ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ໂຄງການແລກປ່ຽນວັດທະນະທໍາ ທີ່ປະເທດລາວ ຂອງມູນນິທິມໍລະດົກລາວ


ເກດສະໜາ ວິໄລລັກ ນໍາພານັກຮຽນມູນນິທິມໍລະດົກລາວ ສະແດງຝີມືການບັນເລງດົນຕີ ປະກອບເພງລາວເດີມ “ສາຍລົມເຢັນ” ທີ່ນາງຮ້ອງ ໃນງານສະແດງສິນລະປະວັດທະນະທໍາຂອງມູນນິທິມໍລະດົກລາວ ຢູ່ນະຄອນຫລວງ ວໍຊິງຕັນ ເມື່ອເດືອນກັນຍາ 2010.
ເກດສະໜາ ວິໄລລັກ ນໍາພານັກຮຽນມູນນິທິມໍລະດົກລາວ ສະແດງຝີມືການບັນເລງດົນຕີ ປະກອບເພງລາວເດີມ “ສາຍລົມເຢັນ” ທີ່ນາງຮ້ອງ ໃນງານສະແດງສິນລະປະວັດທະນະທໍາຂອງມູນນິທິມໍລະດົກລາວ ຢູ່ນະຄອນຫລວງ ວໍຊິງຕັນ ເມື່ອເດືອນກັນຍາ 2010.

ໃນອາທິດໜ້ານີ້ ເຍົາວະຊົນອາເມຣິກັນເຊື້ອສາຍລາວກຸ່ມນຶ່ງ ຈະພາກັນອອກເດີນທາງ ໄປທັດສະນະສຶກສາທີ່ປະເທດລາວ ເປັນເວລານຶ່ງເດືອນ ໃນໂຄງການແລກປ່ຽນວັດທະ ນະທໍາລະດູຮ້ອນ ທີ່ປະເທດລາວ ສໍາລັບປີ 2011 ຂອງມູນນິທິມໍລະດົກລາວ ຫລື Lao Heritage Foundation ທີ່ສະຫະລັດ. ດາຣາມີລາຍລະອຽດກ່ຽວກັບເລື່ອງນີ້ ມາສະເໜີ ທ່ານໃນລາຍການຊີວິດ ຊາວລາວໃນຕ່າງແດນຂອງວີໂອເອ ສໍາລັບແລງວັນພະຫັດມື້ນີ້ ທີ 23 ມີຖຸນາ.

ອົງການ Lao Heritage Foundation ຫລືມູນນິທິມໍລະດົກລາວ ເປັນອົງການຈັດຕັ້ງ
ລະດັບຊາດຂອງຊາວລາວອາເມຣິກັນໃນທົ່ວສະຫະລັດ ທີ່ມີເປົ້າໝາຍເພື່ອເຜີຍແຜ່ສົ່ງ
ເສີມປະເພນີວັດທະນະທໍາລາວ ແລະອະນຸລັກຮັກສາໄວ້ ໃຫ້ອະນຸຊົນລາວອາເມຣິກັນ
ລຸ້ນຫລັງ ໄດ້ຮູ້ຈັກເຖິງຮາກເຫງົ້າແລະມູນເຊື້ອມໍລະດົກຂອງດິນແດນອັນເປັນທີ່ມາຂອງ
ບັນພະບູລຸດຂອງເຂົາເຈົ້າ.

ມູນນິທິມໍລະດົກລາວ ມີສາຂາໃຫຍ່ຢູ່ສອງແຫ່ງ ຄືທີ່ນະຄອນຫລວງວໍຊິງຕັນດີຊີ ຊຶ່ງວຽກ
ງານຫລັກໃນການສົ່ງເສີມວັດທະນະທໍາລາວແມ່ນການສິດສອນດົນຕີລາວເດີມ ແລະສາ
ຂາໃຫຍ່ແຫ່ງທີສອງ ແມ່ນຢູ່ນະຄອນ ຊີແອ໊ຕເຕີ້ລ ລັດວໍຊິງຕັນ ທີ່ມີໂຮງຮຽນສອນນາດ
ຕະເສິນລາວ ຊຶ່ງທັງສອງແຫ່ງກໍໄດ້ມີການສະແດງເຜີຍແຜ່ສິນລະປະວັດທະນະທໍາລາວ
ເປັນປະຈໍາທຸກໆປີ ຕາງໜ້າປະຊາຄົມລາວ ຢູ່ໃນງານໃຫຍ່ໆໃນທົ່ວສະຫະລັດ. ສໍາລັບປີ
2011 ນີ້ ມູນນິທິມໍລະດົກລາວໄດ້ຍົກກິດຈະກໍາຂອງຕົນ ຂຶ້ນຈາກລະດັບຊາດ ສູ່ລະດັບ
ລະຫວ່າງປະເທດ ໂດຍການຈັດຕັ້ງໂຄງການແລກປ່ຽນວັດທະນະທໍາລະດູຮ້ອນທີ່ປະເທດ
ລາວ ເພື່ອສົ່ງນັກຮຽນຂອງຕົນໄປທັດສະນະສຶກສາ ຮຽນຮູ້ ແລະສໍາພັດດ້ວຍຕົນເອງ
ປະເພນີ ວັດທະນະທໍາ ແລະພາສາລາວ ຢູ່ໃນດິນແດນຂອງບັນພະບູລຸດຂອງພວກເຂົາເຈົ້າ.
ມື້ນີ້ ເຈົ້າໜ້າທີ່ມູນມໍລະດົກລາວ ສອງຄົນ ໄດ້ມາໂອ້ລົມກັບວີໂອເອ ທາງໂທລະສັບ ຊຶ່ງມີ
ຈິດຕຣະພອນ ຫລືປ້ອມ ຄໍາປະດິດ ຄູ່ສອນນາດຕະສິນ ທີ່ຊີແອ໊ຕເຕີ້ລ ແລະເກດສະໜາ
ວິໄລລັກ ຜູ້ຈັດການໂຄງການແລກປ່ຽນວັດທະນະທໍາ ຈາກແມມຟີສ ລັດເທັນແນສຊີ ຊຶ່ງ
ທັງສອງໄດ້ເລົ່າເຖິງຄວາມເປັນມາຂອງໂຄງການນີ້.

// ສຽງເກດສະໜາ ແລະປ້ອມ //

ທາງຝ່າຍເຈົ້າພາບ ລັດຖະບານລາວນັ້ນ ກໍສະໜອງການຊ່ວຍເຫລືອໃນດ້ານການຂົນສົ່ງ ແລະນໍາພາໄປຢ້ຽມຊົມສະຖານທີ່ທ່ອງທ່ຽວຕ່າງໆ ດັ່ງທີ່ປ້ອມແລະເກດສະໜາອະທິບາຍວ່າ:

// ສຽງເກດສະໜາ ແລະປ້ອມ //

ນັກຮຽນມູນນິທິມໍລະດົກລາວກຸ່ມນຶ່ງ ສະແດງຄວາມສາມາດ ໃນການເປົ່າແຄນ
ນັກຮຽນມູນນິທິມໍລະດົກລາວກຸ່ມນຶ່ງ ສະແດງຄວາມສາມາດ ໃນການເປົ່າແຄນ

ຄະນະແລກປ່ຽນວັດທະນະທໍາ
ຂອງມູນນິທິມໍລະດົກລາວ ອອກ
ເດີນທາງໃນວັນທີ 29 ເດືອນນີ້
ແລະຈະຢູ່ທີ່ປະເທດລາວຈົນຮອດ
ວັນທີ 31 ກໍລະກົດ. ຂະນະທີ່ຢູ່
ປະເທດລາວນັ້ນ ພວກລູກສິດ
ຂອງມູນນິທິມໍລະດົກລາວບໍ່ພຽງ
ແຕ່ຈະໄປຮຽນຮູ້ ແລະສໍາພັດກັບ
ວັດທະນະທໍາລາວດ້ວຍໂຕເອງ
ເທົ່ານັ້ນ ແຕ່ຍັງມີລາຍການສະ
ແດງໃຫ້ເຈົ້າພາບ ກໍຄືປະຊາຊົນ
ລາວ ທັງຢູ່ວຽງຈັນແລະຫລວງ
ພະບາງ ໄດ້ຊົມຄວາມສາມາດ
ແລະພອນສະຫວັນຂອງເຂົາເຈົ້າ
ໃນການຫລີ້ນດົນຕີພື້ນເມືອງ
ແລະຟ້ອນນາດຕະສິນລາວ ທີ່
ເຂົາເຈົ້າໄດ້ຮຽນຮູ້ ຈາກນາຍຄູຢູ່ສະຫະລັດ ນໍາດ້ວຍ ຊຶ່ງຈິດຕຣະພອນແລະເກດສະໜາ ອະທິບາຍວ່າ:

// ສຽງເກດສະໜາ ແລະປ້ອມ //

ໂຄງການແລກປ່ຽນວັດທະນະທໍາ ທີ່ປະເທດລາວ ຂອງມູນນິທິມໍລະດົກລາວ
ໂຄງການແລກປ່ຽນວັດທະນະທໍາ ທີ່ປະເທດລາວ ຂອງມູນນິທິມໍລະດົກລາວ

ແນ່ນອນ ໂຄງການແລກປ່ຽນ
ສອງທາງທີ່ວ່ານີ້ ຄືໂຄງການ
ແລກປ່ຽນທີ່ປະເທດລາວ ແລະ
ໂຄງການເອົານາຍຄູທີ່ປະເທດ
ລາວ ມາສອນນັກຮຽນຢູ່ສະຫະ
ລັດ ຕາມທີ່ເກດສະໜາກັບປ້ອມ
ໄດ້ອະທິບາຍມານັ້ນ ແມ່ນຈະ
ຕ້ອງການເງິນທຶນຢ່າງຫລວງ
ຫລາຍ ຊຶ່ງທາງມູນນິທິມໍລະດົກ
ລາວທີ່ເປັນອົງການຈັດຕັ້ງນ້ອຍໆ
ຄົງຈະບໍ່ມີພາຫານະທີ່ຈະເຮັດດ້ວຍຕົນເອງໄດ້ ປ້ອມແລະເກດສະໜາຈຶ່ງໄດ້ຮ້ອງຮຽນຂໍຄວາມ
ຊ່ວຍເຫລືອສະໜັບສະໜູນຈາກທຸກໆທ່ານທີ່ສາມາດໃຫ້ໄດ້.

// ສຽງເກດສະໜາ ແລະປ້ອມ //

ມູນນິທິມໍລະດົກລາວ ຫລື Lao Heritage Foundation ເປັນອົງການຈັດຕັ້ງທີ່ບໍ່ຫວັງ
ຜົນກໍາໄລ ຊຶ່ງທ່ານສາມາດຫັກພາສີໄດ້ ສໍາລັບເງິນທີ່ທ່ານບໍລິຈາກເພື່ອຊ່ວຍເຫລືອທາງ
ມູນນິທິ ແລະຖ້າທ່ານຕ້ອງການຂໍ້ມູນເພິ່ມຕຶ່ມ ເຊີນເຂົ້າເບິ່ງລາຍລະອຽດໃນເວັບໄຊ້ທ໌
ຂອງມູນນິທິໄດ້ ທີ່:

http://www.laoheritagefoundation.org/

ຄລິກຢູ່ບ່ອນນີ້ເພື່ອຟັງລາຍງານ ຫລືຄລິກຢູ່ຂ້າງເທິງຂວາມື ບ່ອນ mp3 ກໍໄດ້.

XS
SM
MD
LG