ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກໍາ​ປູ​ເຈຍ ອອກກົດໝາຍ ການໝິ່ນປະໝາດ ກະສັດ


ເຈົ້າ ນະໂຣດົມ ສີຫາໂມນີ, ກະສັດຂອງ​ກໍາ​ປູເຈຍ ໄດ້ຖືກຕ້ອນຮັບ ໂດຍນາຍົກ ຮຸນເຊນ ຢູ່ໃນພິທີ ສະເຫລີມສະຫລອງວັນຄົບຮອບ 64 ປີ ແຫ່ງວັນປະກາດ ເອກະລາດຂອງປະເທດດັ່ງກ່າວ ຈາກຝຣັ່ງ ທີ່ຈັດຂັ້ນ ໃນນະຄອນຫລວງພະນົມເປັນໃນວັນ 9 ພະຈິກ, 2017.
ເຈົ້າ ນະໂຣດົມ ສີຫາໂມນີ, ກະສັດຂອງ​ກໍາ​ປູເຈຍ ໄດ້ຖືກຕ້ອນຮັບ ໂດຍນາຍົກ ຮຸນເຊນ ຢູ່ໃນພິທີ ສະເຫລີມສະຫລອງວັນຄົບຮອບ 64 ປີ ແຫ່ງວັນປະກາດ ເອກະລາດຂອງປະເທດດັ່ງກ່າວ ຈາກຝຣັ່ງ ທີ່ຈັດຂັ້ນ ໃນນະຄອນຫລວງພະນົມເປັນໃນວັນ 9 ພະຈິກ, 2017.

ຊາວ​ກໍາ​ປູ​ເຈຍດຽວນີ້ມີ​ພັນທະ​ທີ່ຢູ່​ພາຍ​ໃຕ້​ລັດຖະທໍາ​ມະນູນທີ່​ຕ້ອງ "ປ້ອງ​ກັນ​ປິຕຸ​ພູມ
​ຂອງ​ຕົນ" ​ແລະ​ຖືກ​ເກືອດຫ້າມບໍ່​ໃຫ້​ໝິ່ນປະໝາດ​ກະສັດຊຶ່ງ​ໄດ້ບັນຍັດໄວ້ ຢູ່​ໃນ​ການ
ປ່ຽນ​ແປງ​ຂອງ​ນິຕິ​ກໍາໃໝ່ຫລາຍຢ່າງ ທີ່​ພວກ​ນັກ​ສັງ​ເກດ​ການ​ເວົ້າວ່າ ​ເປັນ​ການສະ
​ເໜີ​ໃຫ້​ມີ​ການ​ທໍາລາຍ ຕໍ່​ສິດເສລີພາບພາບ​ຂອງ​ພົນລະ​ເມືອງຢູ່ໃນ​ປະ​ເທດ​ນັ້ນຢ່າງ
​ດົນ​ນານ.

ກົດໝາຍ​ໃໝ່ກ່ຽວກັບ​ການໝິ່ນປະໝາດກະສັດ ທີ່​ຄ້າຍຄື​ກັນ​ກັບ​ກົດໝາຍຢູ່​ປະ​ເທດ​
ໄທນັ້ນ ພວກ​ນັກ​ສັງ​ເກດ​ການ​ເວົ້າວ່າ ​ໄດ້​ຖືກ​ນໍາ​ໃຊ້​ແບບ​ຜິດພາດ​ຢ່າງ​ໂຈ່ງ​ແຈ້ງ ​ແລະ
​ມີ​ລັກສະນະ​ເປັນລະບົບ​ເພື່ອ​ເຮັ​ດ​ໃຫ້​ພວກ​ທີ່​ຄັດຄ້ານທາງ​ການ​ເມືອງມິດ​ງຽບ​ໄປໂດຍ​
ການຈະຈໍາ​ຄຸກ​ພວກ​ເຂົາ​ເຈົ້າເປັນ​ເວລາ​ນານ​ແຕ່​ນຶ່ງ ຫາ 5 ປີ.

ກົດໝາຍດັ່ງກ່າວ​ໄດ້​ຖືກ​ຮັບຮອງ​ເອົາ​ໂດຍ​ສະພາ​ແຫ່ງ​ຊາດ​ຂອງ​ກໍາປູ​ເຈຍ ​ໃນ​ວັນ​ພຸດ​
ທີ່​ຜ່ານ​ມານີ້ ພ້ອມໆກັນ​ກັບການ​ດັດ​ແກ້​ລັດຖະທໍາ​ມະນູນ​ທີ່​ບໍ່ມີ​ຄວາມ​ຈະ​ແຈ້ງຈຳນວນ
ນຶ່ງ ຊຶ່ງ​ໃນ​ນັ້ນມີ​ການ​ປ່ຽນ​ແປງ ທີ່​ອະນຸຍາດ​ໃຫ້​ມີ​ການຖອນ​ສິດ​ໃນການປ່ອນ​ບັດ​ເລືອກ
​ຕັ້ງຂອງ​ຜູ້​ກະທໍາ​ຜິດ​ຢ່າງເປັນການຖາວອນ​.

ທ່ານ ຈີນ ມາ​ລິນ (Chin Malin) ​ໂຄສົກ​ປະ​ຈໍາ​ກະຊວງ​ຍຸຕິ​ທໍາ ​ເວົ້າວ່າກົດ ໝາຍກ່ຽວ
ກັບ​ການໝິ່ນປະໝາດກະສັດ "​ມີ​ຄວາມ​ຈໍາ​ເປັນ​ຫລາຍ" ​ເພື່ອ​ເຮັດ​ໃຫ້​ວິທີ​ການ​ທີ່​ພົນ
​ລະ​ມື​ອງ "​ໃຊ້​ສິດ​ເສລີພາບ​ຂອງ​ຕົນ" ຢ່າງ​ເປັນ​ລະບຽບ ​ໂດຍ​ໄດ້​ເນັ້ນວ່າກົດໝາຍດັ່ງ
ກ່າວ​ແມ່ນ​ນໍາ​ໃຊ້ແຕ່​ກັບ​ຜູ້​ທີ່ໝິ່ນປະໝາດ ​ກະສັດ​ເທົ່າ​ນັ້ນ ​ແລະ​ບໍ່​ໄດ້​ໃຊ້​ກັບ​ສະມາ​ຊິກ
​ຄົນ​ອື່ນ ​ທີ່ເປັນເຊື້ອພະວົງ.

ທ່ານ​ກ່າວເພີ້ມອີກ​ວ່າ "​ເຫດຜົນ​ທີ່​ພວກ​ເຮົາ​ບໍ່​ໄດ້​ເຮັດ​ກົດໝາຍນີ້ອອກ​ມາ​ໃນ​ເມື່ອ
​ກ່ອນ ​ແລະ​ຫາກໍ່ສາມາດ​ເຮັດ​ມັນ​ອອກ​ມາ​ໃຊ້ດຽວນີ້ ກໍ​ຍ້ອນ​ວ່າ ສະພາບ​ການ​ໃນ
​ປັດຈຸບັນ ​ແມ່ນ​ແຕກ​ຕ່າງໄປ, ​ມີ​ຄົນ​ໃຊ້​ສິດ​ເສລີພາບໃນ​ການ​ປາກ​ເວົ້າຂອງ​ຕົນ
ຢ່າງ​ຂາດ​ຄວາມ​ຮັບຜິດຊອບ ແບບເກີນ​ຂອບ​ເຂດ​ທີ່​ໄປ​ແຕະຕ້ອງ​ກຽດສັກ​ສີ​ຂອງ ​
ກະສັດ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG