ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບ່ອນນັ່ງຖ່າຍຂອງນາຍ John Lennon ຂາຍໄດ້ 14,740 ດອນລາ


ນາຍ John Lennon ແຫ່ງວົງດົນຕີ the Beatles ທີ່ດັງກ້ອງໂລກໃນຊຸມປີ 1960.
ນາຍ John Lennon ແຫ່ງວົງດົນຕີ the Beatles ທີ່ດັງກ້ອງໂລກໃນຊຸມປີ 1960.

ບ່ອນ​ນັ່ງ​ຖ່າຍ​ທີ່​ເຄີຍ​ເປັນ​ຂອງ​ມື້​ລາງ​ນາຍ John Lennon ນັກ​ດົນຕີໃນ​ວົງ​ດົນຕີຄະນະ the Beatle ຊື່​ດັງ​ກ້ອງ​ໂລກ​ຂອງ​ອັງກິດ​ ປະມູນຂາຍໄດ້ ​ໃນລາຄາ 14 ພັນ 740 ດອນ​ລາ​ໃນ​ວັນ​ເສົາ​ວານ​ນີ້.

ບ່ອນ​ນັ່ງຖ່າຍ​ທີ່ເຮັດ​ດ້ວຍ​ດິນເຄືອບທີ່​ວ່າ​ນີ້ ແມ່ນ​ຍ້າຍ ອອກມາ​ຈາກ​ເຮືອນ​ຂອງ ນາຍ John Lennon ທີ່​ Tittenburst Park ​ໃນເມືອງ Berkshire ​ໃນ​ພາກ​ໃຕ້​ຂອງ​ອັງກິດ​ ບ່ອນ​ທີ່​ນາຍ John Lennon​ ເຄີຍ​ອາ​ໄສ​ຢູ່​ມາ​ແຕ່​ປີ 1969 ຫາ 1971. ນາຍ Lennon ​ໄດ້​ເອົາ​ບ່ອນນັ່ງ​ຖ່າຍ​ອັນ​ໃໝ່​ ​ໄປໃສ່ແທນ. ປື້​ມປະມູນ​ຂາຍ​ສິນຄ້າເວົ້າ​ວ່າ ນາຍ John Lennon ​ໄດ້​ບອກ​ຜູ້ສ້າງເຮືອນທີ່​ປ່ຽນ​ບ່ອນ​ນັ່ງ​ຖ່າຍ​ນີ້​ ວ່າ ​ໃຫ້​ເອົາ​ໄປ​ປູກ​ດອກ​ໄມ້​ໃສ່ໄວ້. ບ່ອນ​ນັ່ງ​ຖ່າຍອັນ​ນີ້ໄດ້​ຖືກ​ນໍາ​ເອົາ​ອອກ​ມາປະມູນຂາຍ ​ຫລັງ​ຈາກ​ຜູ້​ສ້າງ​ເຮືອນ​ຄົນ​ນັ້ນ​ເສຍ​ຊີວິດ​ໄປ. ກ່ອນການ​ປະມູນ​ຂາຍນັ້ນ ໄດ້​ມີ​ການ​ຄາດ​ຄະ​ເນກັນວ່າ ບ່ອນ​ນັ່ງ​ຖ່າຍ​ທີ່​ວ່າ​ນີ້ ຈະປະມູນ​ຂາຍ​ໄດ້​ ປະມານ 1500 ດອນ​ລາ.

ນາຍ John Lennon ​ໄດ້​ຖືກ​ຄາດ​ຕະກໍາ​ທີ່​ນະຄອນ​ນີວຢອກ​ໃນ​ປີ 1980.

XS
SM
MD
LG