ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການສົ່ງຈົດໝາຍ ທີ່ບັນຈຸ ສານເຄມີ ໄປໃຫ້ ຄ້າຍທະຫານ ແຫ່ງນຶ່ງ ໃນເຂດວໍຊິງຕັນ


ແສງໄຟ ຈາກລົດຍົນ ຂອງໜ່ວຍຮັກສາຄວາມປອດໄພ ສາມາດເຫັນໄດ້ ຢູ່ໃນມຸມຈໍພາບ ທີ່ໄດ້ດຶງອອກມາຈາກ ວີດີໂອ ຢູ່ດ້ານນອກຂອງປະຕູທາງເຂົ້າ ຂອງຄ້າຍ Myer-Henderson Hall, mujເມືອງ ອາຣລິງຕັນ (Arlington) ລັດເວີຈີເນຍ (Virginia), ວັນທີ 27 ກຸມພາ 2018.
ແສງໄຟ ຈາກລົດຍົນ ຂອງໜ່ວຍຮັກສາຄວາມປອດໄພ ສາມາດເຫັນໄດ້ ຢູ່ໃນມຸມຈໍພາບ ທີ່ໄດ້ດຶງອອກມາຈາກ ວີດີໂອ ຢູ່ດ້ານນອກຂອງປະຕູທາງເຂົ້າ ຂອງຄ້າຍ Myer-Henderson Hall, mujເມືອງ ອາຣລິງຕັນ (Arlington) ລັດເວີຈີເນຍ (Virginia), ວັນທີ 27 ກຸມພາ 2018.

ເຈັດຄົນໄດ້ລົ້ມປ່ວຍ ໃນວັນອັງຄານວານນີ້ ຢູ່ໃນບໍລິເວນຄ້າຍທະຫານແຫ່ງນຶ່ງ ໃນເຂດ
ນະຄອນຫຼວງ ວໍຊິງຕັນ ເຊິ່ງສາມຄົນໃນຈຳນວນດັ່ງກ່າວ ໄດ້ຖືກນຳສົ່ງ ໄປຍັງໂຮງໝໍ
ຢູ່ໃນທ້ອງຖິ່ນ ຫຼັງຈາກໄດ້ມີການເປີດຊອງຈົດໝາຍຊອງນຶ່ງທີ່ສົງໄສວ່າ ບັນຈຸສານບາງ
ຢ່າງ ທີ່ບໍ່ຊາບວ່າແມ່ນຫຍັງ.

ທັງສາມຄົນດັ່ງກ່າວ ໄດ້ຖືກນຳສົ່ງໄປຍັງໂຮງໝໍໃນທ້ອງຖິ່ນ ເຊິ່ງໜ່ວຍດັບໄຟຂອງ
ເມືອງອາຣລິງຕັນ ໄດ້ກ່າວໃນຂໍ້ຄວາມຂຽນລົງທາງທວີດເຕີ. ທັງສາມຢູ່ໃນສະພາບ
ທຸ່ນທ່ຽງແລ້ວ.

ອີງຕາມຖະແຫລງການສະບັບນຶ່ງ ທີ່ໄດ້ຖືກເປີດເຜີຍ ໂດຍທຳນຽບຫ້າແຈ ກ່າວວ່າ “ພະນັກງານຢູ່ໃນອາຄານ ທີ່ໄດ້ຮັບຜົນກະທົບ ໄດ້ເອົາມາດຕະການປ້ອງກັນໃນ
ທັນທີທັນໃດ ໂດຍການຍົກຍ້າຍອອກຈາກອາຄານດັ່ງກ່າວ. ບັນດາເຈົ້າໜ້າທີ່ ຢູ່ທີ່
ຄ້າຍທະຫານ ກຳລັງປະສານງານ ກັບໜ່ວຍເກັບກູ້ສານທີ່ເປັນອັນຕະລາຍທີ່ ເອີ້ນ
ວ່າ HAZMAT ແລະ ອົງການສັນຕິບານກາງ ຫຼື FBI.”

ສ່ວນເວັບໄຊ ຂອງສື່ມວນຊົນໃນທ້ອງຖິ່ນ ເຊັ່ນ ArlNow.com ໄດ້ລາຍງານວ່າ ສານ
ດັ່ງກ່າວ ໄດ້ບັນຈຸຢູ່ໃນຊອງຈົດໝາຍ ທີ່ຈົດທະບຽນກັບກົມໄປສະນີ.

ບໍ່ມີລາຍງານໃນທັນໃດເທື່ອວ່າ ຜູ້ໃດເປັນຜູ້ສົ່ງຈົດໝາຍສະບັບນີ້ ແລະ ຍ້ອນສາເຫດ
ຫຍັງ.

US HAZMAT Incident
please wait
Embed

No media source currently available

0:00 0:00:33 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG