ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ​ປະທານາທິບໍດີ ລີ ​ເມືອງ-ບາກ ຂອງເກົາຫລີໃຕ້ ຖືກກ່າວຫາວ່າ ໄດ້ທໍາຜິດຖານ ສໍ້ລາດບັງຫລວງ


ອະດີດ​ປະທານາທິບໍດີ ລີ ​ເມືອງ-ບາກ (ກາງ) ໃນຂະນະ
ທີ່ທ່ານກໍາລັງຂຶ້ນລົດ ຢູ່ຕໍ່ໜ້າເຮືອນຂອງທ່ານ ເພື່ອໄປຍັງ ສູນຄຸມຂັງ ໃນຕອນເຊົ້າວັນສຸກ ທີ 23 ມີນາ, 2018
ອະດີດ​ປະທານາທິບໍດີ ລີ ​ເມືອງ-ບາກ (ກາງ) ໃນຂະນະ ທີ່ທ່ານກໍາລັງຂຶ້ນລົດ ຢູ່ຕໍ່ໜ້າເຮືອນຂອງທ່ານ ເພື່ອໄປຍັງ ສູນຄຸມຂັງ ໃນຕອນເຊົ້າວັນສຸກ ທີ 23 ມີນາ, 2018

ພວກ​ໄອ​ຍະ​ການ​ຂອງ​ເກົາຫລີ​ໃຕ້​ໄດ້ຕັ້ງຂໍ້​ຫາ​ຕໍ່ອະດີດ​ປະທານາທິບໍດີ ລີ ​ເມືອງ-
ບາກ (Lee Myung-bak) ​ໃນ​ຂໍ້​ຫາ​ຕ່າງໆ ຊຶ່ງ​ລວມທັງການຮັບສິນບົນແລະການ
​ຍັກ​ຍອກ​ເງິນ.

ທ່ານ​ຖືກກ່າວຫາວ່າໄດ້​ຮັບ​ສິນບົນ​ເປັນ​ເງິນ 10 ລ້ານ​ໂດ​ລາ ຈາກ​ອົງການ​ສືບ​ລັບ
​ຂອງ ​ເກົາຫລີ​ໃຕ້ ​ແລະ​ຈາກ​ບໍລິສັດຊໍາ​ຊຸງ (Samsung). ພວກ​ໄອ​ຍະ​ການຍັງ​ເວົ້າ
ອີກ​ວ່າ ທ່ານ​ລີ ​ໄດ້​ຍັກ​ຍອກເງິນ​ຈໍານວນ 33 ລ້ານ​ໂດ​ລາ ຈາກບໍລິສັດ​ເອກະ​ຊົນ​ທີ່
​ທ່ານ​ເປັນ​ເຈົ້າຂອງ.

ທ່ານ​ລີ​ປະຕິ​ເສດ​ວ່າ​ ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ​ໂດຍ​ກ່າວ​ວ່າ ການ​ກ່າວ​ຫາເຫຼົ່ານັ້ນ​ແມ່ນ
​ເປັນ​ເລື່ອງ​ການ​ເມືອງ. ທ່ານ​ໄດ້​ຖືກ​ຄຸມ​ຂັງມາ ​ແຕ່​ເດືອນ​ແລ້ວນີ້​.

ນັກ​ທຸລະ​ກິດທີ່​ມີ​ຫົວ​ອະນຸລັກ​ນິຍົມ​ ​ທີ່​ປົກຄອງ​ປະ​ເທດ​ມາແຕ່​ປີ 2008 ຫາ 2013
ທ່ານ​ນີ້ ​ເປັນ​ປະທານາທາບໍດີເກົາຫລີ​ໃຕ້​ຜູ້​ທີ 4 ທີ່ຍັງ​ມີ​ຊີວິດ​ຢູ່ ​ແລະ​ມີ​ສ່ວນ​ກ່ຽວພັນ
ກັບ​ຂໍ້ຫາ​ສໍ້​ລາດ​ບັງ​ຫລວງ ກ່ອນ​ຈະ​ລົງ​ຈາກ​ຕໍາ​ແໜ່ງ​ໄປ ຫລື​ໃນ​ຊຸມ​ປີຕໍ່ມາ ​ພາຍ
ຫລັງ​ລົງ​ຈາກ​ຕໍາ​ແໜ່ງ​ໄປ​ແລ້ວ.

ຜູ້​ທີ່​ຂຶ້ນມາ​ແທນ​ທ່ານ, ຄື​ທ່ານ​ນາງ ພາກ​ເກິ​ນ​-ເຮ (Park Geun-hye) ​ໄດ້​ຖືກ​ຕັດສິນ​
ໃຫ້​ຈໍາ​ຄຸກ​ເປັນ​ເວລາ 24 ປີ​ໃນຄະດີ​ສໍ້ລາດບັງ​ຫລວງ​ທີ່​ເປັນ​ຂ່າວ​ນອງ​ນັນໃນຄະ​ດີ​ນຶ່ງ
​ອີກ​ຕ່າງຫາກ ​ໃນມື້ວັນ​ສຸກ ​ແລ້ວນີ້.

ພວກ​ໄອ​ຍະ​ການ​ຂອງ​ເກົາຫລີ​ໃຕ້​ໄດ້ຕັ້ງຂໍ້​ຫາ​ຕໍ່ອະດີດ​ປະທານາທິບໍດີ ລີ ​ເມືອງ-ບາກ
(Lee Myung-bak) ​ໃນ​ຂໍ້​ຫາ​ຕ່າງໆ ຊຶ່ງ​ລວມທັງການຮັບສິນບົນແລະການ​ຍັກ​ຍອກ​ເງິນ.

ທ່ານ​ຖືກກ່າວຫາວ່າໄດ້​ຮັບ​ສິນບົນ​ເປັນ​ເງິນ 10 ລ້ານ​ໂດ​ລາ ຈາກ​ອົງການ​ສືບ​ລັບ​ຂອງ
​ເກົາຫລີ​ໃຕ້ ​ແລະ​ຈາກ​ບໍລິສັດຊໍາ​ຊຸງ (Samsung). ພວກ​ໄອ​ຍະ​ການຍັງ​ເວົ້າອີກ​ວ່າ ທ່ານ
​ລີ ​ໄດ້​ຍັກ​ຍອກເງິນ​ຈໍານວນ 33 ລ້ານ​ໂດ​ລາ ຈາກບໍລິສັດ​ເອກະ​ຊົນ​ທີ່​ທ່ານ​ເປັນ​ເຈົ້າຂອງ.

ທ່ານ​ລີ​ປະຕິ​ເສດ​ວ່າ​ ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ​ໂດຍ​ກ່າວ​ວ່າ ການ​ກ່າວ​ຫາເຫຼົ່ານັ້ນ​ແມ່ນ​ເປັນ​
ເລື່ອງ​ການ​ເມືອງ. ທ່ານ​ໄດ້​ຖືກ​ຄຸມ​ຂັງມາ ​ແຕ່​ເດືອນ​ແລ້ວນີ້​.

ນັກ​ທຸລະ​ກິດທີ່​ມີ​ຫົວ​ອະນຸລັກ​ນິຍົມ​ ​ທີ່​ປົກຄອງ​ປະ​ເທດ​ມາແຕ່​ປີ 2008 ຫາ 2013 ທ່ານ​
ນີ້ ​ເປັນ​ປະທານາທາບໍດີເກົາຫລີ​ໃຕ້​ຜູ້​ທີ 4 ທີ່ຍັງ​ມີ​ຊີວິດ​ຢູ່ ​ແລະ​ມີ​ສ່ວນ​ກ່ຽວພັນກັບ​ຂໍ້ຫາ
​ສໍ້​ລາດ​ບັງ​ຫລວງ ກ່ອນ​ຈະ​ລົງ​ຈາກ​ຕໍາ​ແໜ່ງ​ໄປ ຫລື​ໃນ​ຊຸມ​ປີຕໍ່ມາ ​ພາຍຫລັງ​ລົງ​ຈາກ​ຕໍາ
​ແໜ່ງ​ໄປ​ແລ້ວ.

ຜູ້​ທີ່​ຂຶ້ນມາ​ແທນ​ທ່ານ, ຄື​ທ່ານ​ນາງ ພາກ​ເກິ​ນ​-ເຮ (Park Geun-hye) ​ໄດ້​ຖືກ​ຕັດສິນ
​ໃຫ້​ຈໍາ​ຄຸກ​ເປັນ​ເວລາ 24 ປີ​ໃນຄະດີ​ສໍ້ລາດບັງ​ຫລວງ​ທີ່​ເປັນ​ຂ່າວ​ນອງ​ນັນໃນຄະ​ດີ​ນຶ່ງ​ອີກ
​ຕ່າງຫາກ ​ໃນມື້ວັນ​ສຸກ ​ແລ້ວນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG