ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ LGBT ຫຼາຍແສນຄົນ ອອກມາ ເດີນຂະບວນ ສຳລັບຄວາມພາກພູມໃຈ ໃນການເປັນກະເທີຍ


LGBT Marches
please wait
Embed

No media source currently available

0:00 0:01:35 0:00

ຫຼາຍແສນຄົນ ໄດ້ພາກັນອອກມາເດີນຂະບວນ ຢູ່ຕາມຫົວເມືອງຕ່າງໆ ທົ່ວສະຫະລັດ
ເພື່ອສະແດງອອກ ການພາກພູມໃຈ ແລະ ການປະທ້ວງ ທັງເປັນການສະເຫຼີມສະຫຼອງ
ແລະ ຮຽກຮ້ອງສິດທິອັນຄົບຖ້ວນ ສຳລັບ ປະຊາຄົມ ພວກແມ່ຍິງມັກແມ່ຍິງ ພວກ
ກະເທີຍ ພວກມັກສອງເພດ ແລະພວກປ່ຽນເພດ ທີ່ເອີ້ນຫຍໍ້ວ່າ LGBT ນັ້ນ.

ບັນດາສະມາຊິິກ ສະມາຄົມ ຄະນະຮ້ອງເພງ ຂອງກະເທີຍ ແລະ ແມ່ຍິງມັກແມ່ຍິງ ຫຼື (GALA) ຈາກທົ່ວປະເທດ ກຳລັງຮ້ອງເພງ ຢູ່ National Mall ໂດຍມີ ລັດຖະສະພາ ຫຼື Capitol Hill ຢູ່ດ້ານຫລັງ, ໃນລະຫວ່າງການເດີນຂະບວນ Equality March ເພື່ອຄວາມສາມັກຄີ ແລະ ຄວາມພາກພູມໃຈ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 11 ມິຖຸນາ 2017.
ບັນດາສະມາຊິິກ ສະມາຄົມ ຄະນະຮ້ອງເພງ ຂອງກະເທີຍ ແລະ ແມ່ຍິງມັກແມ່ຍິງ ຫຼື (GALA) ຈາກທົ່ວປະເທດ ກຳລັງຮ້ອງເພງ ຢູ່ National Mall ໂດຍມີ ລັດຖະສະພາ ຫຼື Capitol Hill ຢູ່ດ້ານຫລັງ, ໃນລະຫວ່າງການເດີນຂະບວນ Equality March ເພື່ອຄວາມສາມັກຄີ ແລະ ຄວາມພາກພູມໃຈ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 11 ມິຖຸນາ 2017.

ການເດີນຂະບວນດັ່ງກ່າວ ໂດຍມີຊື່ຕ່າງໆນາໆ ປະກອບດ້ວຍ Equality March
ຫຼື ການເດີນຂະບວນເພື່ອຄວາມສະເໝີພາບ ຢູ່ໃນນະຄອນຫຼວງວໍຊິງຕັນ ດີຊີ ແລະ
Resist March ຫຼື ການເດີນຂະບວນເພື່ອຕໍ່ຕ້ານ ຢູ່ໃນນະຄອນ Los Angeles
ຂອງລັດກາລີຟໍເນຍ.

ແຕ່ຄວາມຍອມຮັບຮູ້ເຖິງສິດທິອັນຄົບຖ້ວນ ສຳລັບ ພວກແມ່ຍິງມັກແມ່ຍິງ ພວກກະເທີຍ
ພວກມັກສອງເພດ ແລະ ພວກປ່ຽນເພດ ແມ່ນເປັນສູນກາງຂອງການແຫ່ເດີນຂະບວນ
ການກ່າວຄຳປາໄສ ແລະ ການເຕັ້ນລຳໃນຖະໜົນຫົນທາງ ທັງຫຼາຍເຫຼົ່ານັ້ນ.

ພວກເດີນຂະບວນທັງຫຼາຍ ໄດ້ພັນລະນາເຖິງອັນທີ່ພວກເຂົາເຈົ້າເຊື່ອວ່າ ເປັນການ
ຖອຍຫລັງ ໃນຄວາມກ້າວໜ້າທີ່ໄດ້ເຮັດມາ ພາຍໃຕ້ລັດຖະບານທ່ານໂອບາມາ ຢູ່ໃນ
ທຳນຽບຂາວໃໝ່ ຂອງທ່ານທຣຳ.

ໃນຂະນະດຽວກັນ ປະທານາທິບໍດີ ດໍໂນລ ທຣຳ ເອງ ກໍໄດ້ກ່າວໜ້ອຍດຽວ ກ່ຽວກັບ
ສິດທິ ຂອງກຸ່ມ LGBT ຊຶ່ງບັນດາສະມາຊິກ ຂອງຄະນະລັດຖະບານຂອງທ່ານ
ຈຳນວນນຶ່ງ ໄດ້ຕຳນິ ປະຊາຄົມກະເທີຍ ຢ່າງເປີດເຜີຍ. ພວກເຂົາເຫຼົ່ານັ້ນ ປະກອບມີ
ຮອງປະທານາທິບໍດີ ທ່ານ Mike Pence ແລະ ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ
Jeff Sessions.

ນອກນັ້ນ ພວກຊາວກະເທີຍ ຍັງໄດ້ຊີ້ໃຫ້ເຫັນວ່າ ທ່ານທຣຳ ໄດ້ທັບມ້າງປະເພນີ
ຂອງທ່ານໂອບາມາ ດ້ວຍການບໍ່ປະກາດເດືອນມິຖຸນາ ເປັນເດືອນຂອງ ຄວາມ
ພາກພູມໃຈ ໃນການເປັນກະເທີຍ.

ຜູ້ເດີນຂະບວນຢູ່ນະຄອນຫຼວງວໍຊິງຕັນ ຄົນນຶ່ງ ໄດ້ກ່າວຕໍ່ ອົງການຂ່າວ Reuters
ວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາມີລັດຖະບານ ທີ່ເຫັນໄດ້ຢ່າງຊັດເຈນ ແລະ
ມີເຈດຕະນາທີ່ຈະບໍ່ຍອມຮັບຮູ້ ພວກຄົນກະເທີຍ ສິດທິຂອງກະເທີຍ ສິດທິ
ຂອງພວກປ່ຽນເພດ. ພວກເຮົາໄດ້ທຳຄວາມກ້າວໜາມາຫຼາຍແລ້ວ ຕະຫຼອດ
ແປດປີທີ່ຜ່ານມາ. ຂ້າພະເຈົ້າບໍ່ເຫັນດີທີ່ຈະປະປ່ອຍມັນໄປ.”

ສະມາຊິກສະພາສັງກັດພັກເດໂມແຄຣັດ ທ່ານນາງ Maxine Waters ໄດ້ນຳພາ
ຝຸງຊົນ ໃນການຮ້ອງໂຮ ໃຫ້ຟ້ອງຮ້ອງທ່ານທຣຳ ຢູ່ໃນການເດີນຂະບວນ ໃນ
ນະຄອນ Los Angeles.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG