດຂອງອາທິດໜ້າ ພວກເຮົາຈະມີການສຳພາດກັບຄົນລາວທີ່ຮັກເພດດຽວກັນໃນລາຍການຊຸມຊົນຊາວໃນຕ່າງແດນມາສະເໜີທ່ານ, ກະລຸນາຕິດຕາມຮັບຟັງ.

XS
SM
MD
LG