ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປ. ເກົາຫຼີໃຕ້ ຖືກສອບຖາມ ໃນການ ສອບສວນ ເລື່ອງການສໍ້ລາດບັງຫຼວງ


ໃນເວລານັ້ນ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ລີ ມີຢຸງ-ບັກ (Lee Myung-bak) (ກາງ) ຕິດຕາມມາດ້ວຍ ຄະນະຂອງທ່ານ ໃນຂະນະທີ່ຍ່າງອອກມາຈາກ ກອງປະຊຸມສຸດຍອດ ສະໄໝສາມັນ ຄັ້ງທີ 21 ຂອງອາຊຽນ (ASEAN Association of Southeast Asian Nations) ແລະເອເຊຍ ຕາເວັນອອກ ໃນນະຄອນຫຼວງ ພະນົມ ເປັນ, ວັນທີ 20 ພະຈິກ 2012.
ໃນເວລານັ້ນ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ລີ ມີຢຸງ-ບັກ (Lee Myung-bak) (ກາງ) ຕິດຕາມມາດ້ວຍ ຄະນະຂອງທ່ານ ໃນຂະນະທີ່ຍ່າງອອກມາຈາກ ກອງປະຊຸມສຸດຍອດ ສະໄໝສາມັນ ຄັ້ງທີ 21 ຂອງອາຊຽນ (ASEAN Association of Southeast Asian Nations) ແລະເອເຊຍ ຕາເວັນອອກ ໃນນະຄອນຫຼວງ ພະນົມ ເປັນ, ວັນທີ 20 ພະຈິກ 2012.

ອະດີດປະທານາທິບໍດີຂອງເກົາຫຼີໃຕ້ ທ່ານ ລີ ມີຢຸງ-ບັກ ໄດ້ຖືກສອບປາກຄຳໂດຍ
ບັນດາໄອຍະການ ໃນຖານກ່ຽວຂ້ອງກັບການສືບສວນຂະໜາດໃຫຍ່ ກ່ຽວກັບການ
ສໍ້ລາດບັງຫຼວງ ໃນວັນພຸດມື້ນີ້ ຊຶ່ງໄດ້ຖືກຈັດເຂົ້າໃນລາຍຊື່ຂອງອະດີດຜູ້ນຳຫຼາຍຄົນ
ທີ່ມີມົນທິນດ້ວຍຂ່າວນອງນັນ ທີ່ເສື່ອມເສຍນີ້.

ທ່ານ ລີ ອາຍຸ 76 ປີ ຖືກສົງໄສວ່າ ຮັບເງິນສິນບົນຫຼາຍກວ່າ 10 ລ້ານໂດລາ ຈາກໜ່ວຍ
ສືບລັບແຫ່ງຊາດ ຊຶ່ງເປັນອົງການສອດແນມຫຼັກຂອງປະເທດ ພ້ອມກັບ ບໍລິສັດແຊມຊຸງ
ຊຶ່ງເປັນບໍລິສັດອີເລັກໂທຣນິກໃຫຍ່ ທີ່ມີຊື່ສຽງຂອງປະເທດ ແລະ ບັນດານັກທຸລະກິດ
ແລະສ່ວນບຸກຄົນອື່ນໆ ນຳດ້ວຍ. ອະດີດປະທານາທິ ບໍດີທ່ານນີ້ ຍັງປາກົດວ່າ ໄດ້ຍັກ
ຍອກເງິນ ຫຼາຍເຖິງ 30 ລ້ານໂດລາ ຈາກບໍລິ ສັດ DAS ທີ່ຈຳໜ່າຍອາໄລ່ລົດ. ອ້າຍ
ຂອງທ່ານ ລີ ເປັນຜູ້ຖືຮຸ້ນ ຂອງບໍລິສັດ DAS ຫຼາຍທີ່ສຸດ ແຕ່ບັນດາໄອຍະການ ເຊື່ອວ່າ
ທ່ານ ລີ ແທ້ຈິງແລ້ວ ເປັນເຈົ້າຂອງບໍລິສັດນີ້.

ທ່ານ ລີ ຫົວອະນຸລັກນິຍົມ ໄດ້ເປັນປະທານາທິບໍດີຂອງປະເທດ ແຕ່ປີ 2008 ຫາ ປີ
2013 ໄດ້ຂໍອະໄພໂທດຢ່າງເປີດເຜີຍ ຕໍ່ມະຫາຊົນ ໃນເວລາ ທ່ານໄດ້ເດີນທາງໄປຮອດ
ສຳນັກງານໃຫຍ່ ທີ່ນະຄອນຫຼວງໂຊລ ເພື່ອສອບປາກຄຳ. “ຂ້າພະເຈົ້າເສຍໃຈຢ່າງ
ເລິກເຊິ່ງ ທີ່ກໍ່ໃຫ້ເກີດຄວາມກັງວົນຕໍ່ມະຫາຊົນ” ທ່ານໄດ້ກ່າວໃນຂະນະທີ່ ໃຫ້ຄວາມ
ຫວັງວ່າ ທ່ານຈະເປັນ “ອະດີດປະທານາທິບໍດີ ຄົນສຸດທ້າຍ”
ທີ່ຈະປະເຊີນໜ້າກັບການ
ສອບສວນທາງອາຍາ.

ທ່ານ ລີ ຍັງຢືນຢັນວ່າ ທ່ານບໍລິສຸດ ຕະຫຼອດໄລຍະ ການສືບສວນສອບສວນ ໂດຍເອີ້ນ
ການສອບສວນນີ້ວ່າ “ເປັນການແກ້ແຄ້ນທາງການເມືອງ” ໂດຍທ່ານ ມູນ ແຈ-ອິນ
ປະທານາທິບໍດີ ຫົວເສລີ ຄົນປັດຈຸບັນ.

South Korea Politics Corruption
please wait

No media source currently available

0:00 0:00:21 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG