ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄອມພິວເຕີ Lenovo ຂອງຈີນ ລໍ້າໜ້າ HP ຂອງ ສະຫະລັດ (ວີດິໂອກ່ຽວຂ້ອງ)


ບໍລິສັດ ຄອມພິວເຕີ lenovo
ບໍລິສັດ ຄອມພິວເຕີ lenovo
ລາຍງານສະບັບໃໝ່ນຶ່ງ ສະເໜີແນະວ່າ ບໍລິສັດຄອມພິວເຕີ
Lenovo ຂອງຈີນ ໄດ້ລໍ້າໜ້າ ບໍລິສັດ Hewlett Packard
ຫລື HP ຍັກໃຫຍ່ຂອງສະຫະລັດ ໃນຖານະເປັນຜູ້ຜະລິດເຄື່ອງ
ຄອມພິວເຕີສ່ວນຕົວ ຫລື PC ອັນດັບນຶ່ງຂອງໂລກ.

ບໍລິສັດຄົ້ນຄວ້າ Gartner ກ່າວຢູ່ໃນລາຍງານໃນວັນພະຫັດ
ມື້ນີ້ວ່າ ຍອດຂາຍສໍາລັບໄຕມາດທີ 3 ຂອງບໍລິສັດ Lenovo
ມີມູນຄ່າເກືອບເທົ່າກັບ 16% ຂອງຕະຫຼາດໂລກທັງໝົດສໍາຫຼັບ
ຄອມພິວເຕີ PC ຊຶ່ງແມ່ນຫລາຍກ່ວາສ່ວນແບ່ງຂອງ HP
ປະມານ 2/10 ຂອງ 1%.

ນີ້ເປັນຄັ້ງທໍາອິດທີ່ບໍລິສັດ Lenovo ທີ່ມີສໍານັກງານຢູ່ກຸງປັກກິ່ງ
ນັ້ນ ໄດ້ກ້າວຂຶ້ນມາລໍ້າໜ້າບໍລິສັດ HP ຊຶ່ງໄດ້ເປັນຜູ້ຜະລິດ
PC ອັນດັບນຶ່ງຂອງໂລກ ມາເປັນເວລາຫລາຍປີ.

ແຕ່ບັນດາເຈົ້າໜ້າທີ່ HP ບໍລິສັດເທັກໂນໂບຈີຍັກໃຫຍ່ຂອງສະຫະລັດ ໃນເຂດ Silicon
Valley ລັດແຄລິຟໍເນຍ ທີ່ກໍາລັງປະສົບກັບບັນຫານັ້ນ ໄດ້ຊີ້ໂດຍໄວ ໄປໃສ່ຜົນການສຶກ
ສານຶ່ງອີກຕ່າງຫາກ ໂດຍບໍລິສັດວິເຄາະຕະຫຼາດ IDC ທີ່ຍັງຈັດໃຫ້ HP ເປັນຜູ້ນໍາຢູ່
ເຖິງແມ່ນວ່າຊ່ອງຫວ່າງກໍາລັງຫຍັບເຂົ້າໃກ້ກັນຢ່າງໄວກໍຕາມ.

ເຖິງຢ່າງໃດກໍຕາມ ການສຶກສາຂອງທັງ 2 ບໍລິສັດ ໄດ້ສະແດງໃຫ້ເຫັນວ່າ ຍອດຂາຍຂອງ
PC ໃນທົ່ວໂລກ ໄດ້ຫລຸດລົງຢ່າງຫລວງຫລາຍ ໃນໄຕມາດທີ 3 ນັ້ນຂະນະທີ່ຜູ້ຄົນພາກັນ
ຫັນໄປຊົມໃຊ້ ເຄື່ອງເທັກໂນໂລຈີທີ່ສະດວກແບບພົກພາ ໄປມາໄດ້ນັ້ນຫຼາຍຂຶ້ນ ຕົວຢ່າງ
ເຊ່ນ iPad, iPhone ຫລື Tablets ແລະ smartphones ເປັນຕົ້ນ.

ເບິ່ງວີດິໂອກ່ຽວກັບຄວາມນິຍົມກັນຊຶ້ໂທສະສັບ iPhone5 ທີ່ເລີ້ມນໍາອອກຂາຍ ໃນທ້າຍເດືອນກັນຍາຜ່ານມານີ້

iPhone 5 ອອກວາງຕະຫລາດແລ້ວ
please wait

No media source currently available

0:00 0:02:21 0:00
XS
SM
MD
LG