ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງປະຊຸມ ລາຍງານ ກ່ຽວກັບ ງົບປະມານ ການໃຊ້ຈ່າຍ ຂອງ ອົງການມູນມໍລະດົກ ຫຼັງສົງຄາມ


ການເກັບກູ້ລະເບີດ ທີ່ຍັງຕົກຄ້າງບໍ່ທັນແຕກ ຂອງ ອົງການ
ມູນມໍລະດົກ ຫຼັງສົງຄາມ ຢູ່ໃນ ສປປ ລາວ.
ການເກັບກູ້ລະເບີດ ທີ່ຍັງຕົກຄ້າງບໍ່ທັນແຕກ ຂອງ ອົງການ ມູນມໍລະດົກ ຫຼັງສົງຄາມ ຢູ່ໃນ ສປປ ລາວ.

ໃນ​ລາຍ​ການ​ຊີວິດ​ຊາວ​ລາວ​ຂອງ ວີ​ໂອ​ເອ ປະຈຳແລງວັນພ​ະຫັດມື້​ນີ້ ​ເຮົາຈະ​ນຳ​ເອົາ​
ລາຍ​ງານ​ກ່ຽວ​ກັບສະພາບການ​ເກັບ​ກູ້​ລະ​ເບີດທີ່​ຕົກ​ຄ້າງ​ບໍ່​ທັນ​ແຕກ ຢູ່​ໃນ​ປະ​ເທດລາວ
​ ມາສະ​ເໜີ​ທ່ານ. ​ສຳລັບ ​ໃນໄລຍະສາມ​ປີ​ທີ​ຜ່ານ​ມານີ້ ລັດຖະສະພາ​ສະຫະ​ລັດ ໄດ້
ອະນຸມັດ​ທຶນໃຫ້ 90 ລ້ານ​ໂດ​ລາ ​ເພື່ອນຳ​ໄປ​ເກັບ​ກູ້​ລະ​ເບີດທີ່ວ່ານັ້ນ ​ແລະ​ບັດ​ນີ້​ ທຶນ
​ດັ່ງກ່າວກໍ​ກຳລັງ​ຈະ​ໝົດ​ລົງ​ໃນ​ປີ​ນີ້. ​ເພະ​ສະ​ນັ້ນ ອົງການ​ມູນ​ມໍລະດົກ​ຫຼັງ​ສົງຄາມ ຫຼື
Legacy of War ຊຶ່ງ​ເປັນ​ອົງການ​ເອກ​ກະ​ຊົນ ທີ່​ບໍ່​ສ້າງ​ຜົນ​ກຳ​ໄລ ຈຶ່ງມີໜ້າ​ທີ່​ຮັບຜິດ
ຊອບ ​ໃນ​ການ​ຊອກ​ຫາ​ທຶນ​ມາ ​ດຳ​ເນີນ​ວຽກ​ງານດ້ານ​ມະນຸດສະທ ຳ​ດັ່ງ​ກ່າວນີ້​ຕໍ່​ໄປ.
ສ່ວນວ່າ ສະພາບ​ການ ໃນປັດຈຸບັນ ​ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ມາສ​ະ​ເໜີ​
ທ່ານ​ໃນ​ອັບ​ດັບ​ຕໍ່​ໄປ.

ໂຕຢ່າງ ລະເບີດທີ່ຍັງຕົກຄ້າງໃນປາງສົງຄາມ ຢູ່ ສປປ ລາວ.
ໂຕຢ່າງ ລະເບີດທີ່ຍັງຕົກຄ້າງໃນປາງສົງຄາມ ຢູ່ ສປປ ລາວ.
ລິງໂດຍກົງ

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ສົງຄາມ​ອິນ​ດູ​ຈີນ​ ໄດ້​ສິ້ນ​ສຸດ​ລົງ​ໄປ ​ເມື່ອ​ 43 ປີ​ກ່ອນ ​
ແຕ່​ວ່າ​ມູນ​ມໍລະດົກ​ຫຼັງ​ສົງຄາມ ຄື​ລູກ​ລະ​ເບີດ​ທີ່​ຍັງ​ຕົກ​ຄ້າງຢູ່​ບໍ່​ທັນ​ແຕກ​ນັ້ນ ກໍ​ຍັງ​ຕົກ
ຄ້າງປະ​ໄວ້​ໃຫ້​ເຫັນ​ຢູ່ ​ເທົ້າ​ທຸກ​ວັນນີ້ ​ທັງ​ເປັນ​ອັນ​ຕະລາຍ​ແກ່​ການ​ດຳລົງ​ຊີວິດ​ຂອງ​ຊາວ
​ລາວ ຢູ່​ໃ​ນ​ເຂດ​ດັ່ງ​ກ່າວນຳດ້ວຍ. ອົງການ​ມູນ​ມໍ​ລະ​ດົກ​ຫຼັງ​ສົງຄາມ ຫຼື Legacies of
War ໄດ້​ຕັ້ງ​ຂຶ້ນ​ມາ​ໃນ​ປີ 2004 ​ເປັນ​ອົງການ​ເອກ​ກະ​ຊົນ ທີ່​ບໍ່​ສ້າງ​ຜົນ​ກຳ​ໄລ ​ແລະອາ
ສາ​ສະໝັກ ທີ່​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ລະ​ເບີດທີ່​ຢັງຕົກ​ຄ້າງຝັງ​ດິນ​ຢູ່​ ຈາກ​ປາງ​ສົງ
ຄາມ​ ທີ່​ເປັນ​ອຸປະສັກ​ອັນ​ໃຫຍ່​ຫຼວງ ໃນ​ການ​ທຳ​ມາ​ຫາ​ກິນ​ ຢູ່ໃນເຂດທີ່​ລະ​ເບີດ​ໄດ້​ຖືກ
​ຖີ້ມລົງໃສ່ ​ແລະ​ຝັງ​ໄວ້ຢູ່​ໃນ​ດິນຂອງ​ປະ​ເທດ​ລາວ. ​ແຕ່ລະ​ປີ​ ຈະ​ມີ​ປະຊາຊົນລາວ​ຢູ່​ໃນ​
ເຂດ​ດັ່ງກ່າວ ​ໂດຍ​ສະ​ເພາະ​ພວກ​ເດັກນ້ອຍ ​ໄດ້​ຮັບ​ບາດ​ເຈັບ ​ແລະ​ເສຍ​ຊີວິດ​ຈາກ​ການ
ໄປແຕະຕ້ອງລະ​ເບີດດັ່ງກ່າວ.

​ເພື່ອ​ຊ່ວຍແກ້​ໄຂບັນຫາ​ນີ້ ອົງການ​ Legacies of War ​ໂດຍ​ການ​ເປັນ​ຫົວ​ໜ້າ​ບໍລິຫານ​
ຂອງ​ຍານາງ​ຈັນ​ນະພາ ຄຳ​ວົງສາ ໄດ້​ເລີ້ມ​ປະຕິບັດ​ງານມາ ແຕ່​ປີ 2004 ໂດຍ​ການ
ຊອກ​ຫາ​ເງິນທຶນ​ມ​າ​ໃຊ້​ຈ່າຍ ໃນ​ການ​ເກັບກູ້​ລະ​ເບີດ ຢ່າງ​ບໍ່​ລົດ​ລະ. ສ່ວນ​ໃຫຍ່​ຂອງ​ທຶນ
​ໄດ້​ມາ​ຈາກ​ລັດຖະບານ​ສະຫະລັດ ​ແລະສົມທົບ​ຈາກ​ປະ​ເທດ​ຕ່າງໆ ພ້ອ​ມດ້ວຍ​ເອກ​
ກະ​ຊົນ ​ເພື່ອ​ນຳ​ມາ​ບໍລິຫານ​ເປັນຄ່າຈ່າຍ ສຶກສາ​ແນະນຳ ​ແລະ​ປ້ອງ​ກັນ. ຍານາງ​
ຈັນ​ນະພາ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ກ່ຽວ​ກັບ​ຄວາມ​ເປັນ​ມາ ​ແລະ​ສະ​ພາບ​ການ​ປັດຈຸບັນ​ດັ່ງນີ້ :

ຍານາງຈັນນະພາ ຄຳວົງສາ ​ຫົວ​ໜ້າ​ບໍລິຫານ​ ອົງການມູນມໍລະດົກຫຼັງສົງຄາມ ຫຼື Legacies of War.
ຍານາງຈັນນະພາ ຄຳວົງສາ ​ຫົວ​ໜ້າ​ບໍລິຫານ​ ອົງການມູນມໍລະດົກຫຼັງສົງຄາມ ຫຼື Legacies of War.

ອົງການ​ມູນມໍລະດົກ​ຫຼັງ​ສົງຄາມ ​ໄດ້​ປະຕິ​ບັດ​ງານ​ມາເປັນ​ເວລາ 12 ປີ​ແລ້ວ ​ແລະ​ການ​
ດຳ​ເນີນ​ເກັບ​ກູ້​ລະ​ເບີດ​ ກໍຍັງ​ບໍ່​ໄດ້​ເປັນ​ທີ່​ລົດ​ລະ ​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ເປັນ​ຂັ້ນໆ
​ ຊຶ່ງ​ຍານາງ​ຈັນ​ນະພາ​ໄດ້​ກ່າວ​ເຖິງ​ຕອນ​ນີ້ວ່າ:

ບັນດາແຂກຜູ້ສຳຄັນທີ່ເຂົ້າຮ່ວມ.
ບັນດາແຂກຜູ້ສຳຄັນທີ່ເຂົ້າຮ່ວມ.

ເຂົ້​າຮ່ວມຢູ່​ໃນ​ພິທີ່ເຕົ້າ​ໂຮ​ມຟັງ​ລາຍ​ງານ ​ແລະ​ເປັນ​ແຂກ​ພິ​ເສດ​ມາ​ກ່າວ​ໃນ​ຄໍ່າ​ຄືນ​ນີ້​ກໍ
ມີ ​ເອກ​ອັກຄະ​ລັດຖະທູດ​ໄມ ​ໄຊ​ຍະ​ວົງ ປະຈຳ​ສະຖານທູດ​ ສປປ ລາວ ທີ່​ນະຄອນ
ຫຼວງ​ວໍ​ຊິງ​ຕັນ. ທ່ານ​ໄດ້​ກ່າວ​ເຖິງໜ້າ​ທີ່ ​ແລະ​ບົດບາດ​ຂອງລັດຖະບານ​ ສປປ ລາວ
​ດັ່ງ​ນີ້:

ເອກອັກຄະລັດຖະທູດ ສປປ ລາວ ທ່ານໄມ ໄຊຍະວົງ.
ເອກອັກຄະລັດຖະທູດ ສປປ ລາວ ທ່ານໄມ ໄຊຍະວົງ.

"ລັດຖະບານລາວ ແລະປະຊາຊົນລາວ ມີຄວາມປຶ້ມປິຕິຍິນດີ ທີ່ປະຊາຊົນອາເມຣິ
ກັນ ແລະລັດຖະສະພາ ສຫຣ ໄດ້ວາງງົບປະມານໄວ້ ໃນປີ 2016 ເພື່ອເກັບກູ້ລະ
ເບີດ ເປັນຈຳນວນເງິນ 90 ລ້ານໂດລາ ສຳລັບປະເທດລາວ ໃນໄລຍະສາມປີທີ່|
ຜ່ານມາ ຊຶ່ງພວກເຮົາກໍໄດ້ນຳໃຊ້ເງິນດັ່ງກ່າວ ເພື່ອປະຕິບັດວຽກງານອັນສຳຄັນ
ນັ້ນ
ຢ່າງໄດ້ຮັບຜົນສຳເລັດ.

ເຖິງຢ່າງໃດກໍດີ ດັ່ງທີ່ທ່ານຮູ້ຫັ້ນແລ້ວ ໜ້າດິນ ຫຼາຍກວ່າ 87,000 ຕາລາງກິໂລ
ແມັດ ຫຼື 37 ເປີເຊັນ ຂອງເນື້ອທີ່ດິນ ໃນຊົນນະບົດ ໄດ້ຖືກທໍາລາຍໄປດ້ວຍລະ
ເບີດ ຊຶ່ງກໍຍັງມີຈຳນວນນຶ່ງ ທີ່ບໍ່ທັນແຕກ. ພວກເຮົາຄຳນວນວ່າ ລະ
ເບີດດ່ັງກ່າວ
ມີພຽງແຕ່
ນຶ່ງເປີເຊັນເທົ່ານັ້ນ ທີ່ໄດ້ຖືກເກັບກູ້ໄປແລ້ວ ຢູ່ໃນເຂດຊົນນະບົດ. ການ
ທ້າທາຍ ຍັງມີຢູ່ຢ່າງຫຼວງຫຼາຍ. ພວກເຮົາຕ້ອງການເນື້ອທີ່
ເພື່ອພັດທະນາສ້າງສາ.
ພວກເຮົາຕ້ອງການໆຊ່ວຍເຫຼືອ ສຳລັບບັນດາຜູ້ໄດ້ຮັບເຄາະຮ້າຍຈາກລະເບີດ ​ແລະພວກເຮົາຕ້ອງການພັດທະນາ ເຂດຊົນນະບົດ. ເພາະສະນັ້ນ ພວກ​ເຮົາຈຶ່ງ
ຈຳ
ເປັນຕ້ອງໄດ້ໃຊ້ຄວາມພະຍາຍາມຢ່າງເຕັມທີ່ຢູ່ໃນເຂດສະເພາະ. ລັດຖະບານ
ລາວ
ເບິ່ງໄປໜ້າ ໃນການເປັນຄູ່ຮ່ວມງານກັບຜູ້ບໍລິຈາກ ອົງການເອກກະຊົນ ແລະ
ການຈັດຕັ້ງສາກົນທັງຫຼາຍ ສຳລັບການພັດທະນາປະເທດຊາດຂອງ​ພວກ​ເຮົາ."

ການ​ຊອກ​ຫາ​ທຶນຈາກ​ລັດຖະບານສະຫະລັດ ມີ​ຄວາມ​ສຳຄັນ​ທີ່​ສຸດ ​ຕ້ອງ​ໄດ້​ຜ່ານ​ຂັ້ນ​ຕອນຫຼາຍໆຢ່າງ ​ໂດຍ​ສະ​ເພາະ ​ມີ​ຜູ້​ຊຸກຍູ້​ ​ແລະ​ໃຫ້ການ​ສະໜັບສະໜູນ ຢູ່ໃນ​ລັດຖະ
ສະພາ​. ສະມາຊິກ​ສະພາ​ສູງ ​ພັກ​ເດ​ໂມ​ແຄຣັດ ຈາກ​ລັດ​ເວີ​ມັນທ໌ ທ່ານ​ປາຕຣິກ ​ເລຣີ
​ແມ່ນ​ບຸກຄົນ​ສຳຄັນ ທີ່​ໄດ້ໃຫ້ການ​ອູ້​ມຊູ​ວີ້ງ​ເຕັ້ນ ຊັກ​ຊວນ​ໃຫ້​ບັນດາ​ຄູ່​ຕຳ​ແໜ່​ງຂອງ​
ທ່ານ​ເຫັນພ້ອມ​ ໃນ​ການ​ອະນຸມັດ​ທຶນ​ດັ່ງກ່າ​ວ ຊຶ່ງ​ທ່ານ​ທິມ ​ເຣ​ເຊີ​ສຣ໌ ຜູ້​ຊ່ວຍ​ຂອງ
​ທ່ານ​ເລ​ຮີ ກ່າວ​ວ່າ:

ທ່ານທິມ ເຣເຊິຣ ຜູ້ຊ່ວຍສະມາຊິກສະພາສູງ ພັກເດໂມແຄຣັດ ຈາກລັດເວີມັນທ໌ ທ່ານເພຕຣິກ ເລຮີ
ທ່ານທິມ ເຣເຊິຣ ຜູ້ຊ່ວຍສະມາຊິກສະພາສູງ ພັກເດໂມແຄຣັດ ຈາກລັດເວີມັນທ໌ ທ່ານເພຕຣິກ ເລຮີ

"ຂ້າພະເຈົ້າຈື່ໄດ້ວ່າ ພວກເຮົາໄດ້ເລີ້ມໃຫ້ການຊ່ວຍເຫຼືອ ພຽງແຕ່ບໍ່ເທົ່າໃດລ້ານ
ໂດລາ ໃນຂັ້ນຕົ້ນ ຫຼັງຈາກນັ້ນກໍຄ່ອຍໆໄດ້ເພີ້ມຂຶ້ນ ເມື່ອເຫັນບັນຫາອັນກວ້າງ
ໃຫຍ່
ທີ່ເກີດຂຶ້ນແກ່ປະຊາຊົນຢູ່ໃນຫຼາຍໆປີຕໍ່ມາ. ພວກເຮົາໄດ້ລັກເອົາເງິນ ມາ
ຈາກບ່ອນຫັ້ນບ່ອນນີ້ມາໃຊ້ ບໍ່ແມ່ນວ່າ ​ພະ​ແນ​ກບໍລິຫານຈະເອົາເງິນໃຫ້ພວກ
ເຮົາໄປໃຊ້.

ສະມາຊິກສະພາສູງ ທ່ານ​ເພຕຣິກ ເລຮີ ໄດ້ເງິນມາຈາກບ່ອນນັ້ນບ່ອນນີ້ ແລະ
ຫຼາຍໆປີຕໍ່ມາ ພວກເຮົາຈຶ່ງໄດ້ເງິນເພີ້ມຂຶ້ນ ເຖິງ 20 ລ້ານໂດລາ. ອົງການມູນ

ມໍລະດົກຫຼັງສົງຄາມ ເປັນສົມບັດອັນໃຫຍ່ຫຼວງ ສຳລັບພວກເຮົາ ສຳລັບການອູ້ມ
ຊູ ທີ່ໄດ້ຮັບມາຈາກລັດຖະສະພາ ບໍ່ພຽງແຕ່ວ່າ ພວກເຮົາໄດ້ເຮັດໃຫ້ຄົນ
ອື່ນເຂົ້າ

ໃຈວ່າ ມັນເປັນເລື້ອງທີ່ຕ້ອງໄດ້ເຮັດ ແລະເປັນຫຍັງພວກເຮົາມີຄວາມເປັນຫ່ວງ
ກ່ຽວກັບເລື່ອງນີ້. ຫຼາຍໆຄົນ ທີ່ຂ້າພະເຈົ້າພົວພັນນຳ ຢູ່ໃນສະພາຍັງບໍ່ຮູ້ວ່າມັນ

ໄດ້ເກີດຂຶ້ນຊໍ້າ ໃນເວລານັ້ນ ເພາະສະນັ້ນ ເຂົາເຈົ້າຈຶ່ງຖາມຂ້າພະເຈົ້າວ່າເປັນ
ຫຍັງພວກເຮົາຈຶ່ງວົນວາຍກ່ຽວ​ກັບເລື່ອງນີ້. ຂ້າພະເຈົ້າຕອບວ່າ ນີ້ແມ່ນເຫດຜົນ
ສິບປະການ ທີ່ຂ້າພະເຈົ້າມີຢູ່. ມັນເປັນຈັ່ງໂຊກ ຕໍ່ມາພວກເຮົາ ກໍໄດ້ຮັບການສະ
ໜັບສະໜູນ ຈາກທັງສອງພັກການເມືອງ ແຕ່ກໍຍັງບໍ່ເປັນທີ່ພຽງພໍ
ເພາະວ່າ ຄົນ
ໄປໆມາໆ ເພາະສະນັ້ນພວກເຮົາຈຶ່ງຕ້ອງໄດ້ດຳເນີນການສິດສອນໃຫ້ຄົນຮູ້
ເປັນປາກກະບອກສຽງໃຫ້ຄົນໄດ້ຍິນ ດຳເນີນການຊອກ."

ບຸກຄົນ​ສຳຄັນ​ອີກ​ຄົນ​ນຶ່ງ​ທີ່​ໄດ້​ກາຍ​ມາຢູ່​ໃນ​ຄະນະ​ທີ່​ປຶກສາ​ໃຫ້​ແກ່​ອົງການ​ມູນ​ມໍລະ
ດົກຫຼັງ​ສົງຄາມ​ກໍ​ຄື ທ່ານ​ເບັນ ​ໂຣດສ໌ ອະດີດຮອງ​ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ
ດ້ານຍຸດ​ທະ​ສາດສື່ສານ ​ແລະ​ນັກຂຽນ​ປາຖະກະຖາ​ຈາກ​ປີ 2009 ຫ​າປີ 2017 ​ໃຫ້​
ແກ່​ອ​ະດີດ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ. ພາຍ​ໃຕ້​ລັດຖະ ບານທ່ານບາຣັກ​ໂອ​ບາ​
ມາ ທ່ານໂຣດສ໌ ໄດ້​ເດີນທາງ​ໄປ​ປະ​ເທດ​ລາວ​ເທື່ອ​ທຳ​ອິດ​ໃນ​ປີ 2015 ​ເພື່ອ​ປະຕິບັດ
ງານ​ວາງ​ແຜນ​ກອງ​ປະຊຸມ​ອາຊຽນ ​ແລະ​ການ​ເດີນທາງ ​ໄປ​ຢ້ຽມຢາມປະ​ເທດ​ລາວ
ຂອງ​ປະທານາທິບໍດີສະຫະລັດຄົນ​ທຳ​ອິດ.

ເວລາ​ນັ້ນ ທ່ານໂຣດສ໌ ໄດ້ຮຽນ​ຮູ້ເພີ້​ມ​ເຕີມ​ກ່ຽວ​ກັບໂຄງການ​ເກັບ​ກູ້​ລະ​ເບີດ​ ທີ່​ຍັງ​ຕົກ​
ຄ້າງ​ຢູ່​ໃນ​ລາວ​ຫຼາຍ​ຂຶ້ນ ອັນ​ນຳ​ໄປ​ສູ່​ການ​ໄດ້​ຮັບ​ທຶນ​ຈາກ​ລັດຖະສະພາ ​90 ລ້ານ​ໂດ​
ລາ​ໃນ​ໄລຍະ​ສາມ​ປີ​ທີ່​ຜ່ານ​ມາ ​ແລະ​ຈະ​ສິ້ນ​ສຸດ​ລົງ​ໃນ​ປີ​ນີ້. ​ເພາະສະ​ນັ້ນ ທ່ານ​ໂຣດສ໌
ຈຶ່ງມີ​ຄວາມ​ເປັນ​ຫ່ວງ ​ແ​ລະ​ໄດ້​ດຳ​ເນີນການ​ເປັນ​ປາກ​ກະບອກ​ສຽງ​ຢ່າງ​ບໍ່ລົດ​ລະ ​ແລະ
​ໄດ້​ໄປ​ເຫັນ​ເຫດການ​ດ້ວຍ​ຕົນ​ເອງ ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ ດັ່ງນີ້:

ທ່ານເບັນ ໂຣດ ອະດີດຮອງ​ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດດ້ານ ຍຸດ​ທະ​ສາດສື່ສານ ຂອງປະທານາທິບໍດີ ບາຣັກ ໂອບາມາ. ​
ທ່ານເບັນ ໂຣດ ອະດີດຮອງ​ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດດ້ານ ຍຸດ​ທະ​ສາດສື່ສານ ຂອງປະທານາທິບໍດີ ບາຣັກ ໂອບາມາ. ​

"ຂ້າພະເຈົ້າໄປປະເທດລາວເທື່ອທຳອິດ ບໍ່ໄດ້ເຈາະຈົງໃສ່ເລື່ອງການເກັບກູ້ລະເບີດ ແຕ່ໄດ້ໄປວາງແຜນສຶກສາ ກ່ຽວກັບຄວາມສຳຄັນຂອງເຂດເອເຊຍອາຄະເນ ກັບສະ
ຫະລັດ ເພື່ອປົວແປງສຳພັນທະໄມຕີ ພ້ອມທັງກອງປະຊູມສຸດຍອດ ອາຊຽນທີ່ລາວ

ໄດ້ເປັນເຈົ້າພາບ ຊຶ່ງປະທານາທິບໍດີ ບາຣັກ ໂອບາມາ ໄດ້ເຂົ້າຮ່ວມໃນເວລານັ້ນ. ຂ້າພະເຈົ້າຮູ້ວ່າ ເລື້ອງລະເບີດບໍ່ທັນແຕກ ເປັນເລື່ອງທີ່ມີຢູ່ແລ້ວ ແລະລັດຖະມົນ
ຕີຕ່າງປະເທດ ທ່ານນາງ ຮິລແລຣີ ຄລິນຕັນ ກໍໄດ້ໄປປາກົດໂຕກ່ອນແລ້ວ. ຂ້າພະ
ເຈົ້າບໍ່ສາມາດລືມໄດ້ ເວລາເດີນທາງໄປນະຄອນຫຼວງວຽງຈັນ ຫຼັງຈາກນັ້ນ ກໍ​ໄປ
ຫຼວງພະບາງ ຂ້າພະເຈົ້າໄດ້ຖືກນຳພາ
ໄປບ່ອນເກັບກູ້ລະເບີດ ແລະໄດ້ຖືກແນະ
ນຳ
ຈາກອົງການເກັບກູ້ລະເບີດ. ຂ້າພະເຈົ້າ ໄດ້ໄປທົ່ງ ບ່ອນເກັບກູ້ລະເບີດເພື່ອ
ໃຫ້ຄົນອາເມຣິກັນເບິ່ງ ພວກທີມແມ່ຍິງພາກັນຖືເຄື່ອງມື ຊອກຫາລະເບີດ ແລະ
ເອົາ
ສາຍມັດໃສ່ລະເບີດ. ເຂົາເຈົ້າໄດ້ບອກຂ້າພະເຈົ້າວ່າ ມີລູກລະເບີດ 80 ລ້ານ
ໜ່ວຍຢູ່ໃນລາວ ແລະຂ້າພະເຈົ້າໄດ້ເຫັນແຕ່ໜ່ວຍດຽວໃນເວລານັ້ນ ມັນເຮັດໃຫ້
ຂ້າພະເຈົ້າຄິດວ່າຈະໃຊ້ເວລາອີກດົນປານໃດລະ​ເບີດຈຶ່ງຈະໝົດໄປ.

ຂ້າພະເຈົ້າເຫັນບັນຫາຢູ່ວ່າ ບໍ່ມີແຜນທີ່ ທີ່ບອກວ່າບ່ອນໃດມີລູກລະເບີດຢູ່. ຂ້າພະ

ເຈົ້າຫວັງວ່າ ຈະມີການແກ້ໄຂບັນຫາດັ່ງກ່າວນີ້ໃຫ້ໄວຂຶ້ນ. ມັນເປັນເລື່ອງທີ່ພວກ
ເຮົາ
ບໍ່ໄດ້ຮຽນຮູ້ ​ແລະບໍ່ໄດ້ເວົ້າຢູ່ໃນໂຮງຮຽນ ມັນເປັນເລື່ອງທີ່ພວກເຮົາບໍ່ກ່າວເຖິງ
ຫຼັງຈາກ 40 ກວ່່າປີຜ່ານມາ. ມັນເປັນການລະອາຍໃຈສຳລັບພວກເຮົາ ທີ່ 50 ພັນ

ຄົນໄດ້ເສຍຊີວິດໄປ ໂດຍສະເພາະພວກເດັກນ້ອຍ. ເຂົາເຈົ້າໄດ້ໃຫ່້ຂ້າພະເຈົ້າ ​
ເປັນ​ຜູ້ບີບຂະນວນໃຫ້ລະເບີດ​ແຕກ ຂ້າພະເຈົ້າຄິດວ່າ ມັນ​ເປັນພຽງລູກໝາກກະ
ໂພກເທົ່ານັ້ນ ແຕ່ທີ່ແທ້ແລ້ວ ມັນແມ່ນລະເບີດທີ່ຮ່້າຍແຮງ
ເຮັດໃຫ້ແຜ່ນດິນບ່ອນ
ທີ່
ຂ້າພະເຈົ້າຢືນຢູ່ນັ້ນສັ່ນສະເທືອນ ທີ່ເຫັນຄວັນໄຟພຸ້ງຂຶ້ນສູ່ທ້ອງຟ້າ."

ລະ​ເບີດ​ທີ່​ຖືກ​ຖີ້ມລົງໃນລາວ​ປາງ​ສົງຄາມ ​ໃນ​ອິນ​ດູ​ຈີນ ​ເປັນ​ທີ່​ຮ້າຍ​ແຮງ​ກວ່າ​ສົງ
ຄາມ​ໃດໆ ​ແລະ​ການ​ເກັບ​ກູ້​ລະ​ເບີດ​ກໍຈະ​ບໍ່ເປັນ​ທີ່​ສິ້ນ​ສຸດ​ລົງ​ໄດ້​ໃນ​ອານາ​ຄົດ​ອັນ
ໃກ້​ນີ້. ​ເພາະສະ​ນັ້ນ ​ແຕ່​ໃນ​ແຕ່ລະ​ສົກປີ​ ຈະ​ຕ້ອງ​ມີ​ການຮຽກຮ້ອງຂໍ​ທຶນໃໝ່ຢູ່​ເປັນ
ປະຈຳ​ກ່ອນ​ຈະ​ໝົດ​ກຳນົດ.

XS
SM
MD
LG