ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານບໍ່ມີຝີມື ຈາກກຳປູເຈຍ, ລາວ, ພະມ້າ, ຫວຽດນາມ ຈະບໍ່ມີສິດ ໄດ້ຮັບການປັບຂຶ້ນຄ່າຈ້າງຂັ້ນຕໍ່າ ໃນເດືອນມັງກອນ 2024


ແຮງງານລາວໃນປະເທດໄທ
ແຮງງານລາວໃນປະເທດໄທ

ລັດຖະມົນຕີໄທ ຢືນຢັນວ່າ ແຮງງານບໍ່ມີຝີມືຈາກກຳປູເຈຍ, ລາວ, ພະມ້າ, ຫວຽດນາມ ຈະບໍ່ມີສິດ ໄດ້ຮັບການປັບຂຶ້ນຄ່າຈ້າງຂັ້ນຕໍ່າ ໃນເດືອນມັງກອນ 2024. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.


ທ່ານພິພັດ ຣັດຊະກິດປຣະການ ລັດຖະມົນຕີກະຊວງແຮງງານ ຖະແຫຼງຢືນຢັນວ່າ ລັດຖະບານໄທ ໄດ້ມີມະຕິຕົກລົງໃນຫຼັກການ ທີ່ຈະປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າໃຫ້ແຮງງານໃນໄທ ພາຍໃນເດືອນມັງກອນ 2024 ໂດຍຈະເປັນການປັບຂຶ້ນຄ່າຈ້າງ ໃຫ້ກັບບັນດາແຮງງານມີຝີມືທຸກຄົນ ເຊິ່ງລວມເຖິງແຮງງານມີຝີມືຈາກລາວ, ພະມ້າ, ກຳປູເຈຍ ແລະ ຫວຽດນາມ ທີ່ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍ ໃນປະເທດໄທດ້ວຍ. ໝາຍຄວາມວ່າ ແຮງງານທີ່ບໍ່ມີຝີມືຈາກລາວ, ພະມ້າ, ກຳປູເຈຍ, ຫວຽດນາມນັ້ນ ຈະບໍ່ໄດ້ຮັບການປັບຂຶ້ນຄ່າຈ້າງແຕ່ຢ່າງໃດ ເພາະການປັບຂຶ້ນຄ່າຈ້າງນັ້ນ ຈະຕ້ອງພິຈາລະນາລະດັບຝີມືຂອງແຮງງານແຕ່ລະຄົນດ້ວຍ ກໍ່ຄືການໃຫ້ສິດແກ່ບັນດານາຍຈ້າງໃນໄທ ທີ່ຈະພິຈາລະນາປັບຂຶ້ນຄ່າຈ້າງໃຫ້ກັບແຮງງານໄດ້ຕາມຄວາມເໝາະສົມສະນັ້ນເອງ ດັ່ງທີ່ທ່ານພິພັດ ໄດ້ໃຫ້ການຢືນຢັນວ່າ:

“ເຮົາຈະບໍ່ປະກາດເປັນແຮງງານຂັ້ນຕໍ່າ ເມື່ອປະກາດເປັນແຮງງານຂັ້ນຕໍ່າແລ້ວ ຂ້າພະເຈົ້າກໍ່ເຊື່ອວ່າ ທາງຝ່າຍນາຍຈ້າງຄົງຮັບພາລະບໍ່ໄຫວ ແລະທີ່ສຳຄັນທີ່ສຸດ ເຮົາຕ້ອງຈ່າຍ pay by skill ບໍ່ດັ່ງນັ້ນ ແຮງງານທີ່ບໍ່ມີຄວາມຮູ້-ຄວາມສາມາດ ເຈົ້າຂ້າມມາຈາກປະເທດເພື່ອນບ້ານ ເຂົ້າມາສູ່ປະເທດໄທ ເຮົາຢ່າງນ້ອຍ ຕ້ອງຝຶກເຂົາເຖິງ 6 ເດືອນ ຫາ 1 ປີ ເຈົ້າຈະມາກິນຄ່າແຮງຂັ້ນຕໍ່າ ເທົ່າກັບຄົນທີ່ເຂົາມີຄວາມຮູ້ຄວາມສາມາດແລ້ວໄດ້ແນວໃດ? ອັນນີ້ ເຮົາກໍຕ້ອງໃຫ້ຄວາມຢຸດຕິທຳ ກັບຜູ້ປະກອບການທາງຝ່າຍນາຍຈ້າງນຳ”

ກ່ອນໜ້ານີ້ ລັດຖະບານໄທ ໄດ້ຜ່ອນຜັນໃຫ້ແຮງງານລາວ ພະມ້າ ແລະ ກຳປູເຈຍ ຈຳນວນຫຼາຍກວ່າ 300,000 ຄົນ ໃຫ້ສາມາດເຮັດວຽກໃນໄທຕໍ່ໄປໄດ້ເຖິງວັນທີ 13 ກຸມພາ 2024 ຫຼື ເຖິງວັນທີ 13 ກຸມພາ 2025 ໂດຍການອະນຸຍາດດັ່ງກ່າວໄດ້ມີຂຶ້ນ ກໍ່ເນື່ອງຈາກວ່າແຮງງານເລົ່ານີ້ ໄດ້ສິ້ນສຸດການອະນຸຍາດໃຫ້ເຮັດວຽກໃນໄທ ເມື່ອວັນທີ 31 ກໍລະກົດ 2023 ຜ່ານມາ ໂດຍເມື່ອເຖິງກຳນົດດັ່ງກ່າວ ກໍ່ຈະຕ້ອງເດີນທາງກັບປະເທດ ແຕ່ບັນດານາຍຈ້າງໃນໄທ ບໍ່ສາມາດດຳເນີນການຈ້າງແຮງງານໃໝ່ເພື່ອທົດແທນໄດ້ທັນກັບກຳນົດເວລາດັ່ງກ່າວ, ລັດຖະບານໄທ ຈຶ່ງຂະຫຍາຍເວລາການເຮັດວຽກໃນໄທໃຫ້ກັບແຮງງານລາວ ພະມ້າ ກຳປູເຈຍດັ່ງກ່າວ ແລະ ຫຼ້າສຸດ ຄະນະລັດຖະມົນຕີຂອງໄທ ກໍ່ຍັງໄດ້ປັບຫຼຸດຄ່າທຳນຽມ Visa ໃຫ້ກັບແຮງງານລາວ ພະມ້າ ກຳປູເຈຍ ທຸກຄົນ ທີ່ເຮັດວຽກຢ່າງຖືກຕ້ອງໃນໄທອີກດ້ວຍ. ຄືຫຼຸດຈາກ 2,000 ບາດເຫຼືອພຽງ 500 ບາດເທົ່ານັ້ນ ຈຶ່ງຄາດວ່າຍັງຈະມີແຮງງານເດີນທາງໄປເຮັດວຽກໃນໄທເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງລວມເຖິງແຮງງານລາວດ້ວຍ ອັນເຮັດໃຫ້ ພາກການຜະລິດຂອງລາວ ຕ້ອງປະເຊີນກັບການຂາດແຄນແຮງງງານຫຼາຍກວ່າ 500,000 ຄົນ ໃນປັດຈຸບັນນີ້ ດັ່ງທີ່ນັກທຸລະກິດໃນສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ ໃຫ້ການຢືນຢັນວ່າ:

“ຄັນສິເວົ້າແທ້ໆ ກະແມ່ນວ່າ ແມ່ນຕ້ອງການຫຼາຍກວ່າປະຊາຊົນເຮົາ ສິມາສາມາດສະໜອງໄດ້ ວຽກມີຫຼາຍ ແຕ່ວ່າຄົນເຮົາຍັງມີນ້ອຍ ບໍ່ຕໍ່າກວ່າ 500,000 ກວ່າຄົນເນາະ ຕໍາແໜ່ງງານທີ່ເຮົາຍັງຕ້ອງການ ທີ່ທາງໃນທຸກຂະແໜງການ ໂດຍສະເພາະແມ່ນເຂດເສດຖະກິດພິເສດ ແຕ່ສຳລັບຂະແໜງການຕັດຫຍິບພວກເຮົາ ຕ້ອງການນີ້ ໝື່ນຕໍາແໜ່ງງານເນາະ ຢູ່ໃນນັ້ນກະມີຕໍາແໜ່ງງານເປັນ QC ຕຳແໜ່ງງານເປັນຜູ້ອອກແບບ ຕໍາແໜງງານວິສະ ວະກຳ-ອຸດສາຫະກຳ ຕໍາແໜ່ງງານ Merchandiser ຕໍາແໜ່ງງານຈັດຊື້ພວກ Equipment ຕ່າງໆ”

ທັງນີ້ ກະຊວງແຮງງານໄທ ລາຍງານວ່າ ແຮງງານລາວໄດ້ຮັບອະນຸຍາດເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທມີຈຳນວນຫຼາຍກວ່າ 300,000 ຄົນ ໃນປັດຈຸບັນ ຫາກແຕ່ນາຍຈ້າງໃນໄທຍັງຕ້ອງການແຮງງານເພີ້ມອີກຫຼາຍກວ່າ 800,000 ຄົນ ແລະ ລັດຖະບານໄທ ອະນຸຍາດໃຫ້ສາມາດນຳເຂົ້າແຮງງານ ຜ່ານບໍລິສັດຈັດຫາງານທີ່ຮັບຮອງໂດຍ ລັດຖະບານລາວ-ກຳປູເຈຍ-ພະມ້າ ເທົ່ານັ້ນ ຫາກແຕ່ດ້ວຍຄ່າທຳນຽມການຈັດຫາງານທີ່ສູງກວ່າ 1,300 ໂດລາສະຫະລັດ ສຳລັບແຮງງານແຕ່ລະຄົນ ທີ່ຕ້ອງການເຮັດວຽກໃນໄທ ທີ່ມີຄ່າຈ້າງສູງກວ່າຢູ່ໃນລາວເກີນກວ່າ 5 ເທົ່ານັ້ນ ຈຶ່ງເຊື່ອວ່າຈະມີແຮງງານລາວທີ່ລັກລອບເດີນທາງໄປເຮັດວຽກໃນໄທ ເພີ້ມຂຶ້ນນັບມື້ ແລະ ເຄືອຄ່າຍຄຸ້ມຄອງແຮງງານອົບພະຍົບ ໃນອາຊຽນຄາດວ່າ ຈະມີແຮງງານລາວລັກລອບເຮັດວຽກໃນໄທເພີ້ມຂຶ້ນອີກກວ່າ 500,000 ຄົນໃນໄລຍະຕໍ່ໄປນີ້.

XS
SM
MD
LG