ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົດໝາຍ ການຄຳນວນ ເປັນບັນຫາການສ້າງກຳແພງຊາຍແດນ ລະຫວ່າງສະຫະລັດ ກັບເມັກຊິໂກ


US-Mexico Border Wall
please wait
Embed

No media source currently available

0:00 0:01:17 0:00

ດຳລັດ​ຂອງ​ປະ​ທານາ​ທິບໍດີ Donald Trump ທີ່​ສັ່ງ​ໃຫ້​ສ້າງ​ກຳ​ແພງ ​ຢູ່ຕາມ​ຊາຍ​ແດນ ສະຫະລັດຕິດ​ກັບເມັກຊິ​ໂກ ທີ່ຍາວ 3,200 ກິ​ໂລ​ແມັດນັ້ນ ຈະ​ປະ​ເຊີນ​ໜ້າ​ກັບບັນຫາດ້ານ​ກົດໝາຍ ​ແລະ ອຸບປະສັກໂຕ​ຈິງ. ຢູ່ທາງ​ພາກ​ໃຕ້​ຂອງ​ລັດ California ບ່ອນ​ທີ່​ສ່ວນນຶ່ງ​ຂອງ​ກຳ​ແພງ ໄລຍະ​ຍາວໆ​ໄດ້​ຖືກ​ສ້າງ​ຂຶ້ນມາ​ແລ້ວ​ນັ້ນ ປະຊາຊົນ​ໃນ​ເຂດ​ທ້ອງ​ຖິ່ນ​ໃຫ້​ຂໍ້​ສັງ​ເກດວ່າ​ໄດ້​ມີ​ການ​ປ່ຽນ​ແປງ ​ຢ່າງເລິກຊຶ້ງ​ໃນ​ໄລຍະຫລາຍ​ປີທີ່​ຜ່ານ​ມາ ​ແຕ່ກໍ​ກ່າວ​ວ່າ ການ​ຂ້າມ​ເຂົ້າ​ມາ​ຂອງ​ຄົນ​ເຂົ້າ​ເມືອງ​ທີ່​ຜິດ​ກົດໝາຍ ​ຍັງສືບ​ຕໍ່​ເປັນບັນຫາ​ທາງ​ດ້ານ​ມະ​ນຸດ​ສະ​ທຳທີ່​ໜ້າ​ຢ້ານ​ກົວ. ນັກ​ຂ່າວວີ​ໂອ​ເອ Ramon Taylor ມີ​ລາຍ​ງານກ່ຽວ​ກັບ​ເລື່ອງນີ້ ​ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ຖ້າ​ຫາກ​ກຳ​ແພງ​ສູງ​ລະຫວ່າງ 10 ຫາ 12 ​ແມັດມີ​ການ​ສ້າງ​ຂຶ້ນຢູ່​ຕາມ​ຊາຍ​ແດນສະຫະລັດ ຕິດ​ກັບເມັກ​ຊິ​ໂກ ດັ່ງ​ທີ່​ປະທານາທິບໍດີີ Trump ​ໄດ້ຕັ້ງໃຈໄວ້​ນັ້ນ ມັນ​ຈະ​ຍາວ​ຢຽດແຕ່ອ່າວ​ເມັກຊິ​ໂກ ​ໄປ​ຫາ​ມະຫາ​ສະໝຸດ​ປາຊິ​ຟິກ ​ເຖິງ​ຈຸດສຸດ​ທາງ​ພາກ​ຕາ​ເວັນ​ຕົກ.

ທ່ານ Enrique Morones ຜູ້ອຳນວຍການ ກຸ່ມ​ປ້ອງ​ກັນ​ຊາຍ​ແດນ Border Angels ກ່າວ​ວ່າ “​ເສົ້າ​ໃຈ ທີ່ຜູ້​ຄົນ​ພະຍາ​ຍາມ​ຫາ​ທາງ​ຫລີກ​ກຳ​ແພງ ພາກັນລອຍ​ນໍ້າ​ຢູູ່່​ໃນມະຫາ​ສະໝຸດປາຊິ​ຟິກ ຫລືບໍ່​ກໍ​ຂີ່​ເຮືອ​ຫາ​ປາ​ນ້ອຍໆ ​ແລະ​ເຂົາ​ເຈົ້າພາກັນ​ຈົມ​ນໍ້າ​ຕາຍ.”

​ໃນ​ນາມ ​ຜູ້​ກໍ່​ຕັ້ງ ກຸ່ມ​ປົກ​ປ້ອງ​ຊາຍ​ແດນ​ Border Angels ທ່ານ Enrique Morones ​ອຸທິດ​ຄວາມ​ພະຍາ​ຍາມ​ຂອງ​ທ່ານ ​ເພື່ອ​ຊ່ວຍ​ເຫລືອ​ຄົນ​ເຂົ້າ​ເມືອງຢູ່​ຕາມ​ເຂດ​ຊາຍແດນ​ທາງໃຕ້ ຮວມທັງ​ ພວກ​ທີ່​ໄດ້​ຮັບ​ຄວາມ​ທຸກ​ທໍລະ​ມານ​ຈາກ​ການ​ຫີ​ວນໍ້າ ​ໃນ​ທະ​ເລ​ຊາຍ​ແຫ້ງ​ແລ້ງ ທີ່​ເປັນ​ສາ​ເຫດ​ຂອງ​ການ​ຕາຍ​ອັນ​ດັບນຶ່ງ ລະຫວ່າງ​ພວກ​ຄົນ​ເຂົ້າ​ເມືອງ​ຢູ່​ທັງ​ສອງ​ຟາກ​ຂອງເຂດ​ຊາຍ​ແດນ.

ທ່ານ Morones ກ່າວວ່າ “ກຳແພງ ທີ່​ກີດ​ກັ້ນພວກ​ຄົນ​ເຂົ້າ​ເມືອງດັ່ງກ່າວນີ້ນັບ​ແຕ່ປີ 1994 ມາ ໄດ້ພາກ​ໃຫ້​ມີ​ຜູ້ເສຍຊີວິດ​ໄປ​ແລ້ວ ຫລາຍກວ່າ 11,000 ຄົນ ຫລາຍກວ່າ 11,000 ຄົນນັບແຕ່ປີ 1994 ​ເປັນຕົ້ນມາ. ຊາຍແດນສະຫະລັດທີ່ ຕິດ​ກັບເມັກຊິໂກ​ແມ່ນ​ຍາວ 2,000 ໄມ ຫລື 3,145 ກິໂລແມັດ ແລະນຶ່ງ​ສ່ວນ ສາມ​ແມ່ນມີກຳແພງ​ແລ້ວ. ບ່ອນໃດທີ່ມີເມືອງ ບ່ອນນັ້ນກໍມີກໍາແພງ.”

ປະທານາທິບໍດີ Trump ກ່າວວ່າ ກຳແພງເປັນທີ່ “ຕ້ອງການທີ່ສຸດ” ເພື່ອປ້ອງ ກັນຄົນ ເຂົ້າ ເມືອງຜິດກົດໝາຍຈາກອາເມຣິກາກາງ. ຢູ່ບ່ອນ​ໃດທີ່ຍັງ​ບໍ່​ມີ​ກຳ​ແພງ ​ເທື່ອ ສ່ວນ​ໃຫຍ່ກໍ ແມ່ນ​ເປັນ​ພູຜາທີ່​ໄດ້​ມີ​ການສັງເກດການໂດຍເທັກໂນໂລຈີທາງອາກາດຢູ່​ແລ້ວ.

ທ່ານ Ev Meade ຜູ້ອຳນວຍສະຖາບັນ Trans-Border ກ່າວວ່າ “ຖ້າຫາກຜູ້ຄົນຄິດວ່າ ຊາຍແດນເປີດຢູ່ທັງໝົດ ນັ້ນແມ່ນຄວາມຄິດທີ່ຜິດພາດ. ພວກເຮົາມີຢູ່ປະມານ 600 ໄມ ຫລື 1,000 ກິໂລແມັດ ທີ່ມີຮົ້ວຊາຍແດນຢູ່​ແລ້ວ. ສ່ວນໃຫຍ່ ກໍ​ເປັນຮົ້ວທີ່ແໜ້ນໜາ ແຕ່ ນອກຈາກນັ້ນ ກໍມີທຳມະຊາດ​ເປັນ​ເຄື່ອງ​ແບ່ງ​ປັນ. ມີຫລາຍໆບ່ອນທີ່ ສູງເຖິງ 11,000 ຟິດ ຫລື 3,350 ແມັດ ຢູ່ຕາມຊາຍແດນຄືດັ່ງຮ່ອມພູ Altar ຊຶ່ງມັກເປັນຈຸດ
ຂ້າມ ເຂົ້າມາ​ ໃນລັດ Arizona ແລະມັນ​ເປັນອັນຕະລາຍທີ່ຈະໄປຂ້າມຢູ່ທີ່ນັ້ນ."

ຮ້ອຍໂທຕຳຫລວດ​ເບ້ຍບຳນານຈາກກົມຕຳຫລວດນະຄອນ San Diego ທ່ານ Sean Murphy ກ່າວວ່າ ຄົນເຂົ້າເມືອງຜິດກົດໝາຍໄດ້ຫລຸດລົງ ຢູ່ທາງພາກໃຕ້ລັດ California ເນື່ອງຈາກມີ​ກຳລັງຢູ່ນັ້ນ ແຕ່ພວກ​ລັກ​ຂ້າມ​ໄດ້ຍ້າຍໄປທາງທິດຕາເວັນອອກ.

ທ່ານ Murphy ກ່າວວ່າ “ທັງໝົດໄດ້ຖືກຊຸກຍູ້​ໃຫ້​ໄປ​ຂ້າມ​ຢູ່ບ່ອນທີ່ແຫ້ງແລ້ງ ແລະພວກ ລັກລອ​ບພາ​ເຂົາ​ເຈົ້າຂ້າມ ທີ່ຮ້ອງວ່າໝາຈິ້ງຈອກ ເຂົາເຈົ້າບໍ່ຄ່ອຍສົນໃຈ ເຂົາເຈົ້າ ບອກ ຜູ້ຄົນວ່າ ເຂົາເຈົ້າເປັນຄົນລັກພາ​ຄົນ​ຂ້າມ ເຮົາມາຮອດແລ້ວ ພວກເຈົ້າຢູ່ໃນສະຫະລັດ ໄປ ທາງນັ້ນ ແລະມີຄົນຢູ່ທີ່ນັ້ນພາກັນຫິວນໍ້າຕາຍ ແລະຕ້າຍ​ຍ້ອນຄວາມຮ້ອນ ແລະ ອ່ອນເພຍ. ພວກນັ້ນ ເປັນຄົນທີ່ທ່ານຕ້ອງການຕາມຫາ.”

ກຳແພງ ຖ້າຫາກສຳເລັດເສັດສິ້ນ​ໃນເຄິ່ງນຶ່ງຢູ່ຕາມ​ເຂດຊາຍແດນທີ່ຍັງບໍ່ທັນມີ​ກຳ​ແພງ
ເທື່ອນັ້ນ ຈະເປັນຄວາມພະຍາຍາມທີ່ມີລາຄາສູງເຖິງ 25 ພັນລ້ານ ໂດລາ ອີງຕາມການ
ຄົ້ນຄວ້າທີ່​ເກັບ​ກຳ​ໂດຍໜັງສືພິມ Washington Post​. ການ​ຄາດ​ຄະ​ເນ​ຂອງປະທານາ
ທິບໍດີ Trump ໃນລະຫວ່າງການໂຄສະນາຫາສຽງນັ້ນ ​ແມ່ນ​ມີລາຄາບໍ່​ຮອດເຄິ່ງນຶ່ງຂອງ​ຈຳ​ນວນ​ດັ່ງກ່າວ.

XS
SM
MD
LG