ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ປະນາມ ການສັງຫານ ນັກເຄື່ອນໄຫວ ອະດີດພະນັກງານ ສະຖານທູດ ສະຫະລັດ


ຕຳຫລວດບັງກລາແດັສ ພະຍາຍາມຄວບຄຸມຝູງຊົນ ທີ່ພາກັນເບິ່ງ ຢູ່ຕຶກອາຄານ ບ່ອນທີ່ 2 ຄົນ ຖືກຟັນຈົນຕາຍ ຢູ່ນະຄອນ Dhakar.
ຕຳຫລວດບັງກລາແດັສ ພະຍາຍາມຄວບຄຸມຝູງຊົນ ທີ່ພາກັນເບິ່ງ ຢູ່ຕຶກອາຄານ ບ່ອນທີ່ 2 ຄົນ ຖືກຟັນຈົນຕາຍ ຢູ່ນະຄອນ Dhakar.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ປະນາມ ​ການ​ສັງຫານນັກ​ ເຄື່ອນ​ໄຫວ​ເພື່ອ​ສິດ​ທິພວກ​ຮັກ​ຮ່ວມ​ເພດ​ບັງ​ກລາ​ແດັສທ່ານ Xulhaz Mannan ​ອະດີດ ​ພະນັກງານ​ສະຖານທູດສະຫະລັດ ​ໃນ​ນະຄອນ​ Dhaka.

ທ່ານ Kerry ກ່າວ​ຢູ່​ໃນ​ຖ​ະຫລງການສະບັບ​ນຶ່ງໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້​ວ່າ “ພວກ​ເຮົາ​ມີຄວາ​ມ​ເສຍໃຈ​ຢ່າງເລິກ​ເຊິ່ງ ກ່ຽວ​ກັບ​ການ​ເສຍ​ຊີວິດສະມາຊິກ​ຄົນ​ນຶ່ງ​ຂອງ​ພວກ​ເຮົາ ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ ທີ່ບໍ່​ມີ​ຄວາມ​ປານີ.” ທ່ານ​ຍັງ​ກ່າວຕື່ມ​ວ່າ ທ່ານ Xulhaz “ໄດ້​ຮວບ ​ຮວມຈິດ​ວິນຍານ​ຂອງ​ຊາວ​ບັງ​ກລາ​ແດັສ ​ແລະ​ກຽດ​ສັກສິ ​ທີ່ພວກ​ເຂົາ​ເຈົ້າ​ປົກປ້ອງ​ຮີດ ​ຄອງປະ​ເພນີ​ໃນ​ການ​ໂຍະຍານ​ຜ່ອນຜັນຂອງເຂົາ​ເຈົ້າ ສັນຕິພາບ​ແລະ​ຄວາມ​ຫຼາກຫຼາຍ.”

ທ່ານ Xulhaz ​ແລະ​ເພື່ອນ​ຄົນ​ນຶ່ງ​ໄດ້​ຖືກ​ຟັນ​ຈົນ​ຕາຍ​ໂດຍຜູ້​ໂຈມ​ຕີ​ທີ່​ບໍ່​ຊາບ​ຝ່າຍ ໃນ​ວັນ ​ຈັນ​ວານ​ນີ້.

​ທ່ານ Mannan ຊຶ່ງ​ເປັນເຈົ້າ​ໜ້າ​ທີ່​ຂອງອົງການ USAID ທີ່​ຍັງໄດ້​ເຮັດ​ວຽກ​ເປັນເຈົ້າ​ໜ້າ​ທີ່​ພິທີ​ການ​ທູດ ຢູ່​ທີ່​ສະຖານທູດ​ສະຫະລັດ ​ໃນ​ນະຄອນ Dhaka ​ ຢູ່​ບ້ານ​ພັກກັບ​ເພື່ອນຂອງ​ ລາວ ທ່ານ Tanay Mojumdar ​ເວລາ​ຜູ້​ຊາ​ຍຫ້າ​ຄົນ​ໄດ້ໄປ​ເຖິງ ​ໂດຍ​ປອມແປງ​ເປັນ​ຄົນ​ ສົ່ງ​ເຄຶ່ອງ ​ແລະກໍ​ໂດດ​ເຂົ້າ​ຟັນ​ແລະ​ແທງ​ບຸກ ຄົນ​ທັງ​ສອງ.

ທ່ານ Mannan ອາ​ຍຸ 35 ປີ ​ທີ່​ໄດ້ເປັນ​ບັນນາທິການ ວາລະ​ສານ Roophan ຊຶ່ງ​ເປັນ ວາລະສານ​ຂອງ​ພວກ​ຮັກ​ຮ່ວມ​ເພດ ​ແລະ​ພວກ​ປ່ຽນ​ເພດ​ສະບັບດຽວຂອງ​ປະ​ເທດ ​ແລະ ເພື່ອນ​ຂອງ​ທ່ານ ທີ່​ເປັນນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ພວກ​ຮັກ​ຮ່ວມ​ເພດ ແລະເປັນ​ພະນັກ ງານ​ໂຮງ​ລະຄອນ ທ່ານ Mojumdar ອາຍຸ 26 ປີ ​ໄດ້​ເສຍ​ຊີວິດ​ຄາ​ທີ່.

​ເຖິງ​ແມ່ນ​ວ່າ​ຕຳຫລວດ​ຍັງ​ບໍ່​ທັນ​ລະບຸ​ໂຕ​ບັນດາຜູ້​ໂຈ​ມຕີ​ເທື່ອ ​ແຕ່ຜູ້​ບັນຊາ​ການ​ຕຳຫລວດ ໃນ​ເຂດນະຄອນ Dhakar ທ່ານ Asaduzzaman Mia ກ່າວ​ວ່າ ມັນ​ເປັນ​ຄະດີ​ຂອງ “ການ​ຂ້າແບບ​ມີ​ເປົ້າ​ໝາຍ.”

ທ່ານ Mia ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ພວກ​ເຮົາ​ໄດ້ເກັບ​ກຳ​ເອົາ​ຫລັກ​ຖານ​ທີ່​ສຳຄັນ​ຈາກ​ ບ່ອນ​ເກີດ​ເຫດ. ພວກ​ເຮົາ​ຈະສາ​ມາດລະບຸ​ພວກ​ຄາດ​ຕະກອນ​ໃນ​ບໍ່​ຊ້າ​ນີ້ ກ່ອນ​ເຂົາ​ເຈົ້າ ​ຈະ​ຖືກ​ຈັບ. ພວກຫົວຮຸນ​ແຮງ​ຈຳນວນ​ນຶ່ງ​ອາດ​ຈະ​ຢູ່​ເບື້ອງ​ຫລັງ​ການ​ສັງຫານ​ໃນ​ມື້​ນີ້.”

​ຍາມຮັກສາ​ຄວາມ​ປອດ​ໄພ​ຜູ້​ນຶ່ງ ​ແລະ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທີ່​ພະຍາຍາ​ມຈັບ​ພວກ​ຄົນ​ຮ້າ​ຍ ໄດ້​ຮັບ​ບາດ​ເຈັບໃນ​ການໂຈມ​ຕີ​ຄັ້ງນີ້.

Bangladesh Attacks
please wait
Embed

No media source currently available

0:00 0:00:55 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG