ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ນາຍພົນ Giap ແຫ່ງຫວຽດນາມ ເຖິງແກ່ ມໍລະນະກຳ ແລ້ວ (ວີດີໂອ)


ນາຍ​ພົນຫວຽດນາມ ຜູ້​ທີ່​ໄດ້​ຂັບ​ໄລ່ ຝຣັ່ງ ​ແລະ​ຕໍ່​ມາ ອາ​ເມຣິກາ
​ໃຫ້ອອກ​ຈາກ​ຫວຽດນາມນັ້ນ ​ໄດ້​ເສ​ຍຊີວິດ​ແລ້ວ ຮວມ​ອາຍຸ​ໄດ້
102 ປີ.

ນາຍ​ພົນ Vo Nguyen Giap ເປັນ​ນັກ​ປະຕິ​ວັດຄອມ​ມິ​ວນິສ ທີ່​
ຮູ້​ກັນ​ດີກ່ຽວກັບ ກັນລະ​ຍຸດ ​ໃນ​ການ​ເຮັດ​ສົງຄາມກອງ​ໂຈນ ​ຂອງ
​ທ່ານ. ທ່ານ​ເປັນນຶ່ງ​ໃນ​ບັນດາບຸກຄົນ​ທີ່​ໄດ້​ຮັບ​ການ​ເຄົາລົບ​ນັບຖື​
ຫຼາຍທີ່​ສຸດ​ຂອງຫວຽດ ນາມ ທີສອງ​ຮອງຈາກມື້​ລາງ ​ຜູ້​ນໍາ​ໃນ​
ການ​ປະຕິວັດ​ ທ່ານ Ho Chi Minh ຊຶ່ງ​ເປັນຜູ້​ທີ່​ທ່ານ​ຢຶດໝັ້ນ.

ນາຍ​ພົນ Giap ​ໄດ້​ຮັບ​ປະລິນຍາ​ຝ່າຍ​ກົດໝາຍ ບໍ່ເຄີຍ​ໄດ້​ຮັບ​
ການ​ເຝິກ​ອົບ​ຮົມ​ດ້ານ​ທະ​ຫານມາ​ກ່ອນ ​ແລະ​ກໍ​ເປັນ​ບິດາຜູ້​ກໍ່​ຕັ້ງ
ກອງ ທັບປະຊາຊົນ​ຫວຽດນາມ.

ທ່ານ​ໄດ້​ເປັນທີ່​ຮູ້​ກັນ​ດີ​ທີ່​ສຸດ ​ໃນ​ການ​ໄດ້ຮັບ​ໄຊຊະນະຕໍ່​ຝຣັ່ງ ທີ່
Dien Bien Phuທີ່​ນໍາພາ ຫວຽດນາມ​ ​ໄປສູ່ຄວາມ​ເປັນ​ເອກ​ກະ
ລາດ ​ແລະ​ການສິ້ນສຸດ​ລົງ ໃນການ​ຄອບ​ຄອງ ອິນ​ໂດ​ຈີນຂອງ​ຝຣັ່ງ.

ນາ​ຍພົນ Giap ຍັງ​ຖືກຮັບ​ຮູ້ວ່າ ​ເປັນ​ຜູ້​ໄດ້​ຮັບໄຊຊະ​ນະ ຕໍ່​ລັດຖະບານຫວຽດ ນາມ​ໃຕ້
ທີ່​ໄດ້ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະລັດ ​ໃນ​ປີ 1975 ແລະໄດ້​ເປັນ​ແຮງ​ດົນໃຈໃຫ້​ແກ່
​ກໍາລັງຕໍ່ຕ້ານພວກ​ລ່າ​ຫົວ​ເມືອງ​ຂື້ນ ຢູ່​ໃນ​ທົ່ວ​ໂລກ.

ສາ​ດສະ​ດາ​ຈານ Mike Corgan ຈາກມະຫາວິທະຍາ​ໄລ Boston ​ທີ່​ເຄີຍ​ຮັບ​ໃຊ້​ເປັນ
​ທະຫານຢູ່ໃນ​ສົງຄາມ​ຫວຽດນາມ ​ແລະ​ໄດ້​ສອນວິຊາ​ຍຸດ​ທະ​ສາດ​ໃຫ້​ແກ່ ນາຍທະຫານ​
ຫວຽດນາມ ​ແລະ​ນາຍທະຫານສະຫະລັດ. ທ່ານ​ກ່າວ​ວ່າ ກອງທັບ​ທີ່​ມີອາ​ວຸດ​ຍຸດ​ໂທ​
ປະກອນລ້າ​ຫລັງ ​ໄດ້​ເຮັດ​ສົງຄາມ​ປະຊາຊົນ ​ເອົາຊະນະກອງ ທັບ​ສະ​ໄໝໃໝ່ ​ເພາະວ່າ
ນາຍ​ພົນ Giap ​ໄດ້​ແນ​ໃສ່ ​ເປົ້າ​ໝາຍທາງ​ດ້ານການ​ເມືອງ.

ບັນດາ​ນັກ​ປະຫວັດສາດ ກ່າວ​ວ່າ ​ການ​ບຸກ​ໂຈມ​ຕີ​ເນື່ອງ​ໃນ​ໂອກາດບຸນ​ເຕັດ ປີ 1968
ຕໍ່​ກຳລັງອາ​ເມຣິກັນ ​ແລະຫວຽດນາມ​ໃຕ້ນັ້ນ ແມ່ນການ​ປາໄຊສຳລັບ​ກຳ ລັງ​ປະຕິວັດ
​ແຕ່ເປັນ​ໄຊຊະນະ​ທາງ​ການ​ເມືອງ​ສຳລັບ​ຫວຽດນາມ​ເໜືອ. ທ່ານ Corgan ກ່າ​ວວ່າ
ຊາວ​ອາ​ເມຣິກັນ ​ໄດ້​ຖືກ​ບອກ​ໃຫ້​ຮູ້​ວ່າ ​ເຂົາ​ເຈົ້າ​ໄດ້ຮັບໄຊຊະ ນະໃນສົງ​ຄາມ ​ແຕ່​ໄດ້​
ສູນເສຍ​ຄວາມ​ເຊື່ອ​ຖື​ທີ່​ມີ​ຕໍ່ລັດຖະບານ ​ເວລາ​ເຂົາ​ເຈົ້າ​ໄດ້​ເຫັນ​ການ​ສູ້​ລົບ​ຢ່າງ​ດຸ​ເດືອດ
ຢູ່​ໃນ​ທົ່ວ​ຫວຽດນາມ ​ຊຶ່ງ​ມີ​ຜົນ​ກະທົບ​ແມ່ນ​ກະ​ທັງ​ຕໍ່​ ສະຖານທູດສະຫະລັດນຳ​ດ້ວຍ.


Obit
please wait
Embed

No media source currently available

0:00 0:00:48 0:00
XS
SM
MD
LG