ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຢາກມີ ສາຍພົວພັນ ທີ່ດີຂຶ້ນ ກັບ ຈີນ


ປະທານາທິບໍດີ Shinzo Abe ຊຸກຍູ້​​ໃຫ້​ປັບປຸງສາຍພົວ​ພັນ
ກັບຈີນໃຫ້ດີ​ຂຶ້ນ ​ທີ່ກອງປະຊຸມສຸດຍອດ G20
ປະທານາທິບໍດີ Shinzo Abe ຊຸກຍູ້​​ໃຫ້​ປັບປຸງສາຍພົວ​ພັນ ກັບຈີນໃຫ້ດີ​ຂຶ້ນ ​ທີ່ກອງປະຊຸມສຸດຍອດ G20
ຍີ່ປຸ່ນ ກ່າວ​ວ່າ ປະທານາທິບໍດີ Shinzo Abe ​ໄດ້​ຊຸກຍູ້ໃຫ້​ສາຍ
ພົວ​ພັນກັບ ຈີນດີ​ຂຶ້ນ ​ໃນ​ຂະນະ​ທີ່​ມີ​ການ​ປະຊຸມກັນເປັນເວລາ
​ສັ້ນໆ ຢູ່ຣັດ​ເຊຍກັບ​ປະທານາທິບໍດີ ຈີນ ທ່ານ Xi Jingping.

ບັນດາ​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ ​ໃນ​ກຸງໂຕ​ກຽວ ກ່າວໃນ​ວັນ​ສຸກ​ມື້​ນີ້ວ່າການ
ພົບ​ປະກັນ​ເວລາ​ຫ້າ​ນາ​ທີ ​ໄດ້​ເກີ​ດຂື້ນ​ຢູ່​ນອກ​ກອງ​ປະຊຸ​ມສຸດຍອດ
G20 ທີ່​ນະ​ຄອນ St Petersburg.

ການພົບ​ປະກັນ​ໃນ​ລັກ​ຊະນະ​ນີ້ ​ແມ່ນ​ມັກ​ມີ​ສະ​ເໝີ ​ ​ນັບ​ຕັ້ງ​ແຕ່
ສາຍພົວ​ພັນຍີ່ປຸ່ນ-ຈີນ ​ໄດ້ຖືກ​ທໍາລາຍ​ ຍ້ອນ​ການ​ຜິດ​ຖຽງ​ກັນ​
ເລື້ອງ​ເຂດ​ນໍ້າ ​ແດນ​ດິນມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ.

ອົງການ​ຂ່າວ ຊິນ​ຫົວ ທາງ​ການ​ຈີນ ​ໄດ້​ຮັບ​ຮູ້​ເຖິງ​ການ​ພົບ​ປະ​ຂອງ​
ສອງ​ຜູ້​ນໍາ ​ໃນ​ວັນພະຫັດ​ວານ​ນີ້ ຫລັງ​ຈາກ ທ່ານ Xi “​ໄດ້​ປະ​ເຊິ​ນ
ໜ້າ” ກັບ​ທ່ານ Abe ຢູ່​ໃນ​ຫ້ອງ​ບຸກຄົນ​ຜູ້​ສໍາຄັນ ຫຼື​ຫ້ອງວີໄອ​ພີ ທີ່​
ກອງ​ປະຊຸມ G20.

ອົງການ​ຂ່າວ ຊິ​ນຫົວ ກ່າວ​ວ່າ ທ່ານ Xi ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າສາຍ​ພົວພັນ
ຈີນ-ຍີ່ປຸ່ນ ຈະ​ຕົກ​ຢູ່​ໃນ “​ຄວາມ​ລຳບາກ​” ທີ່​ກຸງ​ປັກ​ກິ່ງ “ບໍ່ປະສົງ​ຈະ​ໄດ້​ເຫັນ.”ແຕ່​ວ່າ ​ໃນ
ວັນ​ພະຫັດວານ​ນີ້ໂຄສົກ​ຜູ້​ແທນ​ຈີນ ທີ່​ກອງ​ປະຊຸມ​ສຸດ​ຍອດ​ກ່າວ​ວ່າ ຄວາມຮັບຜິດຊອບ​
ຂອງ​ການ​ປັບປຸງສາຍ​ພົວພັນ​ນັ້ນ “ບໍ່​ໄດ້​ຂື້ນ​ຢູ່​ກັບ​ຈີນ.”

ຈີ​ນໄດ້​ໂກ​ດ​ແຄ້ນ​ ຫລັງ​ຈາກຍີ່​ປຸ່ນໄດ້​ຊື້​ເອົາ​ໝູ່​ເກາະ ທີ່ໂຕ້​ແຍ້​ງກັນນັ້ນ ຈາກເຈົ້າ​ຂອງດິນ
ເອກະ​ຊົນຍີ່​ປຸ່ນ ຢູ່ໃນທະ​ເລ​ຈີນຕາ​ເວັນ​ອອກ.
XS
SM
MD
LG